ເຫັນເງິນຢ່າໜ້າດຳ

ທຳ​ມະ​ຊາດ​ຂອງ​ມະ­ນຸດ ຖ້າ­ວ່າ​ເຮົາ​ບໍ່​ໄດ້​ເຝິກ​ຈິດ­ໃຈ​ໃຫ້​ຮູ້​ທັນ​ກິ­ເລດ​ຕັນ­ຫາ​ທີ່​ຝັງ​ເລິກ​ໃນ​ນິດ​ໃສ​ຂອງ​ຕົນ ແນ່­ນອນ​ເມື່ອ​ເຫັນ​ເງິນ​ຕ້ອງ​ໜ້າ​ດຳ ເຫັນ​ຄຳ​ກໍ​ໜ້າ​ເສົ້າ ເຊິ່ງ​ມັນ​ສາ­ມາດ​ບອກ​ຕົວ​ຕົນ​ຂອງ​ບຸກ­ຄົນ​ໃດ​ໜຶ່ງ​ວ່າ ເມື່ອ​ເງິນ​ຄຳ​ຕົກ​ມື​ເຮົາ​ຈະ​ທຳ​ຕາມ​ໃຈ­ຄວາມ​ໂລບ ຫຼື ປະ­ພຶດ​ຕາມ​ສິນ​ທຳ ຍິນ​ດີ​ຕາມ​ໄດ້ ພໍ­ໃຈ​ຕາມ​ມີ ຫຼື​ວ່າ ເຮົາ​ຈະ​ປະ­ພຶດ​ຕົນ​ແບບ​ເຫັນ­ແກ່​ເງິນ​ແສນ​ໄຖ່ ບໍ່​ເຫັນ­ແກ່​ໄຜ່​ແສນ­ເມືອງ ເວົ້າ​ກ່ຽວ​ກັບ​ເງິນ​ສາ­ມາດ​ເຮັດ​ໃຫ້​ຫຼາຍ​ຄົນ­ຮູ້​ຊຶ້ງ​ທັນ​ທີ່​ວ່າ​ຈະ​ຮຽນ ຫຼື ເຮັດ

ວຽກ​ກໍ​ແມ່ນ​ເພື່ອ​ໃຫ້​ໄດ້​ມາ​ເຊິ່ງ​ຊັບ​ສິນ​ເງິນ​ຄຳ.

ບັນ­ຫາ​ການ​ເງິນ​ແຊກ​ແຊງ​ເຂົ້າ​ໄປ​ເຊື່ອມ​ຊຶມ​ໃນ​ຫຼາຍ​ມູມ​ຂອງ​ຊີ­ວິດ ບາງ­ເທື່ອ​ບັນ­ຫາ​ເງິນ​ກໍ​ສາ­ມາດ​ເຮັດ​ໃຫ້​ຄອບ­ຄົວ​ຊີ­ວິດ​ຄູ່​ທີ່​ມີ​ຄວາມ­ສຸກ​ກັບ​ກາຍ­ເປັນ​ແຕກ​ແຍກ​ເພ­ພັງ ຖ້າ­ວ່າ​ບຸກ­ຄົນ​ດັ່ງ­ກ່າວ​ມີ­ຄ່າ​ນິ­ຍົມ​ໃນ​ໃຈ​ຜິດ­ພາດ ເຫັນ­ແກ່​ເງິນ​ຄື​ດັ່ງ​ກະ­ແສ​ໂລ­ກາ​ພິ​ວັດ ທີ່​ຫຼາຍ​ຄົນ​ແລ່ນ­ນຳ​ເງິນ ເວົ້າ​ກົງ​ໄປ​ກົງ​ມາ ກໍ​ແມ່ນ​ເຫັນ​ດີ​ເຫັນ​ງາມ​ວ່າ​ເງິນ​ຕ້ອງ​ມາ​ກ່ອນ ທັງໆ​ທີ່​ວ່າ ທີ່​ມາ​ຂອງ​ເງິນ ຫຼື ຄວາມ​ລວຍ​ບາງ​ຄົນ​ໄດ້​ມາ​ດ້ວຍ​ການ​ໂກງ-ຫຼື ເອົາ​ອຳ­ນາດ​ໜ້າ­ທີ່​ໄປ​ບັງ​ບຽດ​ຄົນ​ອື່ນ ຖ້າ­ວ່າ​ຄົນ​ຈຳ­ນວນ​ໜຶ່ງ​ທັງ​ທີ່​ຮູ້​ໂຕ ຫຼື ບໍ່​ຮູ້​ໂຕ​ພາ­ກັນ​ແຂ່ງ­ຂັນ​ສ້າງ​ຄວາມ​ລວຍ​ແກ່​ຕົນ​ເອງ  ແລະ  ພວກ​ຜ້ອງ ແຕ່​ສ່ວນ​ລວມ​ພັດ​ເສຍ​ປະ­ໂຫຍດ ບາງ­ທີ​ອາດ​ພາ­ໃຫ້​ຊ່ອງ​ຫວ່າງ​ແຕກ​ໂຕນ​ຄົນ​ໃນ​ສັງ­ຄົມ​ຍິ່ງ​ຫ່າງ​ໄກ​ກັນ.

