ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ໂອ້ລົມຜ່ານລະບົບທາງໄກ ກັບທ່ານ ນາງ ອາດາຈິຊາ ອາເບີຕີນາ ຊາເວຍ ໄຣສ ມາກໂນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືແຫ່ງສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ລາວ ແລະ ຕີມໍ-ເລສເຕ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ໃນວັນທີ 10 ທັນວາ 2020 ຢູ່ກະຊວງການຕ່າງປະເທດ.

ການໂອ້ລົມຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຕະຫຼອດໄລຍະຫຼາຍກວ່າ 2 ທົດສະວັດຜ່ານມາ ນັບແຕ່ສອງປະເທດໄດ້ມີການສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 29 ກໍລະກົດ 2002 ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ເຊິ່ງຫຼ້າສຸດ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເດີນທາງຢ້ຽມຢາມ ຕີມໍ-ເລສເຕ ໃນນາມຜູ້ຕາງໜ້າພິເສດຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງວັນລົງປະຊາມະຕິປະກາດເອກະລາດ ຄົບຮອບ 20 ປີ ຂອງຕີມໍ-ເລສເຕ ໃນວັນທີ 30 ສິງຫາ 2019 ຜ່ານມາ ແລະ ທ່ານ Dionisio da Costa Babo Soares ລັດຖະມົນຕີຕ່າງປະເທດ ແລະ ການຮ່ວມມື ແຫ່ງສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ກໍໄດ້ຢ້ຽມຢາມທາງການ ສປປ ລາວ ໃນວັນທີ 5-8 ມິຖຸນາ 2019 ຜ່ານມາ.

ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ ໃນການຮ່ວມມືທາງດ້ານເສດຖະກິດຮ່ວມກັນ ກໍຄືຄວາມເປັນໄປໄດ້ໃນການແລກປ່ຽນດິນປຸກສ້າງສະຖານທູດ ຢູ່ປະເທດຂອງກັນ ແລະ ກັນໃນອະນາຄົດ ສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ ແລະ ການຮ່ວມມືໃນຂອບອາຊຽນ ເຊິ່ງປະເທດຕີມໍ-ເລສເຕ ພວມສະໝັກເຂົ້າເປັນສະມາຊິກຂອງອົງການດັ່ງກ່າວ.
ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ຝ່າຍຕີມໍ-ເລສເຕ ທີ່ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນກັນນ້ຳ ເຊປຽນ-ເຊນ້ຳນ້ອຍແຕກ ຢູ່ແຂວງອັດຕະປື ໃນມູນຄ່າ 750.000 ໂດລາສະຫະລັດ ໃນປີ 2018 ທີ່ຜ່ານມາ ແລະ ການຊ່ວຍເຫຼືອອື່ນໆ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວນັບມື້ດີຂຶ້ນເລື້ອຍໆ.
# ຂ່າວ & ພາບ: ລັດເວລາ