ເຄັດລັບປ້ອງກັນ “ກະດູກອ່ອນເພຍ”

Osteoporosis ຫຼື ໂລກ ກະ­ດູກ​ອ່ອນ­ເພຍ ຄື ໂລກ​ທີ່​ຄວາມ​ໜາ ແໜ້ນ ແລະ ມວນ​ຂອງ​ກະ­ດູກ​ຫຼຸດ​ໜ້ອຍ​ລົງ ກະ ດູກ​ເສື່ອມ ຜ່ອຍ ບາງ ຜິດ​ຮູບ ແລະ ແຕກ​ຫັກ ໄດ້​ງ່າຍ ກະ­ດູກ​ຈະ​ບໍ່​ສາ­ມາດ​ເຮັດ​ວຽກ ຫຼື ເຄື່ອນ ໄຫວ​ໄດ້​ຕາມ​ປົກ­ກະ­ຕິ ຊຶ່ງ​ອາດ​ສົ່ງ​ຜົນ​ເຮັດ​ໃຫ້​ພິ­ການ ໃນ​ອະ­ດີດ ມັກ​ພົບ​ໃນ​ຄົນ​ກຳ­ລັງ​ເຂົ້າ​ສູ່​ໄວ​ທອງ​ເປັນ ສ່ວນ​ຫຼາຍ ແຕ່​ວ່າ​ປັດ­ຈຸ­ບັນ ອາ­ຍຸ​ບໍ່​ຫຼາຍ ຕ່ຳ​ກວ່າ ເລກ​ຫຼັກ 5 ກໍ​ສາ­ມາດ​ພົບ ແລະ ເປັນ​ກັນ​ໄດ້ ເນື່ອງ ຈາກ​ມັກ​ບໍ່​ຄ່ອຍ​ສະ­ແດງ​ຜົນ​ໃນ​ໄລ­ຍະ​ຕົ້ນໆ ເຮັດ​ໃຫ້ ຫຼາຍ​ຄົນ​ລະ­ເລີຍ​ກວ່າ​ຈະ​ຮູ້​ຕົວ​ກໍ​ເກີດ​ການ​ເຮັດ​ວຽກ​ທີ່​ບໍ່​ສົມ​ດຸນ​ກັນ​ຂອງ​ເຊລ​ກະ­ດູກ ເຮັດ​ໃຫ້​ມີ​ການ​ສະ ຫຼາຍ​ກະ­ດູກ​ຫຼາຍ​ກວ່າ​ການ​ສ້າງ​ກະ­ດູກ ເພາະ​ມີ​ປະ ລິ​ມານ​ການ​ຊຽມ​ໃນ​ຮ່າງ­ກາຍ​ບໍ່​ພຽງ­ພໍ​ຕໍ່​ຂະ​ບວນ ການ​ສ້າງ​ກະ­ດູກ.

ວັນ​ນີ້​ເຮົາ​ຈຶງ​ນຳ​ສະ­ເໜີ​ອາ­ຫານ​ແຮ່​ທາດ​ທີ່​ຮ່າງ ກາຍ​ຕ້ອງ­ການ ເພື່ອ​ມາ​ສ້ອມ­ແຊມ​ສ່ວນ​ທີ່​ບໍ່​ດີ ຫຼື ເຕີມ​ເຕັມ​ສິ່ງ​ທີ່​ມີ​ຢູ່​ໃຫ້​ສົມ­ບູນ​ຍິງ​ຂຶ້ນ ປ້ອງ​ກັນ​ໃຫ້   ຫ່າງ​ໄກ​ໂຣກ​ກະ­ດູກ​ອ່ອນ­ເພຍ​ທີ່​ຈະ​ເຂົ້າ​ມາ​ລົບ​ກວນ ຊີ­ວິດ​ຂອງ​ທຸກໆ​ຄົນ.

