ກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ເອກະຊົນລາວ-ຍີ່ປຸ່ນ ຄັ້ງທີ 14 ຈັດຂຶ້ນວັນທີ 9 ທັນ ວາ 2020 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ຮ່ວມເປັນປະທານມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວນີ້ ແມ່ນກົນໄກສົນທະນາເພື່ອແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ແລະ ຊອກຫາວິທີການແກ້ໄຂຮ່ວມກັນລະຫວ່າງຝ່າຍຍີ່ປຸ່ນ ແລະ ຝ່າຍລາວ ທັງພາກລັດ ແລະ ເອກະຊົນ ໂດຍການບອກແຈ້ງເຖິງບັນຫາທີ່ກ່ຽວກັບສະພາບແວດລ້ອມການລົງທຶນ ທີ່ບໍລິສັດຍີ່ປຸ່ນທີ່ມາລົງທຶນໃນປະເທດລາວກຳລັງພົບພໍ້ຢູ່ ໃຫ້ແກ່ລັດຖະບານລາວໂດຍກົງ ເພື່ອຍົກລະດັບສະພາບແວດລ້ອມການລົງທຶນ ແລະ ດຶງດູດການລົງທຶນຈາກປະເທດຍີ່ປຸ່ນ ໃຫ້ມາເຮັດທຸລະກິດທີ່ປະເທດລາວໃຫ້ຫຼາຍຂຶ້ນ.
# ຂ່າວ & ພາບ: ຊິລິການດາ