ໂຄງການໂຮມໃຈ ຊ່ວຍຕ້ານໄພໜາວຢູ່ໄຊສົມບູນ

    ວັນທີ 6-7 ທັນວາ 2020 ຜ່ານມາ ໂຄງການໂຮມໃຈແກ້ໄຂຄວາມທຸກຍາກ ລະຫວ່າງຄອບຄົວການນຳ ຮ່ວມກັບນັກທຸລະກິດລາວ ໄດ້ຮ່ວມໃຈເປັນໜຶ່ງດຽວ ປະກອບສ່ວນຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກໃຫ້ອ້າຍນ້ອງທະຫານ ແລະ ປະຊາຊົນພາຍໃນແຂວງໄຊສົມບູນ ນຳໂດຍທ່ານນາງ ນາລີ ສີສຸລິດ ປະທານທີ່ປຶກສາກິດຕິມະສັກ ໂຄງການໂຮມໃຈແກ້ໄຂຄວາມທຸກຍາກ ລະຫວ່າງຄອບຄົວການນຳ ຮ່ວມກັບນັກທຸລະກິດລາວ.

    ກິດຈະກຳຄັ້ງນີ້ ໄດ້ໄປມອບເຄື່ອງໃຫ້ອ້າຍນ້ອງທະຫານກອງຮ້ອຍ 115 ແລະ ກອງຮ້ອຍສື່ສານ ກອງບັນຊາການທະຫານແຂວງໄຊສົມບູນ ແລະ ມອບໃຫ້ປະຊາຊົນບ້ານຖໍ້າໂລ້ ເມືອງອະນຸວົງ.

    ສະເພາະພາກສ່ວນຮ່ວມອຸປະຖຳກິດຈະກຳຄັ້ງນີ້ ປະກອບມີ: ໂຄງການໂຮມໃຈແກ້ໄຂຄວາມທຸກຍາກລະຫວ່າງຄອບຄົວການນຳ ຮ່ວມກັບນັກທຸລະກິດລາວ ເງິນ 8 ລ້ານກີບ ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງວຽງຈັນ ໄດ້ຈາກການປະກອບສ່ວນຂອງປະຊາຊົນນະຄອນຫຼວງວຽງຈັນ ເປັນວັດຖຸເຄື່ອງນຸ່ງຫົ່ມ 12,5 ລ້ານກີບ ບໍລິສັດໃສສະອາດ ການຢາ ແລະ ບໍລິສັດວຽງທອງ ການຢາ ເປັນວັດຖຸ ຢາປົວພະຍາດມູນຄ່າ 5.272.000 ກີບ ບໍລິສັດແກ້ວທະວີຄູນເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ 4,5 ລ້ານກີບ ຄອບຄົວການນຳ ສົມທົບເຄື່ອງ 2,5 ລ້ານກີບ ບໍລິສັດສາລະວັນພັດທະນາ ຂາອອກ-ຂາເຂົ້າ ຈຳກັດ 2,2 ລ້ານກີບ ຮ້ານເຝີເລກ 6 ເງິນ 2 ລ້ານກີບ ບໍລິສັດລາວອິນເຕີເທຣດ ຈຳກັດ 3.650.000 ກີບ ບໍລິສັດປາມິຕາ 550.000 ກີບ ນອກນີ້ ຄອບຄົວການນຳຍັງໄດ້ມອບເງິນ 20 ລ້ານກີບເພື່ອບູລະນະຫ້ອງຮຽນສູນເຝິກອົບຮົມຕັດຫຍິບຂອງສະຫະພັນແມ່ຍິງເມືອງຮົ່ມແຂວງໄຊສົມບູນຕື່ມອີກ.

                            # ຂ່າວ & ພາບ : ສົມສະຫວັນ

error: Content is protected !!