
ໂດຍປະຕິບັດຕາມມະຕິຕົກລົງຂອງກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2020 ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ໃນການຕ້ານພະຍາດ ໂຄວິດ 19.

ໃນນາມຕາງໜ້າໃຫ້ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ 19 ຂ້າພະເຈົ້າ ຂໍແຈ້ງຂ່າວມາຍັງພໍ່ແມ່ພີ່ນ້ອງ ປະຊາຊົນລາວທົ່ວປະເທດ ກ່ຽວກັບບາງມາດຕະການໃນເບື້ອງຕົ້ນ ຂອງລັດຖະບານ ເພື່ອຫຼຸດດຜ່ອນຜົນກະທົບທາງດ້ານເສດຖະກິດ-ສັງຄົມ ເປັນຕົ້ນ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ໃນຂອບເຂດທົ່ວປະເທດ ຊື່ງລັດຖະບານໄດ້ຖືເປັນບັນຫາສຳຄັນຮີບດ່ວນ ຊຶ່ງໄດ້ກຳນົດບາງມາດຕະການ ແລະ ການຈັດຕັ້ງປະຕິບັດ ດັ່ງນີ້:
I. ມາດຕະການຮີບດ່ວນ
ລັດຖະບານໄດ້ອອກນະໂຍບາຍຜ່ອນຜັນ ແລະ ເລື່ອນການຊໍາລະພາສີ-ອາກອນ ແລະ ຄ່າທໍານຽມ, ຄຸ້ມຄອງລາຄາສິນຄ້າ ແລະ ແກ້ໄຂບັນຫາແຮງງານ ດັ່ງນີ້:
- ຕໍ່ເວລາ ການຊໍາລະຄ່າທາງ ປີ 2020 ອອກໄປຈາກວັນທີ 31 ເມສາ ໄປຮອດ 30 ມີຖຸນາ 2020.
- ຕໍ່ເວລາ ການສົ່ງເອກະສານລາຍງານການເງິນ ແລະ ຜົນການເຄື່ອນໄຫວວຽກງານປະຈຳປີ 2019 ຂອງບັນດາ ຫົວໜ່ວຍວິສາຫະກິດ ໄປຮອດວັນທີ 30 ເມສາ 2020.
- ຍົກເວັ້ນອາກອນລາຍໄດ້ເງິນເດືອນຂອງຜູ້ມີລາຍຮັບຕໍ່າກວ່າ 5 ລ້ານກີບ ເປັນໄລຍະເວລາ 3 ເດືອນ ເລີ່ມແຕ່ເດືອນເມສາ ພຶດສະພາ ແລະ ມິຖຸນາ 2020 ໃນພາກປະຕິບັດຕົວຈິງ ກະຊວງການເງິນຈະມິຄໍາແນະນຳສະເພາະຕື່ມອີກ.
- ຍົກເວັ້ນອາກອນລາຍໄດ້ຂອງຈຸນລະວິສາຫະກິດ ສຳລັບຜູ້ທີ່ມີລາຍຮັບປະຈຳປີ ແຕ່ 50 ລ້ານກີບ ຫາ 400 ລ້ານກີບ ເປັນໄລຍະເວລາ 3 ເດືອນ ເລີ່ມແຕ່ເດືອນເມສາ, ພຶດສະພາ ແລະ ມິຖຸນາ 2020.
- ຍົກເວັ້ນພາສີ-ອາກອນ ທຸກປະເພດສິນຄ້າທີ່ຕິດພັນກັບວຽກງານສະກັດກັ້ນ ປ້ອງກັນ ແລະ ກຽມພ້ອມ ເພື່ອຕ້ານການລະບາດຂອງພະຍາດໂຄວິດ 19.
- ປັບຫຼຸດອັດຕາດອກເບັ້ຍພື້ນຖານຂອງທະນາຄານກາງ ລົງຈາກ 4% ມາເປັນ 3%.
- ປັບຫຼຸດອັດຕາສ່ວນເງິນແຮຝາກບັງຄັບ ທັງສະກຸນເງິນກີບ ແລະ ເງິນຕາຕ່າງປະເທດ ເພື່ອຊ່ວຍເພີ່ມເມັດເງິນຈໍານວນໜຶ່ງເຂົ້າສູ່ລະບົບເສດຖະກິດ.