1500 ມລ ຕໍ່​ວັນ ການ​ຊຽມ​ທີ່​ຂາດ​ບໍ່​ໄດ້

ບໍ່​ແມ່ນ​ພຽງ​ແຕ່​ເດັກ­ນ້ອຍ​ທີ່​ຕ້ອງ­ການ ການ​ຊຽມ ໃນ​ການ​ຈະ­ເລີນ​ເຕີບ​ໂຕ ໃນ​ໄວ​ຜູ້​ໃຫຍ່​ເອງ​ທີ່​ອາ­ຍຸ​ຕັ້ງ ແຕ່ 30 ປີ​ຂຶ້ນ​ໄປ ກໍ​ຄວນ​ຮັບ​ປະ­ທານ​ການ​ຊຽມ​ໃຫ້ ໄດ້​ຫຼາຍ​ເຖິງ 1200-1500 ມິນ​ລິ​ກຣາມ​ຕໍ່​ວັນ ເນື່ອງ ດ້ວຍ​ການ​ຊຽມ 99% ຈະ​ຢູ່​ໃນ​ກະ­ດູກ ສ່ວນ​ທີ່ ເຫຼືອ​ຈະ​ກະ­ຈາຍ​ຢູ່​ຕາມ​ຂອງ​ແຫຼວ​ຕ່າງໆ​ໃນ​ຮ່າງ ກາຍ ຊຶ່ງ​ໜ້າ­ທີ່​ຂອງ​ການ​ຊຽມ​ຄື ເຮັດ​ໃຫ້​ກະ­ດູກ ແລະ ແຂ້ວ​ແຂງ­ແຮງ ກ້າມ­ຊີ້ນ ແລະ ປະ­ສາດ​ເຮັດ ວຽກ​ເປັນ​ປົກ­ກະ­ຕິ ການ​ກະ​ຕຸ້ນ​ການ​ແຂງ​ຕົວ​ຂອງ ເລືອດ​ຫຼັງ​ການ​ບາດ­ເຈັບ ການ​ຄວບ​ຄຸມ​ການ​ເຮັດ  ວຽກ​ຂອງ​ເອັນ​ໄຊ ແລະ ການ​ເຕັ້ນ​ຂອງ​ຫົວ­ໃຈ.

ຊຶ່ງ​ແຫຼ່ງ​ອາ­ຫານ​ທີ່​ອຸ­ດົມ​ດ້ວຍ​ການ​ຊຽມ​ເຕັມ​ຂັ້ນ ທີ່​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ສານ​ອາ­ຫານ​ການ​ຊຽມ ຫຼາຍ​ພຽງ­ພໍ ນອກ­ຈາກ​ນົມ ກໍ​ໄດ້­ແກ່ ປາ​ຕົວ​ນ້ອຍ ທີ່​ຮັບ​ປະ­ທານ​ໄດ້​ທັງ​ກະ­ດູກ ຜັກ​ໃບ​ສີ­ຂຽວ ນົມ​ສົ້ມ ຖົ່ວ­ເຫຼືອງ ຖົ່ວ­ຂຽວ ໝາກ­ງາ.

ແມກ​ນີ​ຊຽມ​ຕ້ອງ​ເຖິງ

ເພາະ​ໜ້າ­ທີ່​ຂອງ​ແມກ​ນີ​ຊຽມ ຄື​ຊ່ວຍ​ຄວບ​ຄຸມ ການ​ເຮັດ​ວຽກ​ຂອງ​ຮ່າງ­ກາຍ ຜະ­ລິດ​ພະ­ລັງ­ງານ ສ້າງ​ໂປຣ​ຕີນ ແລະ ຊ່ວຍ​ການ​ຫົດ​ຕົວ​ຂອງ​ກ້າມ­ຊີ້ນ ເຮັດ​ໃຫ້​ແມກ​ນີ​ຊຽມ​ເປັນ​ສ່ວນ​ຊ່ວຍ​ຕົວ​ຮອງ​ລົງ​ມາ ທີ່​ຂາດ​ບໍ່​ໄດ້ ນອກ­ຈາກ​ນີ້ ຍັງ​ມີ​ຄວາມ​ສຳ­ຄັນ​ຕໍ່​ການ ເຜົາ​ຜານ​ຂອງ​ການ​ຊຽມ ແລະ ວິ­ຕາ­ມິນ C ໂດຍ​ໃນ​ຮ່າງ­ກາຍ​ຂອງ​ມະ­ນຸດ​ຈະ​ມີ​ແມກ​ນີ​ຊຽມ​ສະ­ເລ່ຍ​ຢູ່​ທີ່​ປະ­ມານ 21 ກຣາມ ຫຼື 21.000 ມິນ​ລິ​ກຣາມ.

