ທ່ານ ແກ້ວລຳພອນ ແສງສຸລິເດດ ຜູ້ອຳນວຍການບໍລິສັດແກ້ວທະວີຄູນ ເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດວ່າ: ບໍລິສັດແກ້ວທະວີຄູນເພີ່ມພູນຊັບ ຂາອອກ-ຂາເຂົ້າ ໄດ້ໄປຊຸກຍູ້ສົ່ງເສີມປະຊາຊົນແຂວງໄຊສົມບູນຜະລິດກະສິກຳເປັນຕົ້ນປູກໄມ້ໃຫ້ໝາກ ປະເພດໝາກກ້ຽງ ໝາກລຳໄຍ ໝາກເງາະ ໝາກດິນຈີ່ ໝາກອາໂວກາໂດປອດສານພິດ ພືດຜັກອິນຊີ ແລະ ດອກໄມ້ເມືອງໜາວ ໂດຍຈະເລີ່ມປະຕິບັດໂຄງການປີ 2022 ເປັນຕົ້ນໄປ ໂດຍປະຕິບັດຍະໂຍບາຍຂອງລັດຖະບານ ສອງບວກສາມເປົ້າໝາຍ ເພື່ອຊ່ວຍສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ປະຊາຊົນໃຫ້ເຂົາເຈົ້າຫຼຸດພົ້ນອອກຈາກຄວາມທຸກຍາກ.

ໃນເບື້ອງຕົ້ນ ປີ 2020 ບໍລິສັດໄດ້ຮ່ວມມືກັບປະຊາຊົນບ້ານນ້ຳຊານ ເມືອງລ້ອງແຈ້ງ 10 ຄົນ ທີ່ປູກໝາກກ້ຽງປອດສານພິດ ໂດຍບໍລິສັດເປັນການຕະຫຼາດໃຫ້ ເຊິ່ງໄດ້ນຳເອົາຜົນຜະລິດມາຂາຍຢູ່ນະຄອນຫຼວງວຽງຈັນ ເປັນຕົ້ນ ຢູ່ຕະຫຼາດກະສິກຳອິນຊີ ເດີ່ນສູນການຄ້າລາວ-ໄອເຕັກ ຂາຍທຸກຕອນເຊົ້າວັນພຸດ ແລະ ວັນເສົາ ເຊິ່ງການຮ່ວມມືຂອງບໍລັດ ເປັນການສານຕໍ່ໂຄງການຂອງພະແນກກະສິກຳ ແລະ ປ່າໄມ້ແຂວງໄຊສົມບູນ ທີ່ໄປຊຸກຍູ້ສົ່ງເສີມປະຊາຊົນປູກ ໝາກກ້ຽງເປັນສິນຄ້າ ແຕ່ຍັງຂາດດ້ານການຕະຫຼາດ ດັ່ງນັ້ນ ບໍລິສັດຈຶ່ງເຂົ້າມາຊ່ວຍດ້ານການຕະຫຼາດໃຫ້ປະຊາຊົນໃນຈຳນວນ 10 ຄອບຄົວ ຜົນຜະລິດລະດູໜຶ່ງໄດ້ 200 ໂຕນ ສ້າງລາຍຮັບໄດ້ 200 ລ້ານກີບ.



# ຂ່າວ & ພາບ: ສົມສະຫວັນ