ການ​ພັດ­ທະ­ນາ​ແບບ​ບາງ​ກະ­ແສ ຫຼື ບາງ​ປະ­ເທດ​ອາດ​ໃຫ້​ບົດ­ຮຽນ​ທີ່​ດີ​ແລ້ວ​ວ່າ ຮູບ​ແບບ​ການ​ພັດ​ທະ ນາ​ທີ່​ຄົນ​ລວຍ​ຍິ່ງ​ລວຍ​ຂຶ້ນ ແລະ ຄົນ​ຈົນ​ຍິ່ງ​ຈົນ​ລົງ​ບໍ່​ແມ່ນ​ວິ­ທີ​ການ​ພັດ­ທະ­ນາ​ທີ່​ຄວນ​ເລືອກ ແຕ່​ບາງ​ສັງ­ຄົມ​ມັນ​ກໍ​ໝູ­ນວຽນ​ໄປ​ແບບ​ອັດ­ຕະ­ໂນ­ມັດ​ເພາະ​ຄ່າ​ນິ­ຍົມ​ແລ້ວ​ໂຄງ​ສ້າງ​ບາງ​ອັນ​ຫາງ​ສຽງ​ສັງ­ຄົມ​ຊຶມ​ຊັບ​ເອົາ​ແບບ​ລວຍ​ມາ​ກ່ອນ ໝາຍ​ຄວາມ​ວ່າ​ປາກ​ທ້ອງ​ມາ​ກ່ອນ ຈຶ່ງ​ວິ­ເຄາະ​ວ່າ​ອາ­ຫານ​ກິນ​ເຂົ້າ​ໄປ​ນັ້ນ​ເປັນ​ພິດ​ໄລ­ຍະ​ຍາວ.

ພະ­ພຸດ­ທະ­ເຈົ້າ​ສອນ​ໃຫ້​ຄົນ​ເຮົາ​ດຸ­ໝັ່ນ​ຫາ​ເງິນ ແລະ ຮັກ­ສາ​ໃຫ້​ເປັນ ຂະ­ນະ​ດຽວ​ກັນ​ກໍ​ສອນ​ໃຫ້​ມີ​ມິດ​ທີ່​ດີ ໝາຍ​ຄວາມ​ວ່າ​ສອນ​ໃຫ້​ຮູ້­ຈັກ​ສ້າງ​ຊັບ​ແບບ​ມີ​ໝູ່​ພວກ​ເພື່ອນ​ຝູງ ບໍ່​ແມ່ນ​ສອນ​ໃຫ້​ຄົນ­ຮູ້​ຈັກ​ສ້າງ​ຄວາມ​ລວຍ​ແລ້ວ​ສັງ­ຄົມ​ນິນ­ທາ ປະ­ການ​ສຸດ​ທ້າຍ ພະ­ພຸດ­ທະ­ເຈົ້າ​ສອນ​ໃຫ້​ຮູ້­ຈັກ​ໃຊ້​ຊັບ​ລ້ຽງ​ຊີ­ວິດ​ແບບ​ບໍ່​ຟຸມ​ເຟືອຍ ຫຼື ຝືດ­ເຄືອງ ເປົ້າ​ໝາຍ​ຂອງ​ສິນ​ທຳ​ທາງ​ພຸດ​ທະ​ສາ­ສະ­ໜາ ຈຶ່ງ​ມຸ່ງ​ສອນ​ໃຫ້​ຄົນ​ຢູ່​ຮ່ວມ​ກັນ​ຢ່າງ​ມີ​ຄວາມ­ສຸກ.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!