- ອອກນະໂຍບາຍຊຸກຍູ້ໃຫ້ທະນາຄານທຸລະກິດເລື່ອນເວລາຊໍາລະໜີ້ທັງຕົ້ນທຶນ ແລະ ດອກເບັ້ຍ ປັບຫຼຸດອັດຕາດອກເບ້ຍ ແລະ ຄ່າທຳນຽມ ສະໜອງເງິນກູ້ບ້ວງໃໝ່ໃຫ້ແກ່ລູກໜີ້ ຫຼື ທຸລະກິດທີ່ໄດ້ຮັບຜົນກະທົບຕາມຄວາມເໝາະສົມ.
- ແຈ້ງການປັບຫຼຸດລາຄານໍ້າມັນເຊື້ອໄຟທຸກປະເພດໃນແຕ່ລະໄລຍະ ໂດຍອີງໃສ່ລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ
- ອອກຄຳສັ່ງກ່ຽວກັບການຕິດຕາມ ກວດກາ ແລະ ຄຸ້ມຄອງລາຄາສິນຄ້າຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ.
- ອອກແຈ້ງການກ່ຽວກັບການກຳນົດລາຄາຜ້າອັດປາກ-ດັງແຕ່ລະຊະນິດ ແລະ ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າສິນຄ້າທີ່ຈຳເປັນ ແລະ ຈັດສັ່ງຊື້ອຸປະກອນການແພດ ເພື່ອປ້ອງກັນພະຍາດ COVID-19 ໃຫ້ພຽງພໍ.
- ໄດ້ແນະນຳໃຫ້ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າຫຼຸດລາຄາໄຟຟ້າ ນໍ້າປະປາ ຄ່າອິນເຕີເນັດ ແລະ ອື່ນໆ ເພື່ອຊ່ວຍພາກທຸລະກິດ ແລະ ພາກຄົວເຮືອນໃຫ້ສາມາດຫຼຸດຜ່ອນຄ່າໃຊ້ຈ່າຍລົງ.
- ໄດ້ມອບໝາຍໃຫ້ຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າມາດຕະການທາງດ້ານສະຫວັດດີການ ຕໍ່ແຮງງານຈາກການຢຸດຈ້າງງານ ໃນຂະແໜງການທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ຕາມຄວາມສາມາດຕົວຈິງ ແລະ ເລື່ອນການຊໍາລະຄ່າປະກັນສັງຄົມ ຂອງຫົວໜ່ວຍວິສາຫະກິດຈຳນວນໜຶ່ງທີ່ໄດ້ຮັບຜົນກະທົບ.
- ລັດຖະບານໄດ້ຈັດສັນງົບປະມານຈຳນວນໜຶ່ງ ເພື່ອນຳໃຊ້ເຂົ້າໃນວຽກງານຄຸ້ມຄອງການແຜ່ລະບາດຂອງພະຍາດໂຄວິດ 19 ເພື່ອບໍ່ໃຫ້ແຜ່ລາມກວ້າງອອກໄປຕື່ມ.
- ມອບໃຫ້ຂະແໜງການກ່ຽວຂ້ອງ ລະດົມທຶນຮອນຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາ ພາກສ່ວນທຸລະກິດ ແລະ ທຸກພາກສ່ວນໃນສັງຄົມ.
II. ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ
ລັດຖະບານຈະປັບປຸງຄາດໝາຍການຂະຫຍາຍຕົວເສດຖະກິດ ຫຼື GDP ຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນໄລຍະປັດຈຸບັນ ພ້ອມນັ້ນ ກໍຈະປັບຫຼຸດຄາດໝາຍດ້ານເສດຖະກິດມະຫາພາກຈໍານວນໜຶ່ງເຊັ່ນ: ຄາດໝາຍດ້ານງົບປະມານ ເງິນຕາ ດຸນການຄ້າ ແຫຼ່ງທຶນພັດທະນາ ແລະ ອື່ນໆ.
ເອົາໃຈໃສ່ຄຸ້ມຄອງອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່ເໝາະສົມ ໂດຍການຄຸ້ມຄອງລາຄາສິນຄ້າ ເພີ່ມການສະໜອງການຜະລິດພາຍໃນ ໃຫ້ຫຼາຍຂຶ້ນ.
