ກິດຈະກຳ ລາວຊ່ວຍລາວ ຈະຊ່ວຍສົ່ງເສີມການຟື້ນຟູເສດຖະກິດຢູ່ລາວ

     Facebook ໄດ້ເປີດກິດຈະກຳ ລາວຊ່ວຍລາວ ທີ່ເນັ້ນໃສ່ການສ້າງວິດີໂອດ້ານຕ່າງໆຢູ່ໃນ ສປປ ລາວ ໂດຍໄດ້ຮ່ວມມືກັບ 3 ນັກສ້າງວິດີໂອອັນດັບຕົ້ນໆຂອງລາວ  ເພື່ອສ້າງເນື້ອຫາກ່ຽວກັບປະສົບການການທ່ອງທ່ຽວພາຍໃນປະເທດ ທີ່ຈະຊ່ວຍຊຸກຍູ້ສົ່ງເສີມການຟື້ນຟູເສດຖະກິດໃນໄລຍະທ້າຍປີ 2020 ນີ້ໃຫ້ຫຼາຍຂຶ້ນ.

    ພິທີເປີດກິດຈະກຳ ລາວຊ່ວຍລາວ ຜ່ານລະບົບອອນລາຍ ຈັດຂຶ້ນວັນທີ 9 ທັນວາ 2020 ຢູ່ຮ້ານກາເຟ common Ground ນະຄອນຫຼວງວຽງຈັນ ໂດຍມີທ່ານ ແພັກເດ ເຮັງ ຫົວໜ້ານະໂຍບາຍສາທາລະນະ ປະເທດກຳປູເຈຍ ແລະ ສປປ ລາວ ພ້ອມດ້ວຍຄະນະຜູ້ປະສານງານກິດຈະກຳ ລາວຊ່ວຍລາວ ແລະ ສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

    ທ່ານ ແພັກເດ ເຮັງ ໄດ້ກ່າວເປີດກິດຈະກໍາວ່າ: ນອກຈາກຄວາມພະຍາຍາມຢ່າງຕໍ່ເນື່ອງທີ່ເຮົາມີ ເພື່ອຊ່ວຍຮັກສາຄວາມປອດໄພຂອງປະຊາຊົນ ແລະ ສະໜອງຂໍ້ມູນທີ່ແທ້ຈິງໃນໄລຍະເວລາທີ່ລຳບາກນີ້  Facebook ມີຄວາມມຸ່ງໝັ້ນທີ່ຈະໃຫ້ການສະໜັບສະໜູນທຸລະກິດ ແລະ ຊຸມຊົນທ້ອງຖິ່ນໃນລາວໃຫ້ໄດ້ຫຼາຍທີ່ສຸດ ພວກເຮົາຮູ້ວ່າທຸລະກິດຫຼາຍແຫ່ງກຳລັງປະສົບກັບສິ່ງທ້າທາຍທີ່ບໍ່ຄາດຄິດ ໂດຍສະເພາະ ໃນຂະແໜງການທ່ອງທ່ຽວ ເຊິ່ງແມ່ນຖືກກະທົບໂດຍກົງ ແລະ ໜັກທີ່ສຸດ.

    ກິດຈະກໍາອອນລາຍ ລາວຊ່ວຍລາວ ຈະໄດ້ເຜີຍແຜ່ເນື້ອຫາວິດີໂອທີ່ຜະລິດ ແລະ ແຕ່ງໂດຍນັກສ້າງວິດີໂອການທ່ອງທ່ຽວຊັ້ນແນວໜ້າໃນ Facebook ຂອງປະເທດລາວ ເປັນຕົ້ນ “ເພຈ ປີລະຖ້ຽວ” ແລະ “ເພຈ ໝໍແຂ້ວພາທ່ຽວ” ພ້ອມກັບຊ່ຽວຊານທາງດ້ານອາຫານ ແລະ ນັກສ້າງວິດີໂອຄື “ເພຈ ທ້ອງແຕກ” ຜ່ານ Facebook Watch  ແລະ ແຫຼ່ງວິດີໂອໃນ Facebook ໂດຍແຕ່ລະເພຈຈະມີການນຳສະເໜີເນື້ອຫາທີ່ແຕກຕ່າງກັນໄປ ໃນຮູບແບບຂອງຕົນ ເຊິ່ງມີການທ່ຽວຊົມສະຖານທີ່ທ່ອງທ່ຽວພາຍໃນທ້ອງຖິ່ນ ສະຖານທີ່ເໝາະກັບການຖ່າຍຮູບລົງ Instagram ລວມທັງອາຫານ ແລະ ເຄື່ອງດື່ມ ຈົນເຖິງທຸລະກິດຂະໜາດນ້ອຍທີ່ທຸກຄົນສາມາດຄົ້ນຫາໃນ Facebook ແລະ ອື່ນໆ ທັງນີ້ແມ່ນເພື່ອກະຕຸ້ນ ແລະ ສະໜັບສະໜູນທຸລະກິດທ້ອງຖິ່ນ ແລະ ເຊື່ອມຕໍ່ພວກເຂົາໂດຍຜ່ານເນື້ອຫາວິດີໂອທີ່ໜ້າສົນໃຈ

      ປັດຈຸບັນ ການເບິ່ງວິດີໂອໃນທົ່ວໂລກ ເຮົາສັງເກດເຫັນວ່າເປັນທີ່ນິຍົມຫຼາຍ ມີປະຊາກອນຫຼາຍລ້ານຄົນໃຫ້ຄວາມສົນໃຈເຂົ້າເບິ່ງ Facebook Watch ແລະ ມີປະຊາກອນຫຼາຍກວ່າ 720 ລ້ານຄົນທົ່ວໂລກ ໃຊ້ເວລາເປັນຢ່າງຕໍ່າໜຶ່ງນາທີຕໍ່ເດືອນໃນການເບິ່ງວິດີໂອໃນ Facebook.  