ຊຶ່ງ​ອາ­ຫານ​ທີ່​ອຸ­ດົມ​ໄປ​ດ້ວຍ​ແມກ​ນີ​ຊຽມ ໄດ້­ແກ່ ທັນ​ຍະ​ພືດ ແປ້ງ ໝາກ­ຖົ່ວ​ຕ່າງໆ ລວມ​ໄປ​ເຖິງ ອາ­ຫານ​ທະ­ເລ​ຈຳ­ພວກ​ຫອຍ ສ່ວນ​ໝາກ​ໄມ້ ໄດ້ ແກ່​ກ້ວຍ ທັ້ງ​ນີ້ ອາ­ຫານ​ໂພ­ຊະ​ນາ​ການ​ເຫຼົ່າ​ນີ້​ຍັງ​ຄວນ​ຈັດ​ຫາ​ປະ­ເພດ​ທີ່​ມີ​ສານ​ອາ­ຫານ​ທອງ­ແດງ  ແມງ​ກາ​ນີ​ສ ສັງ­ກະ­ສີ ເພີ່ມ​ເສິມ​ເຂົ້າ​ໄປ​ອີກ​ດ້ວຍ ເພາະ​ຊ່ວຍ​ໃນ​ການ​ເຮັດ​ວຽກ​ຂອງ​ເອັນ​ໄຊ​ໃນ​ກົນ​ໄກ ການ​ສ້າງ​ກະ­ດູກ ແລະ ຊ່ວຍ​ເພີ່ມ​ຄວາມ​ແຂງ­ແຮງ​ຂອງ​ກະ­ດູກ​ສັນ­ຫຼັງ​ໃນ​ຜູ້­ຍິງ​ໄວ​ໝົດ​ປະ­ຈຳ​ເດືອນ.

ວິ­ຕາ­ມິນ D ຫ້າມ​ລືມ

ນອກ­ຈາກ​ມີ​ບົດ­ບາດ​ສຳ­ຄັນ​ໃນ​ການ​ຄວບ​ຄຸມ​ຂະ ບວນ​ການ​ສຳ­ຄັນ​ຕ່າງໆ​ໃນ​ຮ່າງ­ກາຍ ເຊັ່ນ ຊ່ວຍ​ຫຼຸດ ຮໍ​ໂມນ​ພາ​ຣາ​ໄທ​ຣອຍ (Parathyroid hormone) ວິ­ຕາ­ມິນ D ຍັງ​ມີ­ໜ້າ​ທີ່​ທີ່​ສຳ­ຄັນ​ຍິ່ງ​ຕໍ່​ຮ່າງ­ກາຍ ຢ່າງ ຊ່ວຍ​ການ​ດູດ​ຊຶມ​ການ​ຊຽມ ຊ່ວຍ​ໃຫ້​ກະ­ດູກ ແຂງ­ແຮງ ແລະ ປ້ອງ​ກັນ​ໂລກ​ກະ­ດູກ​ບາງ ຊຶ່ງ​ມີ ຜົນ​ຕໍ່​ຄວາມ​ແຂງ­ແຮງ​ຂອງ​ກະ­ດູກ ກ່າວ​ໄດ້​ວ່າ ຫາກ​ໄດ້​ຮັບ​ວິ­ຕາ­ມິນ D ບໍ່​ພຽງ­ພໍ ຮ່າງ­ກາຍ​ກໍ​ຈະ​ບໍ່ ສາ­ມາດ​ດູດ​ຊຶມ​ການ​ຊຽມ ຊຶ່ງ​ເປັນ​ທາດ​ທີ່​ສຳ­ຄັນ​ຕໍ່ ກະ­ດູກ​ໄດ້ ອັນ​ເປັນ​ທີ່​ມາ​ຂອງ​ກໍ­ລະ­ນີ​ການ​ເກີດ​ໂລກ​ກະ­ດູກ​ອ່ອນ­ເພຍ.