ຄຸ້ມຄອງອັດຕາແລກປ່ຽນໃຫ້ມີສະຖຽນລະພາບ ເລັ່ງສ້າງຄວາມເຊື່ອໝັ້ນ ແລະ ອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດໃຫ້ຫຼາຍຂື້່ນ ພ້ອມທັງຫຼຸດການນຳເຂົ້າສິນຄ້າບາງຊະນິດ ໂດຍສະເພາະສິນຄ້າຟຸມເຟືອຍທີ່ບໍ່ຈຳເປັນ ເພື່ອຊ່ວຍຮັກສາລະດັບຄັງສໍາຮອງເງິນຕາ.
ເອົາໃຈໃສ່ຮັກສາການຂາດດຸນງົບປະມານໃຫ້ໃກ້ຄຽງກັບລະດັບທີ່ສະພາແຫ່ງຊາດໄດ້ກຳນົດ ເຖິງແມ່ນວ່າຈະໄດ້ຜົນກະທົບຈາກການລະບາດພະຍາດໂຄວິດ 19 ກໍຕາມ.
ເລັ່ງຈັດເກັບປະເພດອາກອນທີ່ມີທ່າແຮງ ແລະ ບໍ່ໄດ້ຮັບຜົນກະທົບໂດຍກົງຈາກໂຄວິດ 19 ເປັນຕົ້ນ: ຂະຫຍາຍການເກັບອາກອນທີ່ດິນຜ່ານລະບົບທະນາຄານ ລາຍຮັບວິຊາການ ແລະ ຄ່າທຳນຽມຕ່າງໆ ຜ່ານລະບົບທັນສະໄໝ ຫັນຫົວໜ່ວຍທຸລະກິດ SME ທີ່ມີຄວາມພ້ອມຈໍານວນໜຶ່ງໃຫ້ຖືບັນຊີ ແລະ ເຂົ້າລະບົບຈ່າຍອາກອນຕາມລະບຽບການ ກວດກາສາງສິນຄ້າ ນໍ້າມັນເຊື້ອໄຟຂອງບໍລິສັດນຳເຂົ້າ ແລະ ສົ່ງອອກ ຢ່າງເຂັ້ມງວດ ພ້ອມນັ້ນ ກໍຕິດຕາມ-ກວດກາການເກັບລາຍຮັບຢ່າງເປັນປະຈໍາ.
ຄຸ້ມຄອງດ້ານລາຍຈ່າຍງົບປະມານຢ່າງຮັດກຸມ ໂດຍຜັນຂະຫຍາຍຄຳສັ່ງເລກ 09/ນຍ ວ່າດ້ວຍການປະຢັດງົບປະມານລັດ ແລະ ຫຼຸດລາຍຈ່າຍພາກບໍລິຫານທີ່ບໍ່ຈຳເປັນລົງ ພ້ອມດຽວກັນນັ້ນ ກໍເລື່ອນຈ່າຍບັນດາໂຄງການລົງທຶນໃໝ່ຂອງລັດໃນປີ 2020 ທີ່ສະພາຮອງຮັບແລ້ວ (ສະເພາະໂຄງການກໍ່ສ້າງພື້ນຖານໂຄງລ່າງ) ໄປໃນປີ 2021 ສືບຕໍ່ກວດກາໂຄງການລົງທຶນລັດທີ່ມີມູນຄ່າເກີນຕົວຈິງ ແລະ ບໍ່ມີປະສິດທິພາບເພື່ອສະເໜີໂຈະ ຫຼື ຫຼຸດມູນຄ່າລົງ.
ແກ້ໄຂໜີ້ຕ່າງປະເທດ ແລະ ໜີ້ໂຄງການການລົງທຶນຂອງລັດ (ໜີ້ສາມແຈ, ໜີ້ພັນທະບັດ) ເປັນຕົ້ນ ລະດົມແຫຼ່ງທຶນທີ່ເໝາະສົມ ຈາກສະຖາບັນການເງິນສາກົນ ຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນຕ່າງໆ ລວມກັບປະເທດເພື່ອນມິດ ຫັນໜີ້ເປັນການລົງທຶນ ຂາຍຫຸ້ນຂອງລັດວິສາຫະກິດຈຳນວນໜຶ່ງ ເພື່ອຫຼຸດໜີ້ສິນຕ່າງປະເທດ ຊຸກຍູ້ການປະຕິບັດໂຄງການລົງທຶນລັດທີ່ໃກ້ຈະສຳເລັດ ໃຫ້ສຳເລັດໄວ ເພື່ອນຳໃຊ້ເຂົ້າສູ່ການຜະລິດ ແລະ ບໍລິການໂດຍໄວ.
