ແດ່ຜູ້ນຳຂອງປວງຊົນລາວ

ວັນ​ທີ 13/12/2020 ກໍ​ພໍ­ດີ​ຄົບ​ຮ້ອຍ​ປີ​ຂອງ​ຊີ­ວິດ​ອາ​ດີດ​ຜູ້­ນຳ​ທ່ານ ໄກ­ສອນ ພົມ­ວິ­ຫານ(13/12/1920) ສິ່ງ​ທີ່​ພວກ​ເຮົາ​ສາ­ມາດ​ນຳ​ມາ​ເປັນ​ແວ່ນ​ແຍງ​ແກ່​ຊີ­ວິດ ແລະ ປະ­ຍຸກ​ໃຊ້​ໃນ​ໜ້າ​ວຽກ​ກໍ​ແມ່ນ​ບົດ­ຮຽນ​ຊີ­ວິດ​ຕົວ​ຈິງ​ຂອງ​ທ່ານ ໄກ­ສອນ ພົມ­ວິ­ຫານ ເຊິ່ງ​ມັນ​ໄດ້​ສະ­ແດງ​ອອກ​ບ່ອນ​ບົດ​ຂີດ​ຂຽນ ປື້ມ​ຕຳ­ລາ​ກ່ຽວ​ກັບ​ຊີ­ວິດ​ຂອງ​ເພິ່ນ​ທີ່​ນັກ­ວິ­ຊາ­ການ ຜູ້­ນຳ​ການ​ປະ­ຕິ­ວັດ​ໄດ້​ຂຽນ​ເຖິງ ຖ້າ­ວ່າ​ເຮົາ​ຫາກ​ອ່ານ​ສຶກ​ສາ​ຄົ້ນ­ຄວ້າ​ກໍ​ຈະ​ພົບ​ວ່າ ຄຸນ­ສົມ­ບັດ​ທີ່​ໜຶ່ງ​ໃນ​ຊີ­ວິດ​ທ່ານ ໄກ­ສອນ ນັ້ນ​ຄື​ການ​ຮຽນ​ຮູ້​ຕະ­ຫຼອດ​ເວ­ລາ.

ໃນ​ປື້ມ​ປະ­ຫວັດ​ທ່ານ ໜູ​ຮັກ ພູມ​ສະ­ຫວັນ ໄດ້​ເວົ້າ​ເຖິງ​ຕອນ​ໜຶ່ງ​ທີ່​ເພິ່ນ​ທັງ​ສອງ​ໄດ້​ພົບ​ກັນ​ຢູ່​ຮ່າ​ໂນ້ຍ ເຊິ່ງ​ທ່ານ ໄກ­ສອນ ພົມ­ວິ­ຫານ ໄດ້​ເວົ້າ​ເຖິງ​ໜັງ­ສື​ທີ່​ເພິ່ນ​ມັກ​ອ່ານ​ສອງ​ສາມ​ຫົວ ແລະ ປື້ມ​ຫົວ​ໜຶ່ງ​ທີ່​ເວົ້າ​ເຖິງ​ພະ­ລັງ​ຂອງ​ຈິດ­ໃຈ​ທີ່​ເຂັ້ມ­ແຂງ ເຊິ່ງ​ເມື່ອ​ທ່ານ​ໜູ​ຮັກ ໄດ້​ວາງ​ແຜນ​ອອກ​ຈາກ​ຄຸກ​ໂພງ​ເຄັງ ເພິ່ນ​ໄດ້​ຄິດ​ເຫັນ​ຄຳ​ເວົ້າ​ຂອງ​ທ່ານ ໄກ­ສອນ ພົມ­ວິ­ຫານ ນີ້​ແມ່ນ​ປະ­ເດັນ​ໜຶ່ງ​ທີ່​ສຳ­ຄັນ​ມັນ​ສະ­ທ້ອນ​ໃຫ້​ເຫັນ​ວ່າ ທ່ານ ໄກ­ສອນ ພົມ­ວິ­ຫານ ເປັນ​ຜູ້​ຄົ້ນ­ຄວ້າ​ສະ­ແຫວງ­ຫາ​ຄວາມ​ຮູ້​ທັງ​ຈາກ​ບຸກ­ຄົນ​ອ້ອມ​ຂ້າງ ຫຼື ຈາກ​ນັກ­ວິ­ຊາ­ການ​ຕ່າງ­ປະ­ເທດ ແລະ ໜັງ­ສື​ຕຳ­ລາ​ຕ່າງໆ ບົດ­ຮຽນ​ການ​ໃຊ້​ຊີ­ວິດ​ສຶກ​ສາ​ຄົ້ນ­ຄວ້າ​ຕະ­ຫຼອດ​ເວ­ລາ​ນັ້ນ​ມັນ​ໄດ້​ເຮັດ​ໃຫ້​ທ່ານ ໄກ­ສອນ ກາຍ­ເປັນ​ຜູ້­ນຳ​ທີ່​ມີ​ຄວາມ​ຮູ້​ສະ­ຕິ​ປັນ­ຍາ​ແຫຼມ​ຄົມ ເບິ່ງ​ບັນ­ຫາ ແລະ ຕັດ­ສິນ​ໄດ້​ຢ່າງ​ຖືກ­ຕ້ອງ.

