ເຂດສາມຫຼ່ຽມພັດທະນາ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ສົ່ງເສີມການເຊື່ອມຈອດກັບພາກພື້ນ

    ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສືບຕໍ່ເປັນປະທານກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11 ຜ່ານຮູບແບບທາງໄກ ໃນວັນທີ 9 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ ເຊິ່ງມີທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກກໍາປູເຈຍ ແລະ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກ (ກໍາປູເຈຍ-ສປປ ລາວ ແລະ ຫວຽດນາມ) ເຂົ້າຮ່ວມ.

    ກອງປະຊຸມ ໄດ້ທົບທວນຄືນໝາກຜົນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະ ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ຄັ້ງທີ 10 ແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບເຂດສາມຫຼ່ຽມພັດທະນາ CLV ແຜນປະຕິບັດງານການເຊື່ອມຈອດເສດຖະກິດ CLV ຮອດປີ 2030 ແລະ ສັນຍາວ່າດ້ວຍການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າສໍາລັບເຂດສາມຫຼ່ຽມພັດທະນາ CLV ເຊິ່ງກອງປະຊຸມໄດ້ຕີລາຄາການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ບົນພື້ນຖານສາຍພົວພັນມິດຕະພາບ ຄວາມສາມັກຄີເພື່ອນບ້ານໃກ້ຄຽງທີ່ດີ ມີຄວາມເຂົ້າອົກເຂົ້າໃຈກັນ ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ມີການຮ່ວມມືຮອບດ້ານທີ່ມີມາຍາວນານ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ສົ່ງເສີມການເຊື່ອມຈອດກັບພາກພື້ນ ລວມທັງໄດ້ສົ່ງເສີມການໄປມາຫາສູ່ກັນລະຫວ່າງພາກລັດຖະສະພາ ພາກລັດຖະບານ ພາກເອກະຊົນ ປະຊາຊົນ ແລະ ຊາວໜຸ່ມ ທັງຂັ້ນສູນກາງ ແລະ ທ້ອງຖິ່ນຂອງ 3 ປະເທດ ໂດຍກວມເອົາການຮ່ວມມືຮອບດ້ານ ຄື: ຄົມມະນາຄົມຂົນສົ່ງ ໂທລະຄົມມະນາຄົມ ພະລັງງານ ການຄ້າ ການລົງທຶນ ອຸດສາຫະກໍາ ການເງິນ-ທະນາຄານ ກະສິກໍາ ທ່ອງທ່ຽວ ສາທາລະນະສຸກ ວັດທະນະທໍາ ແຮງງານ ສຶກສາທິການ ສິ່ງແວດລ້ອມ ແລະ ວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດຽວກັນນີ້ ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11 ເພື່ອເປັນເອກະສານພື້ນຖານໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບເຂດສາມຫຼ່ຽມພັດທະນາ CLV ຮອດປີ 2030 ແຜນພັດທະນາທ່ອງທ່ຽວ ສໍາລັບເຂດສາມຫຼ່ຽມພັດທະນາ CLV ແລະ  ແຜນພັດທະນາອຸດສາຫະກໍາຢາງພາລາແບບຍືນຍົງຢູ່ເຂດສາມຫຼ່ຽມພັດທະນາ CLV ເພື່ອສືບຕໍ່ຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວ ແລະ ອຸດສາຫະກໍາຢາງພາລາໃນເຂດສາມຫຼ່ຽມພັດທະນາ ໃຫ້ມີຄວາມຍືນຍົງ ແລະ ປະກອບສ່ວນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ເຂດດັ່ງກ່າວ.

    ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ CLV ຄັ້ງຕໍ່ໄປ ຈະຈັດຂຶ້ນ ໃນປີ 2022 ພາຍໃຕ້ການເປັນປະທານຂອງລາຊະອານາຈັກກຳປູເຈຍ.

# ຂ່າວ & ພາບ : ບຸນມີ

error: Content is protected !!