ເລັ່ງປະຕິຮູບລັດວິສາຫະກິດທີ່ມີບັນຫາການເງິນໃນປັດຈຸບັນ ເຊັ່ນ: ລັດວິສາຫະກິດໄຟຟ້າລາວ ການບິນລາວ ແລະ ທະນາຄານລັດວິສາຫະກິດຈຳນວນໜຶ່ງ ໂດຍການຊອກຜູ້ຮ່ວມທຶນ ຫຼື ປ່ຽນກົນໄກການລົງທຶນແບບໃໝ່ ເພື່ອໃຫ້ບັນດາລັດວິສາຫະກິດເຫຼົ່ານັ້ນມີສະພາບການເງິນທີ່ດີຂຶ້ນ ແລະ ມີຜົນກຳໄລ.
ຊຸກຍູ້ສົ່ງເສີມການຜະລິດສິນຄ້າກະສິກຳຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ໂດຍຄົ້ນຄວ້າມາດຕະການອຸດໜູນດ້ານພາສີ-ອາກອນ, ຫຼຸດຜ່ອນຕົ້ນທຶນຕ່າງໆ ແລະ ເຈລະຈາກັບປະເທດສົ່ງອອກ ເພື່ອຮັບປະກັນດ້ານຕະຫຼາດ ແລະ ລາຄາ.
ສູມໃສ່ແກ້ໄຂບັນຫາການຂົນສົ່ງສິນຄ້າຢູ່ພາຍໃນ ແລະ ໄປສູ່ຕະຫຼາດຕ່າງປະເທດ ໂດຍສະເພາະ ປະເທດເພື່ອນບ້ານໃຫ້ສະດວກໄວຂື້ນ ເນື່ອງຈາກວ່າມາດຕະການກັກກັນຄົນຂອງແຕ່ລະປະເທດມີຄວາມເຂັ້ມງວດ ເຮັດໃຫ້ການຂົນສົ່ງສິນຄ້າມີຄວາມຊັກຊ້າ ສະເໜີເພີ່ມເວລາການເປີດບໍລິການດ່ານສາກົນຕື່ມ ສຳລັບການຂົນສົ່ງ ກຳນົດຈຸດຄ່ຽນຖ່າຍ ຈັດກຽມຜູ້ຂັບຂີ່ເພື່ອເຮັດການບໍລິການເຄື່ອນຍ້າຍລົດສິນຄ້າຢູ່ດ່ານສາກົນ ຈາກປະເທດໃກ້ຄຽງມາປະເທດຂອງພວກເຮົາ ສຳລັບການຂົນສົ່ງ ເພີ່ມພະນັກງານປະຈຳການຕື່ມອີກ.
ເລັ່ງແກ້ໄຂຂອດຂັ້ນທີ່ຫຍຸ້ງຍາກໃນການດຳເນີນທຸລະກິດໃຫ້ໄດ້ດີຂື້້ນ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດຄຳສັ່ງສະບັບເລກທີ 02 ແລະ 03 ຂອງນາຍົກລັດຖະມົນຕີໃຫ້ເຄັ່ງຄັດ ໂດຍສະເພາະການລິເລີ່ມການດໍາເນີນທຸລະກິດ ການອອກອະນຸຍາດຕ່າງໆ ການບັງຄັບໃຊ້ລະບຽບກົດໝາຍ ແລະ ການບໍລິການປະຕູດຽວ ເພື່ອຊຸກຍູ້ທັງໂຄງການລົງທຶນຕ່າງປະເທດ ແລະ ພາຍໃນທີ່ມີຢູ່ ແລະ ໂຄງການສະເໜີໃໝ່ ໃຫ້ໄດ້ຈັດຕັ້ງປະຕິບັດໄວໃນປີນີ້. ສ້າງເງື່ອນໄຂອຳນວຍຄວາມສະດວກພິເສດ ໃຫ້ໂຄງການລົງທຶນທີ່ໄດ້ຮັບຜົນກະທົບ ກັບຄືນສູ່ສະພາບເດີມໃຫ້ໄດ້ໄວທີ່ສຸດ.
