ໃຊ້ເວລາບໍ່ເຖິງ 2 ວັນ ກໍສາມາດຈັບຕົວຜູ້ກໍ່ເຫດທຳຮ້າຍຮ່າງກາຍຄົນອື່ນ ຈົນຕາຍ ຢູ່ສວນປະຕູໄຊໄດ້

    ວັນທີ 31 ມີນາ 2020 ເຈົ້າໜ້າທີ່ພະແນກສຶບສວນ-ສອບສວນຄະດີອາຍາ ປກສ ນະຄອນຫຼວງ ວຽງຈັນ ໄດ້ປະສານສົມທົບກັບ ປກສ ເມືອງຈັນທະບູລີ ແລະ ຕຳຫຼວດກຸ່ມບ້ານສີດຳດວນ ເມືອງຈັນທະບູລີ ເຂົ້າກັກຕົວທ້າວ ໄຊປ່ຽນ ຫຼື ເງິນ ອາຍຸ 45 ປີ ອາຊີບກຳມະກອນ ຢູ່ບ້ານບໍ່ໂອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພາຍຫຼັງທີ່ທຳຮ້າຍຮ່າງກາຍຄົນອື່ນຈົນເຖິງແກ່ຄວາມຕາຍ ຢູ່ສວນປະຕູໄຊໃນທ່ຽງ ຄືນຂອງວັນທີ 30 ມີນາ 2020 ຜ່ານມາ ສາເຫດເກີດຂຶ້ນຍ້ອນດື່ມສິ່ງມຶນເມົາແລ້ວຜິດຖຽງກັນຈົນເຖິງຂັ້ນ ລົງໄມ້ລົງມືທຳຮ້າຍຮ່າງກາຍກັນຈົນມີຕາຍ.

    ທ່ານ ພັທ ສຸລິວັນ ລາດຊະວົງ ຫົວໜ້າຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນວັນທີ 30 ມີນາ 2020 ເວລາ 6:00 ໂມງເຊົ້າ ເຈົ້າໜ້າທີ່ຕໍາຫຼວດພະແນກສືບສວນ-ສອບສວນ ໄດ້ຮັບແຈ້ງຄວາມມີຄົນນອນເສຍຊີວິດຢູ່ສວນປະຕູໄຊ ຈິ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງກວດ ກາຊັນນະສູດສະຖານທີ່ເກີດເຫດ ຈຶ່ງຮູ້ໄດ້ວ່າຜູ້ເສຍຊີວິດຊື່ທ້າວ ສີສະໝຸດ ອາຍຸ 55 ປີ ສັນຊາດລາວ ເກີດຢູ່ບ້ານຫີນຊິ່ວ ເມືອງຄົງເຊໂດນ ແຂວງສາລະວັນ ຜູ້ກ່ຽວໄດ້ມາພັກເຊົາຢູ່ນຳເອື້ອຍ ຢູ່ບ້ານໂພນທັນເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຜ່ານການກວດກາຊັນນະສູດຂອງທີມແພດ ພົບເຫັນວ່າ: ຫົວເບື້ອງຊ້າຍຂອງຜູ້ກ່ຽວໄຄ່ບວມຂະໜາດ ແລະ ມີຮ່ອງຮອຍໜັງເລີ້ນຢູ່ບ່າໄຫຼ່ເບື້ອງຊ້າຍ ພາຍຫຼັງກວດກາຊັນນະ ສູດແລ້ວ ເຈົ້າໜ້າທີ່ໄດ້ສັນນິຖານວ່າ: ຜູ້ກ່ຽວເສຍຊີວິດຍ້ອນຖືກທຳຮ້າຍຮ່າງກາຍ ຫຼື ເກີດອຸບັດເຫດລົ້ມຫົວນ໋ອກພື້ນ.

    ຈາກນັ້ນ ໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະລົງກວດກາເກັບກຳຂໍ້ມູນຢູ່ບໍລິເວນເກີດເຫດ ພົບຂໍ້ມູນຈາກກ້ອງວົງຈອນປິດຄື: ໃນເວລາ 00:12 ນາທີ ແມ່ນເຫັນພາບຜູ້ກ່ຽວຖືກທຳຮ້າຍຮ່າງກາຍ ມີຄົນຮ້າຍເຕະເຂົ້າບໍລິເວນກ້ານຄໍ ເຮັດໃຫ້ຜູ້ກ່ຽວລົ້ມລົງຫົວກະທົບລົງໃສ່ພື້ນທີ່ປູດ້ວຍດິນບ໋ອກ 6 ລ່ຽມ ເຊິ່ງໃນຂະນະທີ່ເກີດເຫດ ໄດ້ມີຄົນເຫັນເຫດການ ແລະ ໄດ້ໂຊມເອົາຜູ້ກ່ຽວຂຶ້ນມານັ່ງໄວ້ເທິງຕັ່ງຫີນ ເວລານັ້ນຜູ້ກ່ຽວໄດ້ສະຕິ ແລະ ຜູ້ທີ່ໃຫ້ຄວາມຊ່ວຍເຫຼືອກໍໄດ້ອອກຈາກບໍລິເວນເກີດເຫດໄປ ຈາກນັ້ນ ຜູ້ກ່ຽວກໍໄດ້ເສຍຊີວິດ ໃນເວລາຕໍ່ມາ ເຊິ່ງສາເຫດຂອງການເສຍຊີວິດຂອງຊາຍຜູ້ເຄາະຮ້າຍນີ້ ແມ່ນເກີດຈາກການຖືກທຳຮ້າຍ ຮ່າງກາຍ ບໍ່ແມ່ນເສຍຊີວິດຈາກການຕິດເຊື້ອພະຍາດໂຄວິດ-19 ທີ່ເປັນຂ່າວອອກທາງສື່ອອນລາຍ ທີ່ໄດ້ ເປັນຂ່າວໄລຍະຜ່ານມາ ນີ້ແມ່ນຄຳຢັ້ງຢືນຂອງເຈົ້າໜ້າທີ່ຕຳຫຼວດ ປກສ ນະຄອນຫຼວງວຽງຈັນ.

error: Content is protected !!