ພິທີເປີດງານວາງສະແດງຮູບພາບ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ ຈັດຂຶ້ນທີ່ທີພິພິທະພັນໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ວັນທີ 11 ທັນວາ 2020 ມີທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ບັນດາຮອງລັດຖະມົນຕີ ພະນັກງານປະຕິວັດອາວຸໂສ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຄຳຜາ ພີມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຂຶ້ນລາຍງານວ່າ: ງານວາງສະແດງຄັ້ງນີ້ ຈັດຂຶ້ນເພື່ອສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ລະນຶກວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ພາຍໃນງານ ມີການວາງສະແດງຮູບພາບ ປະກອບດ້ວຍ 6 ພາກຄື: ການເຕີບໃຫຍ່ຂະຫຍາຍຕົວແລະ ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂົງເຂດການປົກຄອງ (ອົງການນິຕິບັນຍັດ ບໍລິຫານ ແລະ ຕຸລາກາຍ) ຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຂົງເຂດເສດຖະກິດ ຂົງເຂດວັດທະນະທຳ-ສັງຄົມ ແລະ ຂົງເຂດການພົວພັນການຕ່າງປະເທດ ແລະການເຊື່ອມໂຍງສາກົນ ມີຮູບພາບທັງໝົດ 250 ກວ່າຮູບທີ່ໄດ້ຄັດຈ້ອນເລືອກເຟັ້ນຈາກການເກັບກຳຊອກຄົ້ນຈາກບັນດາກະຊວງ ແລະ ອົງການອ້ອມຂ້າງສູນກາງ.

ງານວາງສະແດງຄັ້ງນີ້ ໄດ້ເປີດໃຫ້ອົງການຈັດຕັ້ງພັກລັດ ພະນັກງານ ທະຫານ ຕຳຫຼວດ ນັກຮຽນນັກສຶກສາ ແລະມວນຊົນທົ່ວໄປ ສາມາດເຂົ້າໄປຊົມໄດ້ນັບແຕ່ວັນທີ 11 ທັນວາ 2020 ເປັນຕົ້ນໄປ ເປີດໃຫ້ເຂົ້າຊົມວັນຈັນຫາວັນອາທິດ ເລີ່ມແຕ່ເວລາ 8.00 ເຊົ້າ-16:00 ໂມງແລງ.





# ຂ່າວ & ພາບ: ສົມສະຫວັນ