ເລັ່ງປ່ອຍສິນເຊື່ອໃຫ້ພາກ SME ບ້ວງທໍາອິດ ມູນຄ່າ 100 ຕື້ກີບ ໃຫ້ໄດ້ໄວ ພາຍຫຼັງທີ່ໄດ້ມີການເຊັນສັນຍາຮ່ວມກັບບັນດາທະນາຄານທຸລະກິດຕ່າງໆ ພ້ອມນັ້ນ ກໍເລັ່ງຊຸກຍູ້ໃນການປະຕິບັດບ້ວງເງິນ 100 ລ້ານໂດລາ ໃນ 300 ລ້ານໂດລາ ທີ່ຈະກູ້ຢືມຈາກທະນາຄານພັດທະນາຈີນ (CDB) ແລະ ແຫຼ່ງອື່ນໆ ເພື່ອຊ່ວຍບາງທຸລະກິດທີ່ໄດ້ຮັບຜົນກະທົບ ແລະ ຊຸກຍູ້ການຜະລິດພາຍໃນ. ພ້ອມກັນນີ້ ເລັ່ງຄົ້ນຄວ້າມາດຕະການຊ່ວຍພາກທຸລະກິດພາຍໃນ ເພີ່ມການຜະລິດຂື້ນ ອີງຕາມຂໍ້ຕົກລົງສະບັບເລກທີ 51/ນຍ.
ທັງໝົດນັ້ນ ແມ່ນບາງມາດຕະການທາງດ້ານເສດຖະກິດ ທີ່ລັດຖະບານໄດ້ກໍານົດອອກມາ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ 19 ໂດຍມີຈຸດປະສົງຫຼຸດຜ່ອນຜົນກະທົບທີ່ກຳລັງເກີດຂື້ນຕໍ່ພາກທຸລະກິດ ດ້ານລາຍຮັບຂອງງົບປະມານລັດ ແລະ ຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ເພື່ອຮັບປະກັນຊີວິດຂອງປະຊາຊົນລາວບໍ່ໃຫ້ມີຜົນກະທົບຫຼາຍ.
ອີກເທື່ອໜຶ່ງ ໃນນາມຕາງໜ້າຄະນະຮັບຜິດຊອບ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ພົນລະເມືອງລາວທຸກຄົນ ພ້ອມດ້ວຍຊາວຕ່າງດ້າວ ຜູ້ບໍ່ມີສັນຊາດ ຊາວຕ່າງປະເທດ ທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ ສປປ ລາວ ຈົ່ງພ້ອມປະຕິບັດຢ່າງເຂັ້ມງວດ ຄຳສັ່ງເລກທີ 06/ນຍ ໝາຍຄວາມວ່າ ພ້ອມກັນຢູ່ເຮືອນ ກໍລະນີຈຳເປັນອອກໄປຂ້າງນອກ ຕ້ອງເວັ້ນໄລຍະຫ່າງຢ່າງໜ້ອຍ 2 ແມັດ ໃສ່ຜ້າອັດປາກ-ອັດດັງ ໝັ່ນລ້າງມືດ້ວຍສະບູ ຫຼື ນ້ຳຢາລ້າງມື ບໍ່ແຜ່ເຊື້ອໃຫ້ຜູ້ອື່ນ ຖ້າຮູ້ວ່າຕົນເອງເປັນເປົ້າໝາຍສ່ຽງໃນການຕິດເຊື້ອ ຫັນປ່ຽນການດຳລົງຊີວິດ ການທຳມາຫາກິນ ແບບຊິນເຄີຍຜ່ານມາ ເປັນຕົ້ນ ການກິນ-ຢູ່-ດື່ມ ສົ່ງເສີມການນຳໃຊ້ເຄື່ອງອຸປະໂພກ-ບໍລິໂພກ ທີ່ຜະລິດພາຍໃນໃຫ້ຫຼາຍຂຶ້ນ ຫັນຈາກສັງຄົມທີ່ເຄີຍໃຊ້ຈ່າຍສະດວກສະບາຍ ຟຸມເຟືອຍ ມາສູ່ສັງຄົມສົ່ງເສີມການຜະລິດພາຍໃນ ນຳໃຊ້ສິນຄ້າພາຍໃນຫຼາຍຂຶ້ນ ເພື່ອບໍ່ໃຫ້ເງິນຕາໄຫຼອອກຕ່າງປະເທດຄືຜ່ານມາ.