ໂດຍ​ແຫຼ່ງ​ສານ​ອາ­ຫານ​ຂອງ​ວິ­ຕາ­ມິນ D ໄດ້­ແກ່ ແສງ​ແດດ​ຕອນ​ເຊົ້າ ປາ​ທີ່​ມີ​ໄຂ­ມັນ​ສູງ​ປະ­ເພດ​ປາ ແຊວ​ມອນ ປາ­ທູ​ນ່າ ປາ­ທູ ປາ​ຊາ​ດີນ ໄຂ່ ແລະ ນົມ​ທີ່​ມີ​ການ​ເຕີມ​ວິ­ຕາ­ມິນ D.

ຈາກ​ຄຸນ​ປະ­ໂຫຍດ 3 ປະ­ການ​ຂອງ​ສັບ­ພະ​ຄຸນ ຄ່າ​ອາ­ຫານ​ທີ່​ຈະ​ຊ່ວຍ​ເສີມ ແລະ ສ້າງ​ຄວາມ​ແຂງ ແກ່ນ​ຈາກ​ມວນ​ກະ­ດູກ ສິ່ງ​ທີ່​ສຳ­ຄັນ​ທີ່​ສຸດ​ໃນ​ການ​ປ້ອງ​ກັນ​ໂລກ​ກະ­ດູກ​ອ່ອນ­ເພຍ​ທີ່​ຂາດ​ບໍ່​ໄດ້​ເລີຍ ກໍ​ຄື ການ​ອອກ­ກຳ­ລັງ​ກາຍ.

ໂດຍ​ຜູ້​ຊ່ຽວ­ຊານ​ທາງ​ດ້ານ​ກະ­ດູກ ແລະ ຂໍ່ ໄດ້ ໃຫ້​ຄວາມ​ຮູ້​ເລື່ອງ​ໂລກ​ກະ­ດູກ​ອ່ອນ­ເພຍ​ໄວ້​ໃນ​ເວັບ ໄຊ med.mahidol.ac.th ເນັ້ນ​ໃນ​ຂໍ້​ການ​ປ້ອງ​ກັນ ໂລກ​ກະ­ດູກ​ອ່ອນ­ເພຍ​ທີ່​ຄວນ​ໃສ່­ໃຈ ແລະ ຫ້າມ​ລະ ເລີຍ​ຄື ຄວນ​ຈະ​ອອກ­ກຳ­ລັງ​ກາຍ­ເປັນ​ປະ­ຈຳ​ທຸກ ວັນ ຢ່າງ​ໜ້ອຍ 20 ນາ­ທີ ເນື່ອງ​ຈາກ​ການ​ອອກ ກຳ­ລັງ​ກາຍ​ຈະ​ຊ່ວຍ​ໃນ​ເລື່ອງ​ຂອງ​ການ​ເຕີບ​ໂຕ ແລະ ແຂງ​ແກ່ນ​ຂອງ​ກະ­ດູກ ຊຶ່ງ​ຈະ​ເຮັດ​ໃຫ້­ການ ດູດ​ຊຶມ​ການ​ຊຽມ​ເປັນ​ໄປ​ໄດ້​ດ້ວຍ​ດີ ແລະ ເພີ່ມ ຄວາມ​ໜາ​ແໜ້ນ​ຂອງ​ມວນ​ກະ­ດູກ ເຮັດ​ໃຫ້​ກະ­ດູກ ແຂງ­ແຮງ ບໍ່​ແຕກ​ຫັກ​ໄດ້​ງ່າຍ ນອກ­ຈາກ​ນີ້ ຍັງ ຄວນ​ງົດ​ເຄື່ອງ​ດື່ມ​ເຫຼົ້າ ແລະ ກາ­ເຟ​ທີ່​ຈະ​ລົບ​ກວນ ສົມ​ດຸນ​ການ​ຊຽມ​ໃນ​ຮ່າງ­ກາຍ ລົບ​ກວນ​ຂະ​ບວນ ການ​ຜະ­ລິດ​ວິ­ຕາ­ມິນ D ສິ່ງ​ສຳ­ຄັນ​ຕໍ່​ກະ­ດູກ ເພາະ ຊ່ວຍ​ໃນ​ການ​ດູດ​ຊຶມ​ການ​ຊຽມ​ເຂົ້າ​ສູ່​ຮ່າງ­ກາຍ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!