ຈັດເປັນຍອດອາຫານເສີມທີ່ນິຍົມເລືອກໃຊ້ບຳລຸງສຸຂະພາບທຸກໄວ ສຳລັບ “ນ້ຳມັນປາ” ເນື່ອງຈາກເຕັມໄປດ້ວຍສານອາຫານ ແລະ ຄຸນປະໂຫຍດເຫຼືອລົ້ນ ເຊັ່ນ DHA ຊ່ວຍບຳລຸງຫົວໃຈ EPA ຊ່ວຍສ້າງ ແລະ ສ້ອມແຊມເຊລ ລວມທັງການສ້າງຄວາມແຂງແຮງໃຫ້ກັບເຊລໂອເມກາ-3 ບຳລຸງສະໝອງ ແລະ ຊ່ວຍຫຼຸດຄວາມສ່ຽງໃນການເກີດຂອງໂຣກຫົວໃຈ ຊະລໍໄວຄືນຄວາມອ່ອນກວ່າໄວ ໃຫ້ຜິວພັນເປັ່ງປັ່ງສົດໃສ ຄວບຄຸມລະດັບໄຂມັນໃນເລືອດ ຄວາມດັນເລືອດ ພັດທະນາລະບົບປະສາດ ແລະ ສະໝອງ ບັນເທົາອາການປວດອັກເສບຈາກໂລກທີ່ກ່ຽວກັບກະດູກ ແລະ ປິ່ນປົວກ້າມຊີ້ນທີ່ໄຮ້ໄຂມັນ (Lean muscle) ໃນຜູ້ປ່ວຍມະເຮັງ.
ແຕ່ຄຽງຄູ່ກັບຄຸນປະໂຫຍດ ກໍຍັງມີຜົນຂ້າງຄຽງທີ່ຄວນລະວັງ ເນື່ອງຈາກໂອເມກາ-3 ໃນນ້ຳມັນປາ ຈະມີຄຸນສົມບັດໃນການຕ້ານການເກາະກຸ່ມຂອງເກັດເລືອດ ແລະ ເຮັດໃຫ້ເລືອດຢຸດໄຫຼຊ້າລົງໄດ້ ຜູ້ທີ່ມີຄວາມສ່ຽງຕໍ່ການມີເລືອດອອກ ຄວາມດັນເລືອດຕ່ຳ ຄໍເລສເຕີຣອລເພີ່ມວິຕາມິນ E ຫຼຸດລົງ ສົ່ງຜົນໃຫ້ເກີດຄວາມເສຍຫາຍຂອງລະບົບປະສາດ.
ທັ້ງນີ້ ປະລິມານທີ່ເໝາະສົມບໍ່ຄວນບໍລິໂພກນ້ຳມັນປາຊະນິດ EPA ແລະ ຊະນິດ DHA ທີ່ເປັນອາຫານເສີມເກີນວັນລະ 2 ກຣາມ ແລະ ທັ້ງນີ້ ການບໍລິໂພກນ້ຳມັນປາທັງ 2 ຊະນິດ ທັງຈາກການບໍລິໂພກອາຫານ ແລະ ອາຫານເສີມ ເມື່ອລວມກັນແລ້ວ ບໍ່ຄວນເກີນ 3 ກຣາມ/ວັນ ທີ່ສຳຄັນ ຄວນຮັບສານອາຫານຈາກທຳມະຊາດຈາກປາແຊວມອນ ປາຊາດີນ ປາທູນ່າ ຫຼື ນ້ຳມັນໝາກພ້າວ ເປັນການດີທີ່ສຸດ.
ໂດຍຂໍ້ຄວນລະວັງເຫຼົ່ານີ້ໄດ້ແກ່
1. ຜູ້ທີ່ດື່ມເຫຼົ້າເປັນປະຈຳ ຫຼື ຜູ້ທີ່ຮັບປະທານຢາຈຳພວກແອສໄພຣິນ ຫຼື ວາຣ໌ຟາຣິນ ລວມໄປເຖິງຜູ້ທີ່ກຳລັງຈະເຂົ້າຮັບການຜ່າຕັດ ຜູ້ທີ່ມີແຜໃນກະເພາະອາຫານ ເນື່ອງຈາກຄຸນສົມບັດຂອງນ້ຳມັນປາ ຊ່ວຍຫຼຸດການແຂງຕົວຂອງເລືອດ ຊຶ່ງຫາກຈະເຂົ້າຮັບການຜ່າຕັດ ຄວນແຈ້ງແພດກ່ອນວ່າກຳລັງກິນນ້ຳມັນປາຢູ່ ແລະ ຄວນຢຸດກິນນ້ຳມັນປາ ກ່ອນເຂົ້າຮັບການຜ່າຕັດຢ່າງໜ້ອຍ 14 ວັນ.
2. ຜູ້ທີ່ມີຄວາມດັນເລືອດຕ່ຳ ການຮັບປະທານນ້ຳມັນປາ ຄວນເພີ່ມຄວາມລະມັດລະວັງເຊັ່ນດຽວກັນ ເນື່ອງຈາກນ້ຳມັນປາມີຄຸນສົມບັດຊ່ວຍຫຼຸດຄວາມດັນເລືອດ ອັນຈະສົ່ງຜົນເສີມຫຼຸດຄວາມດັນເລືອດໃຫ້ຍິ່ງຕ່ຳລົງອີກ.
3. ຜູ້ທີ່ຮັບປະທານເກີນຂະໜາດຈຳນວນທີ່ຮ່າງກາຍຕ້ອງການ ການຮັບປະທານນ້ຳມັນປາຫຼາຍເກີນຂະໜາດ ອາດເປັນການເພີ່ມປະລິມານແຄລໍຣີທີ່ເຮົາຄວນໄດ້ຮັບຕໍ່ວັນໂດຍບໍ່ຮູ້ຕົວ ເພາະສ່ຽງຕໍ່ປະລິມານໄຂມັນບໍ່ດີ ແລະ ຄໍເລສເຕີຣອລເພີ່ມຫຼາຍຂຶ້ນ ຊຶ່ງເຮັດໃຫ້ວິຕາມິນ E ໃນຮ່າງກາຍຫຼຸດລົງນັ້ນເອງ.
ວ. ດາລາວົງ – ນຳສະເໜີ