ທ່ານ ສີ​ຊະ­ນະ ສີ​ສານ ໄດ້​ຂຽນ​ໄວ້​ກ່ຽວ​ກັບ​ຊີ­ວິດ ທ່ານ ໄກ­ສອນ ພົມ­ວິ­ຫານ ໃນ​ປື້ມ ໄກ­ສອນ ພົມ­ວິ­ຫານ ລູກ​ຂອງ​ປະ­ຊາ­ຊົນ 1991 ໜ້າ 47 ທ່ານ ໄກ­ສອນ ພົມ­ວິ­ຫານ ໄດ້​ອຸກ​ໃຈ​ນຳ​ການ­ຈັດ­ຕັ້ງ ແນວ­ທາງ​ຂອງ​ພັກ ແລະ ແຜນ­ການ​ຂອງ​ລັດ ແນວ­ທາງ​ຖືກ​ແຕ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຍັງ​ຂ້ອງ​ຄາ​ນຳ​ຫຼາຍ​ອັນ… ປະ­ເດັນ​ນີ້​ແມ່ນ​ສະ­ແດງ​ເຖິງ​ຄວາມ​ຫ່ວງ​ໄຍ​ຂອງ​ຜູ້­ນຳ​ທີ່​ສະ­ຫຼາດ ເພາະ​ຈິດ­ໃຈ​ເພິ່ນ​ໄດ້​ຄິດ​ຕິດ­ຕາມ​ແຜນ​ງານ​ທີ່​ວາງ​ອອກ​ແຕ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບາງ​ອັນ​ຍັງ​ຂ້ອງ​ຄາ ເຊິ່ງ​ຄົງ​ຈະ​ຂຶ້ນ​ກັບ​ຄົນ ເພາະ​ຄົນ​ແມ່ນ​ຜູ້​ບໍ­ລິ­ຫານ​ວຽກ ມັນ​ຈຶ່ງ​ຮຽກ­ຮ້ອງ​ໃຫ້​ພະ­ນັກ­ງານ​ເອົາ­ໃຈ­ໃສ່​ຈິງ​ໃຈ​ຕໍ່​ແນວ­ທາງ​ຂອງ​ພັກ.

ທ່ານ ພູ­ມີ ວົງ​ວິ­ຈິດ ໄດ້​ຂຽນ​ເນັ້ນ​ໄວ້​ໃນ​ປື້ມ​ຫົວ​ດຽວ​ກັນ​ວ່າ: ມື້​ທຳ​ອິດ​ເຮົາ​ໄດ້​ພົບ​ສະ­ຫາຍ ໄກ­ສອນ ພົມ­ວິ­ຫານ ສາຍ­ຕາ​ແຫຼມ​ຄົມ ສະ­ຫຼາດ​ວ່ອງ­ໄວ ປາກ​ເວົ້າ ພ້ອມ​ກັບ​ຍິ້ມ​ຢ່າງ​ມີ​ສະ​ເໜ່ ເບິ່ງ​ແຕ່​ຫົວ­ທີ​ກໍ​ຮູ້​ໂລດ​ວ່າ ສະ­ຫາຍ​ເປັນ​ຄົນ​ມີ​ຄວາມ​ຮູ້​ຄວາມ​ສາ­ມາດ​ສູງ​ແຕ່​ຖ່ອມ​ຕົນ… ຊີ­ວິດ​ທີ່​ເພິ່ນ​ອຸ­ທິດ​ແກ່​ການ​ຮຽນ​ຮູ້ ແລະ ແກ່​ຊາດ ແລະ ສັງ­ຄົມ ນັ້ນ​ເຍົາ­ວະ​ຊົນ​ໜຸ່ມ​ນ້ອຍ​ຄວນ​ສຶກ​ສາ​ໃຫ້​ຮູ້​ແຈ້ງ ແລະ ປະ­ຕິ­ບັດ​ເອົາ​ແບບ­ຢ່າງ​ທີ່​ດີ​ຂອງ​ເພິ່ນ.

..ປະ­ທານ ໄກ­ສອນ ພົມ­ວິ­ຫານ ຜູ້­ນຳ​ທີ່​ເຄົາ­ລົບ​ຮັກ​ຍືນ​ຍົງ​ໃນ​ພາ­ລະ­ກິດ​ປະ­ຕິ­ວັດ ແລະ ຢູ່​ໃນ​ດວງ​ໃຈ​ຂອງ​ປະ­ຊາ­ຊົນ​ລາວ​ຕະ­ຫຼອດ​ໄປ..

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!