ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຮ່ວມກັບສູນກາງສະຫະພັນແມ່ຍິງລາວ ກອງທຶນສຳລັບປະຊາກອນ ອົງການສະຫະປະຊາຊາດ (UNFPA) ປະຈຳລາວ ແລະ ອົງການຮ່ວມມືສາກົນເກົາຫຼີ (KOICA) ໄດ້ເປີດໂຄງການຮ່ວມມືປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເພື່ອສ້າງຄວາມເຂັ້ມແຂງໃນຂະແໜງການດັ່ງກ່າວ ຂຶ້ນວັນທີ 10 ທັນວາ 2020 ຢູ່ອົງການສະຫະປະຊາຊາດ (ສປຊ) ໂດຍເປັນປະທານຂອງທ່ານ ນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ ທ່ານ ນາງ ແຄດເທີລີນ ເຟືອງ ຜູ້ຕາງໜ້າອົງການ UNDP ປະຈຳລາວ ມີຄະນະຜູ້ປະສານງານໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ບົວຈັນ ສີຫານາດ ກ່າວວ່າ: ໂຄງການນີ້ ຈະດຳເນີນເປັນເວລາ 4 ປີ ເລີ່ມແຕ່ເດືອນທັນວາປີ 2020 ເຖິງເດືອນພະຈິກ 2024 ດ້ວຍທຶນທັງໝົດ 2,7 ລ້ານໂດລາສະຫະລັດ ຫຼື ປະມານ 25 ຕື້ກີບ ໂດຍໂຄງການດັ່ງກ່າວຈະໄດ້ເຊື່ອມສານເຂົ້າໃນວຽກງານບົດບາດຍິງ-ຊາຍ ເຂົ້າໃນວາລະແຜນການພັດທະນາແຫ່ງຊາດຂອງ ສປປ ລາວ ແລະ ຈະປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງແຫ່ງຊາດຄັ້ງທີ 8 ແຜນດຳເນີນງານແຫ່ງຊາດ ເພື່ອການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ໃນປີ 2021-2025 ພ້ອມນັ້ນ ຍັງຈະປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານພາກພື້ນອາຊຽນ ວ່າດ້ວຍການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ລະດັບສາກົນ ແລະ ປະກອບສ່ວນໂດຍກົງໃຫ້ແກ່ການບັນລຸເປົ້າໝາຍທີ 5 ແລະ ເປົ້າໝາຍທີ 16 ຂອງເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDG ຂອງລາວ ໃຫ້ມີຜົນສຳເລັດເທື່ອລະກ້າວ.
ທ່ານ ນາງ ແຄດເທີລີນ ເຟືອງ ຮອງຜູ້ຕາງໜ້າ ອົງການ UNDP ປະຈຳລາວ ກ່າວຕື່ມວ່າ: ດ້ວຍຄວາມເຫັນດີເຫັນພ້ອມໃນທົ່ວໂລກ ທີ່ນັບມື້ນັບຮັບຮູ້ຄວາມຮຸນແຮງຕໍ່ແມ່ຍິງ ວ່າເປັນການລະເມີດສິດທິມະນຸດຂັ້ນພື້ນຖານທີ່ຮ້າຍແຮງ ເຊິ່ງບັນຫາດັ່ງກ່າວ ແມ່ນເຫັນໄດ້ຫຼາຍຂຶ້ນໃນທຸກພາກສ່ວນຂອງສັງຄົມ ລວມທັງ ສປປ ລາວ ແລະ ໃນປີ 2020 ນີ້ ຍັງໄດ້ມີການແຜ່ລະບາດຂອງໂຄວິດ-19 ເຮັດໃຫ້ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍໃນສັງຄົມມີຫຼາຍຂຶ້ນ ດັ່ງນັ້ນ ພວກເຮົາຕ້ອງໄດ້ພ້ອມກັນແກ້ໄຂບັນຫາດັ່ງກ່າວ ໃຫ້ໝົດໄປຈາກສັງຄົມ.
# ຂ່າວ & ພາບ: ລັດເວລາ