7 ຄົນທີ່ຕິດເຊື້ອພະຍາດ COVID-19 ແມ່ນມີອາການທີ່ດີຂຶ້ນ

    ຜູ້​ຕິດ­ເຊື້ອ​ພະ­ຍາດ COVID-19 ຈຳ­ນວນ 7 ຄົນ​ທີ່​ເຂົ້າ​ຮັບ​ການ​ປິ່ນ­ປົວ​ຢູ່​ຕຶກ​ແຍກ​ປ່ຽວ ​ໂຮງ­ໝໍ​ມິດ­ຕະ­ພາບ ​ປັດ­ຈຸ­ບັນ​ແມ່ນ​ມີ​ອາ­ການ​ດີ​ຂຶ້ນ​ເປັນ​ລຳ­ດັບ.

    ທ່ານ ດຣ ສະ­ໜອງ ທອງ​ຊະ­ນະ ຜູ້­ອຳ­ນວຍ­ການ​ໂຮງ­ໝໍ​ມິດ­ຕະ­ພາບ ໄດ້​ໃຫ້​ສຳ­ພາດ​ໃນ​ລາຍ­ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຕ້ານ​ໄພ COVID-19 ວ່າ: ໂຮງ­ໝໍ​ມິດ­ຕະ­ພາບ​ໄດ້​ເລີ່ມ​ຮັບ​ຜູ້​ຕິດ­ເຊື້ອ​ພະ­ຍາດ COVID-19 ເຂົ້າ​ມາ​ປິ່ນ­ປົວ​ເລີ່ມ​ແຕ່​ວັນ​ທີ 23 ມີ­ນາ​ເປັນ­ຕົ້ນ​ມາ ແລະ ສືບ­ຕໍ່​ຮັບ​ມາ​ຮັກ­ສາ​ທັງ​ໝົດ 7 ກໍ­ລະ­ນີ ອາ­ການ​ຂອງ​ຄົນ​ເຈັບ​ທີ່​ຮັບ​ເຂົ້າ​ມາ ແມ່ນ​ນອນ​ຢູ່​ໃນ​ກໍ­ລະ­ນີ​ທີ່​ເບົາ­ບາງ ມີ​ໄຂ້ ມີ​ໄອ ຫາຍ­ໃຈ­ຝືດ ຈາກ​ການ​ຕິດ­ຕາມ​ການ​ປິ່ນ­ປົວ​ທາງ​ທີມ​ແພດ​ໝໍ​ຂອງ​ພວກ​ເຮົາ ໄດ້​ໃສ່​ຢາ​ປົວ ໂດຍ​ສົມ­ທົບ​ກັບ​ຄູ່​ມື​ຂອງ​ອົງ­ການ​ອະ­ນາ­ໄມ​ໂລກ ແລະ ຄູ່​ຮ່ວມ​ພັດ­ທະ­ນາ​ຕ່າງໆ ເຊີ່ງ​ຜ່ານ​ການ​ຕິ​ຕາມ​ປິ່ນ­ປົວ​ມາ​ຮອດ​ປັດ­ຈຸ­ບັນ ​ຖື​ວ່າ​ຄົນ​ເຈັບ​ໄດ້​ມີ​ອາ­ການ​ດີ​ຂຶ້ນ ເຊີ່ງ​ອາ­ການ​ດີ​ຂຶ້ນ​ນັ້ນ ໝາຍ​ຄວາມ​ວ່າ ອາ­ການ​ໄຂ້​ຫຼຸດ​ລົງ ອາ­ການ​ໄອ ແລະ ອາ­ການ​ເຈັບ­ຄໍ​ດີ​ຂຶ້ນ ແລະ ມີ​ບາງ​ຄົນ​ກໍ​ຖື​ວ່າ​ມີ​ອາ­ການ​ເປັນ​ປົກ­ກະ­ຕິ.

    ສຳ­ລັບ​ການ​ຕິດ­ຕາມປິ່ນ­ປົວ ແມ່ນ​ນຳ​ໃຊ້​ທີມ​ແພດ​ຜັດ­ປ່ຽນ​ກັນ​ອາ­ທິດ​ລະ 1 ຄະ­ນະ ຫຼັງ​ຈາກ​ເຂົ້າ​ປິ່ນ­ປົວ​ຄົນ​ເຈັບ​ແລ້ວ​ ແພດ​ໝໍ​ກໍ​ໄດ້​ກັກ​ບໍ­ລິ­ເວນ​ຕົນ​ເອງ 14 ວັນ​ກ່ອນ ​ຈຶ່ງ​ສາ­ມາດ​ກັບ​ເຮືອນ​ຂອງ​ຕົນ​ໄດ້.

