ຟູດແພນດ້າ (foodpanda) ຫຼື ທີ່ຮູ້ຈັກກັນດີໃນນາມ ແພນດ້າບົວ ຜູ້ສ້າງພຶດຕິກຳການກິນແບບໃໝ່ໃຫ້ຜູ້ບໍລິໂພກໃນລາວ ທັງເປັນຜູ້ພິກວົງການຈ້າງງານພະນັກງານອິດສະຫຼະ ເບີກທາງການເຮັດວຽກຮູບແບບໃໝ່ໃຫ້ນັກຂັບຂີ່ບ້ານເຮົາ ທີ່ສຳຄັນຍັງເປັນຜູ້ພັດທະນາຊ່ອງທາງການຂາຍໃຫ້ຮ້ານອາຫານ ຈົນກາຍ ເປັນຜູ້ນຳດ້ານການຈັດສົ່ງອາຫານອັນດັບໜຶ່ງໃນປະເທດລາວ foodpanda ເລີ່ມເຂົ້າມາມີບົດບາດ ແລະ ເປີດໃຫ້ບໍລິການເປັນທາງການໃນເດືອນພະຈິກ 2019 ເປັນຕົ້ນມາ ເຊິ່ງເປັນຄວາມທ້າທາຍຢ່າງຍິ່ງທີ່ບໍລິ ສັດເດລິເວີຣີ່ລະດັບສາກົນ ຕັດສິນໃຈເຂົ້າມາລົງທຶນໃນລາວ ເນື່ອງຈາກເປັນເຄື່ອງມືການຊື້ອາຫານ “ທາງອອນລາຍ” ຈຶ່ງເປັນສິ່ງແປກໃໝ່ສຳລັບຄົນລາວ ແຕ່ດ້ວຍກົນລະຍຸດ ແລະ ຄວາມເອົາໃຈໃສ່ຕໍ່ສິ່ງທ້າທາຍເຫຼົ່ານັ້ນ ຟູດແພນດ້າລາວ ຈຶ່ງສາມາດຢືນເປັນອັນດັບໜຶ່ງໄດ້ໃນອຸດສາຫະກຳປະເພດນີ້.

ການເຂົ້າມາຂອງ foodpanda ນອກຈາກຕັ້ງໃຈເຂົ້າມາເປັນຜູ້ໃຫ້ບໍລິການດ້ານການຈັດສົ່ງອາຫານແລ້ວ ຄະນະຜູ້ບໍລິຫານຍັງມຸ້ງໝັ້ນໃຫ້ ຟູດແພນດ້າລາວ ເປັນອົງກອນໜຶ່ງໃນການສ້າງບຸກຄະລາກອນທີ່ມີຄຸນນະພາບໃຫ້ປະເທດລາວ ໂດຍການນຳໃຊ້ຫຼັກວິຊາການ ມາຕະຖານຂອງການບໍລິການອັນດຽວກັບບໍລິ ສັດແມ່ ແລະ ຟູດແພນດ້າປະເທດຕ່າງ ເພື່ອຄົງໄວ້ເຊິ່ງຄວາມເພິ່ງພໍໃຈຂອງຄູ່ຮ່ວມທຸລະກິດ ນັບແຕ່ມື້ເລີ່ມໃຫ້ບໍລິການເຖິງປັດຈຸບັນ ຟູດແພນດ້າລາວ ສາມາດສ້າງບຸກຄະລາກອນທີ່ມີຄຸນນະພາບໄດ້ຫຼາຍກວ່າຮ້ອຍຄົນ ແລະ ມີພະນັກງານຂົນສົ່ງອິດສະຫຼະ (rider) ອີກຫຼາຍກວ່າພັນຄົນໃນທົ່ວປະເທດ.

