ເດືອນຜ່ານມາ ຄົນລາວຕາຍຍ້ອນອຸບັດເຫດເກືອບ 100 ຄົນ

ຈາກ​ຂໍ້​ມູນ​ຂອງ​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໃຫ້​ຮູ້​ວ່າ: ເດືອນ​ພະ­ຈິກ 2020 ຜ່ານ​ມາ ທົ່ວ​ປະ­ເທດ​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 666 ກໍ­ລະ­ນີ ມີ​ຜູ້​ເສຍ​ຊີ­ວິດ​ຈຳ­ນວນ 97 ຄົນ ທຽບ­ໃສ່​ເດືອນ​ຕຸ­ລາ ການ​ເກີດ​ອຸ­ບັດ­ເຫດ​ແມ່ນ​ເພີ່ມ​ຂຶ້ນ 62 ກໍ­ລະ­ນີ ແລະ ຄົນ​ເສຍ​ຊີ­ວິດ​ກໍ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ ຄື 18 ຄົນ ເຊິ່ງ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຄົນ​ເສຍ​ຊີ­ວິດ​ຫຼາຍ​ກວ່າ​ໝູ່ ຮອງ​ລົງ​ມາ​ແມ່ນ​ແຂວງ​ສະ­ຫວັນ​ນະ​ເຂດ ລວມ​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ທັງ​ໝົດ​ປະ­ມານ 11 ຕື້​ກວ່າ​ກີບ.

ການ​ເກີດ​ອຸ­ບັດ­ເຫດ​ໃນ​ແຕ່​ລະ​ຄັ້ງ ເຮັດ​ໃຫ້​ມີ​ພາ­ຫະ­ນະ​ເປ່​ເພ​ທັງ​ໝົດ 1.185 ຄັນ ໃນ​ນີ້ ເປ່​ເພ​ເລັກ​ໜ້ອຍ 586 ຄັນ ສົມ­ຄວນ 573 ຄັນ ໃຊ້​ການ​ບໍ່​ໄດ້ 26 ຄັນ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ທັງ​ໝົດ 1.074 ຄົນ ໃນ​ນີ້ ໄດ້​ຮັບ​ບາດ­ເຈັບ​ເລັກ​ໜ້ອຍ 496 ຄົນ ສົມ­ຄວນ 459 ຄົນ ສາ­ຫັດ 119 ຄົນ ແລະ ມີ​ຄົນ​ເສຍ​ຊີ­ວິດ​ທັງ​ໝົດ 97 ຄົນ ຍິງ 38 ຄົນ ເຊິ່ງ​ການ​ເກີດ​ອຸ­ບັດ ເຫດ​ສ່ວນ​ໃຫຍ່ ແມ່ນ​ເກີດ​ມາ​ຈາກ​ນັກ​ຂັບ​ຂີ່​ດື່ມ​ສິ່ງ​ມຶນ­ເມົາ 239 ກໍ­ລະ­ນີ ແລະ ໃຊ້​ຄວາມ​ໄວ​ເກີນ​ກວ່າ​ກົດ­ໝາຍ​ກຳ­ນົດ 79 ກໍ­ລະ­ນີ ແລະ ອື່ນໆ.

ອີງ​ຕາມ​ສະ­ຖິ­ຕິ​ການ​ເກີດ​ອຸ­ບັດ­ເຫດ ນະ­ຄອນ­ຫຼວງ​ວຽງ​ຈັນ​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ 145 ຄັ້ງ ເສຍ​ຊີ­ວິດ 25 ຄົນ ຜົ້ງ​ສາ­ລີ 12 ຄັ້ງ ເສຍ​ຊີ­ວິດ 0 ຄົນ ອຸ­ດົມ​ໄຊ 29 ຄັ້ງ ເສຍ​ຊີ­ວິດ 3 ຄົນ ຫຼວງ​ນ້ຳ​ທາ 50 ຄັ້ງ ເສຍ​ຊີ­ວິດ 5 ຄົນ ບໍ່​ແກ້ວ 14 ຄັ້ງ ເສຍ​ຊີ­ວິດ 2 ຄົນ ໄຊ​ຍະ​ບູ​ລີ 33 ຄັ້ງ ເສຍ​ຊີ­ວິດ 6 ຄົນ ຫຼວງ​ພະ​ບາງ 64 ຄັ້ງ ເສຍ​ຊີ­ວິດ 6 ຄົນ ຫົວ­ພັນ 9 ຄັ້ງ ເສຍ​ຊີ­ວິດ 3 ຄົນ ຊຽງ​ຂວາງ 19 ຄັ້ງ ເສຍ​ຊີ­ວິດ 4 ຄົນ ໄຊ​ສົມ­ບູນ 7 ຄັ້ງ ເສຍ​ຊີ­ວິດ 1 ຄົນ ວຽງ​ຈັນ 58 ຄັ້ງ ເສຍ​ຊີ­ວິດ 6 ຄົນ ບໍ​ລິ​ຄຳ​ໄຊ 33 ຄັ້ງ ເສຍ​ຊີ­ວິດ 7 ຄົນ ຄຳ​ມ່ວນ 10 ຄັ້ງ ເສຍ​ຊີ­ວິດ 2 ຄົນ ສະ­ຫວັນ​ນະ​ເຂດ 71 ຄັ້ງ ເສຍ​ຊີ­ວິດ 14 ຄົນ ສາ­ລະ​ວັນ 16 ຄັ້ງ ເສຍ​ຊີ­ວິດ 0 ຄົນ ຈຳ­ປາ​ສັກ 67 ຄັ້ງ ເສຍ​ຊີ­ວິດ 9 ຄົນ ເຊ​ກອງ 13 ຄັ້ງ ເສຍ​ຊີ­ວິດ 1 ຄົນ ແລະ ແຂວງ​ອັດ​ຕະ​ປື 16 ຄັ້ງ ເສຍ​ຊີ­ວິດ 3 ຄົນ.

# ຂ່າວ & ພາບ: ຊິ​ລິ​ການ​ດາ

error: Content is protected !!