
ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 2 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວ່າ: ມາຮອດເວລາ 24:00 ໂມງເຊົ້າ ຂອງວັນທີ 1 ເມສາ 2020 ທົ່ວໂລກມີລາຍງານກໍລະນີທັງໝົດ 203 ປະເທດ/ເຂດປົກຄອງພິເສດ ແລະ 2 ເຮືອສໍາລານ ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 935.197 ກໍລະນີ (ເພີ່ມຂຶ້ນ 76.872 ກໍລະນີ ເສຍຊິວິດ 47.192 (ເພີ່ມຂຶ້ນ 4.890 ກໍລະນີ) ແລະ ປີ່ນປົວຫາຍດີ 193.989 (ເພີ່ມຂຶ້ນ16.058).
ການເຝົ້າລະວັງ COVID-19 ປະຈຳດ່ານໃນ ສປປ ລາວ ຮອດເວລາ 17:00 ໂມງ ຂອງວັນທີ 1 ເມສາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ ວຽກງານຈຸດຜ່ານດ່ານ ມີຈໍານວນຜູ້ເດີນທາງເຂົ້າມາທັງໝົດ 3.065 ຄົນ ຈໍານວນຜູ້ເດີນທາງຜ່ານສະໜາມບິນບໍ່ມີຈັກຄົນ ຈໍານວນຜູ້ເດີນ ທາງຜ່ານທາງດ່ານຂົວມິດຕະພາບລາວ-ໄທ ທັງໝົດ 2.632 ຄົນ ບໍ່ພົບຄົນເປັນໄຂ້.
ສໍາລັບການເຝົ້າລະວັງ ແລະ ວິເຄາະ ມາຮອດວັນທີ 1 ເມສາ 2020 ໄດ້ມີກໍລະນີສົງໄສເກັບຕົວຢ່າງມາກວດ 61 ຄົນ ໄດ້ແກ່ ນະຄອນຫຼວງວຽງຈັນ 46 ຄົນ ແຂວງບໍລິຄຳໄຊ ຄຳມ່ວນ ອັດຕະປື ແລະ ຫຼວງພະບາງ ແຂວງລະ 4 ຄົນ ແລະ ແຂວງຈຳປາສັກ 1 ຄົນ ທັງໝົດໄດ້ເກັບຕົວຢ່າງ ແລະ ຜົນກວດເປັນລົບ ຖືວ່າມື້ນີ້ບໍ່ມີກໍລະນີໃໝ່.
ແນວໃດກໍຕາມ ເລີ່ມແຕ່ວັນທີ 1 ເມສາເປັນຕົ້ນມາ ຄຳສັ່ງເລກທີ 06 ຂອງນາຍົກລັຖະມົນຕີ ໄດ້ຖືກປະຕິບັດໃນໝູ່ປະຊາຊົນ ໂດຍສະເພາະ 3 ຫຼັກການກັນພະຍາດໂຄວິດ ຄື: ລ້າງມືດ້ວຍສະບູ ຫຼື ເຈວ/ເຫຼົ້າລ້າງມື ລ້າງເລື້ອຍໆ ແລະ ລ້າງຖືກວິທີ ຢູ່ຫ່າງກັນ 2 ແມັດຂຶ້ນໄປ ບໍ່ວ່າຢູ່ເຮືອນ ຢູ່ສະຖານທີ່ອື່ນເຊັ່ນ ຕະຫຼາດ ຮ້ານຄ້າ ສະຖານທີ່ທາງສາສະໜາ ແລະ ສໍານັກງານຫ້ອງການ ຢູ່ເຮືອນ ບໍ່ອອກໄປບ່ອນສາທາ ລະນະ ຖ້າບໍ່ຈໍາເປັນ ຍິ່ງຈໍາກັດຕົນເອງຢູ່ເຮືອນໄດ້ດີເທົ່າໃດ ກໍຍິ່ງຊ່ວຍຫຼຸດຄວາມສ່ຽງການຕິດ ຫຼື ກະ ຈາຍເຊື້ອໄດ້ດີເທົ່ານັ້ນ ແຕ່ຖ້າຕ້ອງອອກໄປຂ້າງນອກ ໝາຍເຖິງທ່ານສ່ຽງຕໍ່ການຕິດເຊື້ອທັນທີ ສະນັ້ນ ໃສ່ຜ້າອັດປາກ-ດັງທຸກຄັ້ງ ໃສ່ຖືກວິທີ ແລະ ຖິ້ມຢ່າງຖືກວິທີ.
ສໍາລັບຜູ້ທີ່ເດີນທາງມາແຕ່ປະເທດທີ່ຕິດເຊື້ອ ສືບຕໍ່ປະຕິບັດເຂັ້ມງວດ ຈໍາກັດບໍລິເວນເພື່ອຕິດຕາມຕົນເອງໃຫ້ຄົບ 14 ວັນ ກ່ອນພົບປະຜູ້ຄົນພາຍນອກ ຜູ້ທີ່ຄວາມສ່ຽງ ຫຼື ມີອາການສະແດງ ໃຫ້ແຈ້ງສາຍດ່ວນ ຫຼື ຜູ້ປະສານງານຂະແໜງສາທາລະນະສຸກໃນທ້ອງຖິ່ນຂອງທ່ານ ຈິງໃຈ ແລະ ຮ່ວມມືໃຫ້ຂໍ້ມູນຄວາມຈິງຕໍ່ແພດ ເພື່ອຊ່ວຍກັນສະກັດກັ້ນການແຜ່ລະບາດພະຍາດໃນຄອບຄົວ ແລະ ໃນຊຸມຊົນຂອງຕົນ ຕິດຕາມຂ່າວສານຈາກແຫຼ່ງຂ່າວຂອງທາງການທຸກວັນ ໂດຍສະເພາະເຟສບຸກຂອງສູນຂໍ້ມູນຂ່າວສານ ຂໍໃຫ້ທຸກຄົນມີສະຕິໃນການບໍລິໂພກຂ່າວຈາກແຫຼ່ງຕ່າງໆ ຫຼື ຂອງບຸກຄົນທີ່ສ້າງຂ່າວແອບອ້າງ ສ້າງຜົນປະໂຫຍດໃຫ້ແກ່ຕົນເອງ ຫຼື ປັ່ນປ່ວນສັງຄົມ ໃຊ້ສາຍດ່ວນຂອງກະຊວງສາທາລະນະສຸກ ໝາຍເລກ 165 ຫຼື 166 ເພື່ອສອບຖາມເພີ່ມເຕີມ.