ທ່ານ ວິຣະໄຊຄຳ ພິລະພັນເດຊ ອຳນວຍການບໍລິສັດເຄພີ 3 ຈີ ແລະ ໂນມູຣະເທຣດດິ້ງ ຈຳກັດ ຮ່ວມກັບລູກຄ້າ ຈັດກິດຈະກຳຄາຣະວານລົດ ຊູຊູກິ ຈິມມີ້ ແຟມມີລີ ແຣນຣີ ປີ 2020 ຊ່ວຍເຫຼືອນ້ອງນັກຮຽນ ໂຮງຮຽນປະຖົມສົມບູນ ບ້ານໄຮໃຕ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ວັນທີ 12 ທັນວາ 2020 ໂດຍມີລົດທີ່ຮ່ວມຄາຣາວານລົດຊູຊູກິຄັ້ງນີ້ແມ່ນເນັ້ນຍີ່ຫໍ້ JIMMY ເຊິ່ງມີລົດເຂົ້າຮ່ວມທັງໝົດ 25 ຄັນ.

ການຈັດກິດຈະກຳຄາຣາວານຄັ້ງນີ້ ຕະຫຼອດໄລຍະການເດີນທາງ ເລີ່ມຈາກບໍລິສັດເຄພີ 3 ຈີ ແລະ ໂນມູຣະເທຣດດິ້ງ ຈຳກັດ ໄປສູ່ໂຮງຮຽນປະຖົມສົມບູນບ້ານໄຮໃຕ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ລູກຄ້າໄດ້ຮ່ວມຫຼິ້ນເກມຕາມເສັ້ນທາງທີ່ບໍລິສັດໄດ້ກຳນົດໃຫ້ ແນໃສ່ເປັນການສ້າງຄວາມເບີກບານມ່ວນຊື່ນ ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງບໍລິສັດເຄພີ 3 ຈີ ແລະ ໂນມູຣະເທຣດດິ້ງ ຈຳກັດ ກັບລູກຄ້າ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ນອກນີ້ ການຈັດກິດຈະກຳດັ່ງກ່າວ ຍັງເປັນການລະດົມທຶນຮອນຈຳນວນໜຶ່ງປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະຈັດຊື້ອຸປະກອນການຮຽນ-ການສອນ ປະກອບມີ ບິກ-ສໍ ປຶ້ມຂຽນ ປຶ້ມຕຳລາຮຽນ ແລະ ກະເປົາໃສ່ປຶ້ມ ມູນຄ່າ 12 ລ້ານກວ່າກີບ ມອບໃຫ້ກັບນ້ອງນັກຮຽນປະຖົມສົມບູນບ້ານໄຮໃຕ້ ຕາງໜ້າມອບຂອງທ່ານ ອິນປອນ ສູນດາລາ ຜູ້ຈັດການພະແນກບັນຊີ ບໍລິສັດເຄພີ 3 ຈີ ແລະ ໂນມູຣະເທຣດດິ້ງ ຈຳກັດ ແລະ ຕາງໜ້າຮັບຂອງທ່ານ ສີວິໄລ ສຸລິທຳ ຮອງອຳນວຍການໂຮງຮຽນປະຖົມສົມບູນບ້ານໄຮໃຕ້ ມີອຳນາດການປົກຄອງບ້ານ ພະນັກງານ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.





# ຂ່າວ & ພາບ: ຂັນທະວີ