ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຈາກການສຳເລັດເຝິກອົບຮົມຫຼັກສູດ Big Data Analytics ໃນວັນທີ 10 ທັນວາ 2020 ຢູ່ສູນພັດທະນາ ແລະ ເຝິກອົບຮົມຊອບແວຣ໌ ລາວ-ອິນເດຍ (CESDT) ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຫຼັກສູດດັ່ງກ່າວເປັນການຈັດຕັ້ງປະຕິບັດພາຍໃຕ້ໂຄງການ e-ITEC (e-India Technical and Economic Cooperation) ເຊິ່ງຈັດໂດຍມະຫາວິທະຍາໄລ IT-Madras (India Institute of Technology – Madras) ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງ ປທສ ທ່ານ Dinkar Asthana ເອກອັກຄະລັດຖະທູດອິນເດຍປະຈຳ ສປປ ລາວ ທ່ານ ປະດັບໄຊ ໄຊຍະໂຄດ ຮອງຫົວຫນ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ມີຄະນະກົມ ຫົວໜ້າພະແນກ ພ້ອມດ້ວຍສຳມະນາກອນພາຍໃນ ກະຊວງ ປທສ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໂອກາດນີ້ ທ່ານ ປະດັບໄຊ ໄຊຍະໂຄດ ກ່າວວ່າ: ການເຝິກອົບຮົມນີ້ ໄດ້ດຳເນີນມາຕັ້ງແຕ່ວັນທີ 7 ຕຸລາ 2019 ມາເຖິງວັນທີ 4 ທັນວາ 2019 ໂດຍເປັນຫຼັກສູດຮຽນຜ່ານວິດີໂອກອງປະຊຸມທາງໄກ ກ່ຽວກັບການວິເຄາະຂໍ້ມູນໃຫຍ່ (Big Data Analytics) ເຊິ່ງເນື້ອໃນການຮຽນແມ່ນແບ່ງອອກເປັນ 5 ໂມດູນ ເຊັ່ນ: ການນຳສະເໜີກ່ຽວກັບ Big Data ແລະ ການວິເຄາະຂໍ້ມູນ ການຕິດຕັ້ງໂປຣແກມ ແລະ ພື້ນຖານກ່ຽວກັບພາສາ Python ການນຳສະເໜີກ່ຽວກັບການຄິດໄລ່ດ້ານຄອມພິວເຕີແບບແຈກຢາຍ (Distributed Computing) ການນຳສະເໜີກ່ຽວກັບໂປຣແກມການວິເຄາະຂໍ້ມູນ Spark ແລະ Hadoop ແລະ ການທົດລອງນຳໃຊ້ໂປຣແກມຕົວຈິງຕາມກໍລະນີສຶກສາ (Case Study) ໃນຫຼັກສູດດັ່ງກ່າວນີ້ ມີນັກເຝິກເຂົ້າຮ່ວມທັງໝົດ 34 ທ່ານ ຈາກທັງໝົດ 5 ພາກສ່ວນ ທັງພາຍໃນ ແລະ ພາຍນອກກະຊວງ ປທສ ໂດຍສາມາດສອບເສັງຜ່ານທັງໝົດ 33 ຄົນ ປັດຈຸບັນ ທາງສູນພັດທະນາ ແລະ ເຝິກອົບຮົມຊອບແວຮ໌ ລາວ-ອິນເດຍ ແມ່ນພວມຈັດຕັ້ງປະຕິບັດການເຝິກອົບຮົມໄລຍະສັ້ນອື່ນໆສຳລັບພະນັກງານພາຍໃນປິ່ນອ້ອມກະຊວງ ປທສ ແລະ ພາກສ່ວນພາຍນອກ ເຊິ່ງສອນໂດຍນັກເຝິກສະຖາບັນທີ່ຜ່ານການເຝິກອົບຮົມຜ່ານມາ ການເຝິກອົບຮົມແຕ່ລະຫົວຂໍ້ ແມ່ນຈະມີຊ່ຽວຊານຈາກສູນ C-DAC (Centre for Development of Advanced Computing) ປະເທດອິນເດຍ ເປັນຜູ້ຕິດຕາມຢ່າງໃກ້ຊິດ ເພື່ອຮັບປະກັນຄຸນນະພາບທາງດ້ານເນື້ອໃນ ແລະ ການສິດສອນທີ່ສູນ ເຊິ່ງສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ຕັ້ງຢູ່ບ້ານວັດນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເປັນສະຖາບັນທີ່ເປີດສິດສອນດ້ານ ICT ໃນຫຼັກສູດຊັ້ນສູງ ນອກຈາກນີ້ ຍັງມີການເຝິກອົບຮົມເຕັກນິກວິຊາການສະເພາະດ້ານ ICT ທີ່ສູນພັດທະນາ ແລະ ເຝິກອົບຮົມຊອບແວຣ໌ ລາວ-ອິນເດຍ ອີກດ້ວຍ.

# ຂ່າວ & ພາບ: ສີພອນ