ທັດສະນະສຶກສາອານຸສອນສະຖານຄຸກກັກຂັງຜູ້ນຳ

    ແນໃສ່ໃຫ້ຊາວໜຸ່ມໄດ້ເຫັນຄວາມມະຫັດສະຈັນ ນໍ້າໃຈຮັກຊາດຂອງຜູ້ນຳພັກ-ລັດ ໃນວັນທີ 9 ທັນວາ 2020 ທ່ານ ນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ທັດສະນະສຶກສາທີ່ອານຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ ຈຳນວນ 16 ທ່ານ ຂອງລັດຖະບານຫຸ່ນວຽງຈັນ ທີ່ ຄ້າຍໂພນເຄັງ ໂດຍການຕ້ອນຮັບຂອງທ່ານ ພັນໂທ ສຸວັນນີ ດວງປະເສີດ ຮອງຫົວໜ້າຫ້ອງການຊາວໜຸ່ມກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ.

    ທ່ານ ສຸມາລີ ທຳມະວົງ ໄດ້ກ່າວວ່າ: ໃນການເດີນເຂົ້າມາທັດສະນະສຶກສາໃນຄັ້ງນີ້ ແມ່ນໄດ້ນຳພາຄະນະບໍລິຫານງານຊາວໜຸ່ມທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມທັດສະນະໃນອານຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ ຈຳນວນ 16 ທ່ານ ຂອງລັດຖະບານຫຸ່ນວຽງຈັນ ທີ່ຄ້າຍໂພນເຄັງ ເຊິ່ງຖືວ່າການລົງມາທັດສະນະສະຖານທີ່ແຫ່ງນີ້ ແມ່ນເປັນຄັ້ງທຳອິດ ເປັນຄັ້ງປະຫວັດສາດ ທີ່ຄະນະບໍລິຫານງານຊາວໜຸ່ມ ນວ ໄດ້ມີແຜນການເຂົ້າມາທັດສະນະຕາມການເຊື້ອເຊີນຂອງຄະນະຊາວໜຸ່ມກະຊວງປ້ອງກັນປະເທດ ເຊິ່ງແຜນການກິດຈະກຳດັ່ງກ່າວນີ້ ຖືວ່າໄດ້ຈັດຕັ້ງຂຶ້ນເພື່ອເປັນການສະເຫຼີມສະຫຼອງເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ພິເສດ ແມ່ນເພື່ອສ້າງຂະບວນການກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ.

    ຈຸດປະສົງດັ່ງກ່າວນີ້ ຖືວ່າຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນກໍຈະໄດ້ປຸກລະດົມເອົາບັນດາຖັນແຖວການນຳຊາວໜຸ່ມ ກໍຄືສະມາຊິກຊາວໜຸ່ມ ເຍົາວະຊົນທົ່ວ ນວ ໃຫ້ເຂົ້າມາທັດສະນະໃນສະຖານທີ່ແຫ່ງນີ້ເລີ່ມແຕ່ເດືອນ ທັນວາ ຈົນເຖິງວັນທີ 30 ມັງກອນ 2021 ເຊິ່ງຈະໃຊ້ເວລາ 2 ເດືອນໃນການເຄື່ອນໄຫວກິດຈະກຳດັ່ງກ່າວ ເພື່ອເປັນການສຶກສາອົບຮົມ ປຸກລະດົມໃຫ້ຖັນແຖວຊາວໜຸ່ມ ເຍົາວະຊົນ ໄດ້ຮັບຮູ້ເຖິງວິລະກຳການແຫກຄຸກຢ່າງມະຫັດສະຈັນຂອງຜູ້ນຳພັກ-ລັດຂອງພວກເຮົາໃນໄລຍະຜ່ານມາ ເຫັນໄດ້ເຖິງຄວາມໝາຍ ຄວາມສຳຄັນໃນການເສຍສະຫຼະ ນໍ້າໃຈຮັກຊາດ ຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ໃຫ້ແກ່ບັນດາຮຸ່ນຊາວໜຸ່ມໃນປັດຈຸບັນ ໄດ້ເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມ ຜ່ານຜ່າອຸປະສັກຕ່າງໆ ແລະ ສ້າງໄດ້ເປັນຖັນແຖວກຳລັງສືບທອດໃນອະນາຄົດ ໂດຍສະເພາະໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະກໍຄືນະຄອນຫຼວງວຽງຈັນຂອງພວກເຮົາໃຫ້ມີຄວາມສີວິໄລຈະເລີນກ້າວໜ້າ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!