
ພິທີເປີດແຂ່ງຂັນກີລາສະໝັກຫຼິ້ນທົ່ວກົມໃຫຍ່ການເມືອງກອງທັບ ຈັດຂຶ້ນວັນທີ 3 ມີນາ 2020 ຢູ່ກົມດັ່ງກ່າວ ໂດຍມີທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ທ່ານ ພັນເອກ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພັນໂທ ວັນທອງ ພົງສະຫວັນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ກ່າວວ່າ: ເພື່ອສ້າງຂະບວນການຄຳນັບຮັບຕ້ອນວັນປະຫວັດສາດທີ່ສຳຄັນຂອງຊາດ ຂອງພັກ ຂອງກອງທັບ ໂດຍສະເພາະເພື່ອສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ທີ່ຈະຈັດຂຶ້ນໄວໆນີ້ໃຫ້ມີບັນຍາກາດຟົດຟື້ນ ມ່ວນຊື່ນ ແລະ ມີເນື້ອໃນເລິກເຊິ່ງ ທັງເປັນການສ້າງຄວາມສາມັກຄີ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນລະ ຫວ່າງອົງການ ກົມກອງພະນັກງານ-ນັກຮົບ ໃຫ້ແໜ້ນແຟ້ນ ແລະ ຄັດເລືອກເອົານັກກີລາປະເພດຕ່າງໆ ປະກອບເປັນທີມນັກກີລາຂອງກົມໃຫຍ່ການເມືອງກອງທັບ.
ການແຂ່ງຂັນດັ່ງກ່າວ ປະກອບມີກີລາບານສົ່ງຊາຍ 10 ທີມ ບານສົ່ງຍິງ 6 ທີມ ເປຕັງການນຳ 20 ທີມ ແລະ ເປຕັງປະສົມຊາຍ-ຍິງ 22 ທີມ ເຊິ່ງການຈະແຂ່ງຂັນຈະດຳເນີນເປັນເວລາ 7 ວັນ ຈຶ່ງຈະສຳເລັດ.