ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການເງິນ ຈັດກອງປະຊຸມເຜີຍແຜ່ເອກະສານເນື່ອງໃນວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ໃນວັນທີ 10 ທັນວາ 2020 ທີ່ກະຊວງດັ່ງກ່າວ ເປັນປະທານຂອງທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ ຮອງປະທານກຳມາທິການເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງການເງິນ ມີບັນດາຜູ້ຕາງໜ້າຈາກກົມ ສະຖາບັນ ແລະ ສະມາຊິກເອື້ອຍນ້ອງແມ່ຍິງເຂົ້າຮ່ວມ.

ທ່ານ ນາງ ມະນີວອນ ຫຼວງສົມບັດ ຮອງຫົວໜ້າກອງເລຂາຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ສະເໜີປະຫວັດຄວາມເປັນມາ ວັນສາກົນລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ການສະເຫຼີມສະຫຼອງວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ປີນີ້ຄົບຮອບ 20 ປີ (25/11/2000-25/11/2020) ແລະ ການຈັດຕັ້ງຂະບວນການສະເຫຼີມສະຫຼອງວັນສົນທິສັນຍາວ່າດ້ວຍສິດທິເດັກ ທັງໜົດນີ້ ເພື່ອຍົກສູງຄວາມຮູ້ ຄວາມເຂົ້າໃຈໃຫ້ພະນັກງານພາຍໃນກະຊວງການເງິນ ໄດ້ເຂົ້າໃຈເນື້ອໃນລວມອັນສຳຄັນໃນການຈັດຕັ້ງປະຕິບັດການສຶກສາອົບຮົມເດັກຂອງອົງການຈັດຕັ້ງລັດ ແລະ ສັງຄົມ ໃຫ້ຖືກຕ້ອງຕາມເນື້ອໃນ ແລະ ບົດຮຽນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.


# ຂ່າວ & ພາບ: ຂັນທະວີ