ເພີ່ມທັກສະຄວາມຮູ້ໃຫ້ນັກສຶກສາ-ຜູ້ນຳທ່ຽວ ໃນການປະຕິເສດຊື້-ຂາຍຜະລິດຕະພັນສັດປ່າທີ່ຜິດກົດໝາຍ

    ກອງປະຊຸມເຝິກອົບຮົມ ການລົງທຶນແບບຍືນຍົງ ແລະ ການທ່ອງທ່ຽວທີ່ມີຄວາມຮັບຜິດຊອບ ກ່ຽວກັບການປະຕິເສດການຊື້-ຂາຍຜະລິດຕະພັນສັດປ່າທີ່ຜິດກົດໝາຍ ໃຫ້ແກ່ບັນດາຜູ້ນໍາພາທ່ຽວ ແລະ ບໍລິສັດຈີນທີ່ລົງທຶນຢູ່ ສປປ ລາວ ຈັດຂຶ້ນວັນທີ 9 ທັນວາ 2020 ທີ່ສະໂມສອນມະຫາວິທະຍາໄລ ສຸພານຸວົງ ນະຄອນຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ວິໄຊ ຈັນສະຫວ່າງ ອະທິການບໍດີມະຫາວິທະຍາໄລ ສຸພານຸວົງ ທ່ານ ນາງ ຫຼອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ໂລລິສ ພາເລັນທີນີ ຫົວໜ້າອົງການກອງທຶນອານຸຮັກທໍາມະຊາດໂລກປະຈໍາ ສປປ ລາວ ມີບັນດາພະແນກການ ຫ້ອງການ ພະນັກງານຄູ-ອາຈານ ນັກສຶກສາ ແລະ ນັກວິຊາການກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມເຝິກອົບຮົມຄັ້ງນີ້ ເພື່ອເພີ່ມການປູກຈິດສໍານຶກ ແລະ ທັກສະຄວາມຮູ້ໃຫ້ແກ່ນັກສຶກສາ (ພາກວິຊາທ່ອງທ່ຽວ) ແລະ ບັນດາຜູ້ນໍາພາທ່ຽວໃນການປະຕິເສດຜະລິດຕະພັນສັດປ່າທີ່ຜິດກົດໝາຍ ໃນລະຫວ່າງການພາ ຫຼື ແນະນຳນັກທ່ອງທ່ຽວ ໂດຍສະເພາະແມ່ນນັກທ່ອງທ່ຽວທີ່ມາຈາກ ສປ ຈີນ ເພີ່ມການປູກຈິດສໍານຶກກ່ຽວກັບການລົງທຶນແບບສີຂຽວ ໃນການປະຕິເສດຊື້-ຂາຍຜະລິດຕະພັນສັດປ່າຜິດກົດໝາຍໃຫ້ແກ່ບັນດາບໍລິສັດຈີນ ແລະ ພະນັກງານ ກຳມະກອນຊາວຈີນທີ່ມາລົງທຶນ ແລະ ເຮັດວຽກຢູ່ໃນ ສປປ ລາວ ເສີມສ້າງການຮ່ວມມືໃນການບັງຄັບໃຊ້ກົດໝາຍເພື່ອຕ້ານການຄ້າ-ຂາຍສັດປ່າພາຍໃນ ແລະ ຂ້າມຊາດ ພ້ອມດຽວກັນນັ້ນ ໃນກອງປະຊຸມຍັງໄດ້ນໍາສະເໜີ ກ່ຽວກັບການສຶກສາທ່າແຮງການພັດທະນາການທ່ອງທ່ຽວອານຸຮັກໃນພື້ນທີ່ປ່າປ້ອງກັນຂອງແຂວງ ເຂດພູພຶງ ພູຜາທູນ ນໍ້າຕົກຕາດກວາງຊີ ການປະເມີນທ່າແຮງແຫຼ່ງທ່ອງທ່ຽວທຳມະຊາດນໍ້າຕົກຕາດ ຜົນປະໂຫຍດຂອງການອະນຸຮັກອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍ (ກໍລະນີສຶກສາ ປະຊາຊົນສອງບ້ານ ເມືອງຫົວເມືອງ ແຂວງຫົວພັນ) ການປະຕິເສດຊື້-ຂາຍຜະລິດຕະພັນສັດປ່າທີ່ຜິດກົດໝາຍ ແລະ ຄູ່ມືແນະນຳຄວາມຮັບຜິດຊອບຂອງບໍລິສັດຈີນທີ່ລົງທຶນຢູ່ ສປປ ລາວ ແລະ ອື່ນໆ ໃນຕອນທ້າຍ ກອງປະຊຸມໄດ້ລົງນາມພັນທະສັນຍາຮ່ວມ Pledge ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າອີກດ້ວຍ.

ເພີ່ມທັກສະຄວາມຮູ້ໃຫ້ນັກສຶກສາ-ຜູ້ນຳທ່ຽວ ໃນການປະຕິເສດຊື້-ຂາຍຜະລິດຕະພັນສັດປ່າທີ່ຜິດກົດໝາຍ

# ຂ່າວ & ພາບ : ວຽງມາ

error: Content is protected !!