   ທ່າານ ວິນລີ້ ເຈົ້າຂອງເພຈ ປີລະຖ້ຽວ ກ່າວຕື່ມວ່າ:  ພວກເຮົາມີຄວາມຕື່ນເຕັ້ນຫຼາຍທີ່ໄດ້ເຂົ້າຮ່ວມໃນກິດຈະກຳວິດີໂອຂອງ Facebook ແລະ ເປັນສ່ວນໜຶ່ງໃນການຊ່ວຍເຫຼືອຊຸມຊົນຂອງພວກເຮົາ  ຫວັງທີ່ຈະສົ່ງຂໍ້ຄວາມທີ່ສ້າງແຮງບັນດານໃຈໃຫ້ຜູ້ຊົມ ເພື່ອເປັນກຳລັງໃຈ ແລະ ເປັນການສະໜັບສະໜູນທຸລະກິດ SME ໃນຂະແໜງການທ່ອງທ່ຽວຂອງພວກເຮົາ ໂດຍການຊ່ວຍຊື້ສິນຄ້າ ແລະ ການບໍລິການຂອງເຂົາເຈົ້າ ພ້ອມທັງສະໜັບສະໜູນສະຖານທີ່ທ່ອງທ່ຽວໃນທ້ອງຖິ່ນນຳອີກຕື່ມ. ພວກເຮົາຂໍເຊີນຊວນບັນດາທ່ານຜູ້ຊົມທາງບ້ານ ລວມທັງແຟນເພຈ ແລະ ຜູ້ຕິດຕາມຜົນງານຂອງພວກເຮົາທຸກຄົນ ໃຫ້ມາເປັນສ່ວນໜຶ່ງໃນກິດຈະກຳ ລາວຊ່ວຍລາວ ໂດຍການໂພສຮູບ ຫຼື ວິດີໂອຂອງຕົນທີ່ເປັນການຊ່ວຍເຫຼືອຄົນລາວນຳກັນນັ້ນລົງໃນ Facebook ແລະ Instagram ຂອງຕົນໃຫ້ຫຼາຍຂຶ້ນ.

     ກິດຈະກໍາວິດີໂອ ລາວຊ່ວຍລາວ ຂອງ Facebook ແມ່ນໄດ້ມີສື່ມວນຊົນຂອງລາວເຂົ້າຮວມເຊັ່ນ InsideLaos ແລະ ໂທລະພາບແຫ່ງຊາດລາວ ຈະເປັນພາກສ່ວນທີ່ຈະນຳສະເໜີເນື້ອຫາວິດີໂອ ແລະ ພ້ອມທັງສອນທັກສະທາງດ້ານດີຈີຕອນ ແລະ ໃຫ້ຕົວຢ່າງດີໆ ພ້ອມໃຫ້ທັງຂໍ້ມູນຕ່າງໆໃນການຊ່ວຍໃຫ້ SME ທ້ອງຖິ່ນໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມສາມາດນຳໃຊ້ເຄື່ອງມືທາງທຸລະກິດໃນ Facebook ໃຫ້ເປັນຜົນປະໂຫຍດຫຼາຍທີ່ສຸດ.

    ກິດຈະກໍາດັ່ງກ່າວ ທຸກຄົນສາມາດມ່ວນຊື່ນ ແລະ ຕິດຕາມກິດຈະກໍາທາງອອນລາຍ LaoHelpLao ໂດຍຈະເລີ່ມແຕ່ວັນທີ 9-26 ທັນວາ 2020 ແລະ ສາມາດຕິດຕາມທາງຜ່ານ ເພຈ Pee La Thiao ເພຈ Dentist Adventure ເພຈ Thong Taek ໃນ Facebook ແລະ http://www.facebook.com/hashtag/laohelplao. ທຸກຄົນຍັງສາມາດເຂົ້າມາມີສ່ວນຮ່ວມໃນກິດຈະກຳດ້ວຍການໂພສຮູບພາບ ແລະ ວິດີໂອກ່ຽວກັບສະຖານທີ່ ຜະລິດຕະພັນ ຫຼື ການບໍລິການໃນທ້ອງຖິ່ນທີ່ມັກລົງໃນ Facebook ຫຼື Instagram ພ້ອມດ້ວຍ hashtag #LaoHelpLao ແລະ #ລາວຊ່ວຍລາວ.

# ຂ່າວ & ພາບ : ລັດເວລາ

error: Content is protected !!