    ສ່ວນ​ການ​ປິ່ນ­ປົວ​ຄົນ​ເຈັບ​ທີ່​ມີ​ອາ­ການ​ເບົາ­ບາງ ແມ່ນ​ຕ້ອງ​ໄດ້​ປິ່ນ­ປົວ​ອີງ­ໃສ່​ຄູ່​ມື​ຂອງ​ອົງ­ການ​ອະ­ນາ­ໄມ​ໂລກ ຕາມ​ຫຼັກ­ການ​ແມ່ນ​ປິ່ນ­ປົວ​ຕິດ­ຕາມ​ອາ­ການ 10 ວັນ ຖ້າ​ຄົນ​ເຈັບ​ບໍ່​ມີ​ອາ­ການ​ໄຂ້​ຢ່າງ​ໜ້ອຍ 72 ຊົ່ວ­ໂມງ ແລະ ບໍ່​ມີ​ອາ­ການ​ໄອ ຫຼື ອາ­ການ​ປ່ຽນ­ແປງ​ອື່ນໆ​ດີ​ຂຶ້ນ ​ຈຶ່ງ​ຈະ​ເອົາ​ຕົວ­ຢ່າງ​ໄປ​ກວດ​ເຊື້ອ​ຄັ້ງ​ທີ 1 ແລ້ວ​ລໍ­ຖ້າ​ອີກ 24 ຊົ່ວ­ໂມງ ​ແມ່ນ​ຈະ​ໄດ້​ນຳ​ເຊື້ອ​ໄປ​ກວດ​ຄັ້ງ​ທີ 2 ຖ້າ​ຜົນ​ກວດ​ບໍ່​ພົບ​ເຊື້ອ ພວກ​ເຮົາ​ກໍ​ຈະ​ເອົາ​ຄົນ​ເຈັບ​ກັບ​ບ້ານ ແຕ່​ການ​ກັບ​ບ້ານ​ນັ້ນ ​ກໍ​ໄດ້​ມີ​ຂໍ້​ແນະ­ນຳ​ຄົນ​ເຈັບ ​ອີງ­ໃສ່​ຄູ່​ມື​ຕ້ອງ​ໄດ້​ໃຫ້​ຄົນ​ເຈັບ​ປະ­ຕິ­ບັດ​ການ​ຮັກ­ສາ​ໂຕ​ເອງ ກໍ​ຄື​ປະ­ຕິ­ບັດ​ການ​ແຍກ​ປ່ຽວ ສືບ­ຕໍ່​ໃສ່​ຜ້າ​ອັດ​ປາກ ແລະ ບໍ່​ໃຫ້​ພົວ­ພັນ​ກັບ​ຄົນ​ອື່ນ​ໃນ​ເວ­ລາ 14 ວັນ ​ຈາກ​ນັ້ນ ຄະ­ນະ​ແພດ​ກໍ​ຈະ​ຮ່ວມ​ກັນ​ປະ​ເມີນ​ວ່າ ​ຜູ້­ກ່ຽວ​ສາ­ມາດ​ພົວ­ພັນ​ກັບ​ສັງ­ຄົມ ແລະ ປະ­ກອບ​ການ​ເຮັດ​ວຽກ​ໄດ້​ຕາມ​ປົກ­ກະ­ຕິ.

    ການ​ຕິດ­ເຊື້ອ​ພະ­ຍາດ​ນີ້ ​ລ້ວນ​ແລ້ວ­ແຕ່​ເກີດ​ຈາກ​ການ​ສຳ­ຜັດ​ລະ­ອອງ​ຝອຍ ແລະ ການ​ສຳ­ຜັດ​ໂດຍ​ກົງ​ກັບ​ຜູ້​ຕິດ­ເຊື້ອ ດັ່ງ­ນັ້ນ​ ພວກ​ເຮົາ​ຈຶ່ງ​ຕ້ອງ​ຮ່ວມ​ກັນ​ປະ­ຕິ­ບັດ​ມາດ​ຕະ­ການ​ຄວບ​ຄຸມ​ການ​ຕິດ­ເຊື້ອ ຄື ຫຼີກ​ລ່ຽງ​ການ​ໄປ​ຊຸມ​ຊົນ​ແອ​ອັດ ການ​ຊຸມ­ນຸມ ຫຼື ຊຸມ​ແຊວ ການ​ຢູ່​ໃກ້­ຊິດ​ກັນ ໝັ່ນ​ລ້າງ​ມື​ເປັນ​ປະ­ຈຳ ສາ­ມາດ​ຫຼຸດ­ຜ່ອນ​ການ​ຕິດ­ເຊື້ອ​ໄດ້.

    ສຳ­ລັບ​ຄົນ​ເຈັບ​ທີ່​ຕິດ­ເຊື້ອ​ພະ­ຍາດ​ນີ້ ທີ່​ປິ່ນ­ປົວ​ຢູ່​ແຂວງ​ຫຼວງ​ພະ​ບາງ ແມ່ນ​ຈະ​ນຳສະເໜີ​ຂໍ້​ມູນ​ຕາມ​ພາຍຫຼັງ.

error: Content is protected !!