ນອກຈາກສິ່ງທ້າທາຍທີ່ກ່າວມາເບື້ອງຕົ້ນ ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ອັນເປັນເຫດໃຫ້ມີການຈຳກັດການເດີນທາງ (Lock Down) ເກີດຂຶ້ນ ຟູດແພນດ້າລາວ ກໍບໍ່ເມີນເສີຍກັບບັນຫາດັ່ງກ່າວ ແຕ່ທາງກັບກັນ ຟູດແພນດ້າ ຍັງໄດ້ພິກບົດບາດກາຍເປັນຜູ້ຍື່ນມືຊ່ວຍເຫຼືອບັນດາຜູ້ປະກອບການດ້ານອາຫານ ທັງເກົ່າ ແລະ ໃໝ່ ໄດ້ຫຼາຍທີ່ສຸດ ດ້ວຍວິໄສທັດ ແລະ ມຸ້ງໝັ້ນຕັ້ງໃຈ ຈຶ່ງເຮັດໃຫ້ ຟູດແພນດ້າລາວ ຫັນວິກິດ ແລະ ພິກໃຫ້ເປັນໂອກາດກ້າວຂ້າມຂີດຈຳກັດໃນຂະນະນັ້ນ ດ້ວຍການຂະຫຍາຍ rider ໃຫ້ຫຼາຍຂຶ້ນ ພ້ອມທັງເນັ້ນມາດຕາການຕ່າງໆທີ່ບໍ່ຂັດກັບທາງພາກລັດ ສົ່ງເສີມໃຫ້ທຸລະກິດຮ້ານອາ ຫານຂະໜາດກາງ-ນ້ອຍ ລວມເຖິງຜູ້ປະກອບການທີ່ບໍ່ມີໜ້າຮ້ານ ຟູດແພນດ້າລາວ ຍັງໃຫ້ການສົ່ງເສີມແບບເທົ່າທຽບ ຈົນກາຍເປັນໜຶ່ງຊ່ອງທາງເພີ່ມລາຍໄດ້ສູງ ແລະ ກາຍເປັນຜູ້ສ້າງວັດທະນະທຳໃໝ່ໃນການກິນໃຫ້ຄົນລາວທີ່ຢູ່ນະຄອນຫຼວງວຽງຈັນ ແລະ ຂະຫຍາຍໄປຕາມແຂວງໃຫຍ່ໆທົ່ວປະເທດ.

ໄລຍະເວລາ 1 ປີ ຟູດແພນດ້າລາວ ສາມາດຂະຫຍາຍຮ້ານຄ້າເຂົ້າໃນລະບົບໄດ້ຢ່າງຫຼວງຫຼາຍ ທົ່ວປະເທດ ເຊິ່ງເປັນການຂະຫຍາຍຕົວຢ່າງກ້າວກະໂດດສຳລັບຕະຫຼາດລາວ ແລະ ມີທ່າທີຈະເຕີບໂຕຢ່າງຕໍ່ເນື່ອງໃນປີ 2021 ສະແດງອອກຈາກຍອດການສັ່ງອາຫານແບບອອນລາຍແຕ່ລະເດືອນ ແລະ ຍອດຜູ້ຊົມໃຊ້ແອັບພຣິເຄຊັ້ນເພີ່ມຂຶ້ນ ການເຕີບໂຕຂອງຮ້ານຄ້າ ກໍໝາຍເຖິງການເຕີບໃຫຍ່ຂະຫຍາຍຕົວດ້ານບຸກຄະລາກອນຈັດສົ່ງອາຫານ ປັດຈຸບັນມີ rider ທີ່ພ້ອມຈັດສົ່ງອາຫານຫຼາຍກວ່າ 1.000 ຊີວິດ ກວມ 10 ແຂວງ ແລະ ຍັງມີແຜນຂະຫຍາຍໄປທົ່ວປະເທດ ໃນປີ 2021 ຍ້ອນ foodpanda ຍຶດຖືລາ ຄາທີ່ຖືກກວ່າ ແລະ ການຈັດສົ່ງທີ່ວ່ອງໄວທັນໃຈ ການໃສ່ໃຈເຖິງການສານສຳພັນກັບລູກຄ້າ ເອົາໃຈໃສ່ພັດທະນາສົ່ງເສີມການຂາຍທີ່ມີຄວາມຫຼວງຫຼາຍ ເຊິ່ງໄລຍະຜ່ານມາ foodpanda ໄດ້ສະແດງທ່າແຮງຄວາມໝັ້ນຄົງ ການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ສາມາດສ້າງລາຍຮັບໄດ້ຢ່າງແທ້ຈິງ ຈຶ່ງກາຍເປັນທາງເລືອກໃຫ້ເຈົ້າຂອງທຸລະກິດ ກໍຄືຮ້ານຄ້າ ຮ້ານອາຫານປະເພດຕ່າງໆ ຕັດສິນໃຈໃນການເຂົ້າຮ່ວມທຸລະກິດ ກັບ foodpanda ພາຍຫຼັງຮ້ານຄ້າ ຮ້ານອາຫານເຂົ້າຮ່ວມແລ້ວ ທີມງານຟູດແພນດ້າລາວ ໄດ້ຕັ້ງໃຈຊຸກຍູ້ ສະໜັບສະໜູນ ດ້ວຍການເຮັດການຕະຫຼາດຮູບແບບໃໝ່ຢູ່ຕະຫຼອດເວລາ ສ້າງຄວາມແປກໃໝ່ໃຫ້ ຜູ້ບໍລິໂພກ ແລະ ເພີ່ມຍອດຂາຍໃຫ້ຮ້ານຄ້າຫຼາຍຂຶ້ນ ການພັດທະນາຟັງຊັ້ນຂອງແອັບພຣິເຄຊັ້ນ ການເພິ່ມກິດຈະກຳສະສົມຕ່າງໆ ເພື່ອຄືນກຳໄລໃຫ້ຜູ້ບໍລິໂພກ ເພື່ອເປັນຫຼາຍກວ່າຜູ້ນຳດ້ານການຈັດສົ່ງອາຫານ.