ນວ ຕີລາຄາການຈັດຕັ້ງປະຕິບັດວຽກງານສົ່ງເສີມ SME

    ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມວິຊາການເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ຂຶ້ນວັນທີ 14 ທັນວາ 2020 ທີ່ສູນການຄ້າລາວ-ໄອເຕັກ ນວ ເປັນປະທານຂອງທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າ ນວ ມີທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ນວ ທ່ານ ສາ ສີລິພົງ ຮອງຫົວໜ້າກົມສົ່ງເສີມSME ກະຊວງອຸດສາຫະກຳ ແລະ ການຄ້າ ບັນດາຫົວໜ້າ ຮອງຫົວໜ້າພະແນກ ຮອງເຈົ້າເມືອງ ຫົວໜ້າຫ້ອງການ ຫົວໜ້າຂະແໜງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ບຸນລໍ້າ ວົງສຸທິ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ SME ປີ 2016-2020 ແລະ ແຜນພັດທະນາປີ 2021-2025 ເຫັນວ່າໃນ 5 ປີຜ່ານມາ ວຽກງານສົ່ງເສີມ ສາມາດຍາດໄດ້ຜົນງານຫຼາຍດ້າ ນເຮັດໃຫ້ບັນຍາກາດການຄ້າຂາຍນັບມື້ດີຂຶ້ນ ຫົວໜ່ວຍທຸລະກິດເຕີບໃຫຍ່ຂະຫຍາຍຕົວ. 

    ສຳລັບ 5 ປີຕໍ່ໜ້າ ສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດບັນດາມາດຕະການໂຄງການຕ່າງໆໃນການສົ່ງເສີມວິສາຫະກິດSME ຕາມບົດບາດຂອງແຕ່ລະຂະແໜງການ ພະແນກການທີ່ກ່ຽວຂ້ອງ ແລະ ອົງການປົກຄອງເມືອງຕ້ອງບັນຈຸເອົາແຜນດັ່ງກ່າວເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຕົນ ພ້ອມທັງຈັດສັນງົບປະມານທີ່ເໝາະສົມໃຫ້ແກ່ການຈັດຕັ້ງປະຕິບັດກິດຈະກຳ ແລະ ໂຄງການສົ່ງເສີມ SME ໃນຄວາມຮັບຜິດຊອບຂອງຕົນ.

                           # ຂ່າວ & ພາບ : ສົມສະຫວັນ

error: Content is protected !!