ພິທີເຊັນ ມອບ-ຮັບ ການຄຸ້ມຄອງ ຕິດຕັ້ງ ສ້ອມແປງ ແລະ ປົກປັກຮັກສາລະບົບໄຟອຳນາດທີ່ນຳໃຊ້ພະລັງງານແສງຕາເວັນໃນນະຄອນຫຼວງວຽງຈັນ (ນວ) ລະຫວ່າງທ່ານ ສີວອນ ຊັບທະວີ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນວ ແລະ ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໃນວັນທີ 9 ທັນວາ 2020 ທີ່ພະແນກ ຍທຂ ນວ ໂດຍມີທ່ານ ປອ ນາງ ບົວວອນ ສຸກລາແສງ ຫົວໜ້າຫ້ອງ ວ່າການປົກຄອງ ນວ ທ່ານນາງ ໄພວັນ ແກ້ວບັນດິດ ຮອງຫົວໜ້າກົມຂົນສົ່ງ ກະຊວງ ຍທຂ ພ້ອມດ້ວຍທ່ານຜູ້ຕາງ ໜ້າຈາກພະແນກການ ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ສີວອນ ຊັບທະວີ ໄດ້ແຈ້ງໃຫ້ຊາບວ່າ: ຕະຫຼອດໄລຍະຜ່ານມາ ແຕ່ປີ 2015 ມາເຖິງປັດຈຸບັນ ລະບົບໄຟອຳນາດທີ່ນຳໃຊ້ພະລັງງານແສງຕາເວັນໃນ ນວ 25 ຈຸດ ພະແນກ ຍທຂ ນວ ເປັນຜູ້ຄຸ້ມຄອງ ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 678/ຈນວ ລົງວັນທີ 27 ຕຸລາ 2020 ວ່າດ້ວຍການມອບ-ຮັບການຄຸ້ມຄອງ ສ້ອມແປງ ຕິດຕັ້ງ ແລະ ປົກປັກຮັກສາລະບົບໄຟອຳນາດນຳໃຊ້ພະລັງງານແສງຕາເວັນ ໃນ ນວ ທັງໝົດ 25 ໃຫ້ແກ່ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເປັນຜູ້ຮັບຜິດຊອບ ແລະ ຄຸ້ມຄອງແທນ ແລະ ມີພິທີມອບ-ຮັບ ຢ່າງເປັນທາງການ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຕໍ່ໄປ.

# ຂ່າວ & ພາບ: ບຸນມີ