ກອງປະຊຸມວິຊາການປະຈຳປີ ຄັ້ງທີ II ຂອງສະມາຄົມແພດພະຍາດຊຶມເຊື້ອລາວ ຈັດຂຶ້ນວັນທີ 10-11 ທັນວາ 2020 ຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ມາຍຟອງ ມາຍ ຊາຍ ປະທານສະມາຄົມແພດພະຍາດຊຶມເຊື້ອລາວ ມີທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຜູ້ຕາງໜ້າຈາກບັນດາກົມ ສະຖາບັນ ສູນ ໂຮງໝໍ ພາກວິຊາ ສະມາຄົມແພດສາຂາຕ່າງໆອ້ອມຂ້າງກະຊວງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈຸດປະສົງເພື່ອຍົກສູງຄວາມຮູ້ ຄວາມສາມາດຂອງແພດຂະແໜງພະຍາດຊຶມເຊື້ອ ທາງດ້ານການບົ່ງມະຕິ ແລະ ປິ່ນປົວພະຍາດຊຶມເຊື້ອ ທີ່ມັກພົບເຫັນເປັນປະຈຳໃນ ສປປ ລາວ ພ້ອມທັງສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບທາງດ້ານວິຊາການຂະແໜງທີ່ກ່ຽວຂ້ອງ ແນໃສ່ເຮັດໃຫ້ວຽກງານຮັກສາສຸຂະພາບໃນຂະແໜງການດັ່ງກ່າວ ໃຫ້ມີການພັດທະນາ ມີຄວາມທັນສະໄໝ ເຂັ້ມແຂງ ແລະ ໜັກແໜ້ນ ຫຍັບເຂົ້າສູ່ມາດຕະຖານຂອງລະດັບພາກພື້ນ ແລະ ສາກົນເທື່ອລະກ້າວ.


# ຂ່າວ & ພາບ: ຊິລິການດາ