ນໍ້າພຸປະຕູໄຊ ຈະປິດບໍລິການຊົ່ວຄາວ ເພື່ອປັບປຸງໃຫ້ສວຍງາມ

    ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວັນທີ 8 ທັນວາ 2020 ວ່າ: ໂຄງການປັບປຸງນໍ້າພຸປະຕູໄຊ ທີ່ນອນຢູ່ໃນໂຄງການແສງສະຫວ່າງໃນເຂດເທສະບານໃຈກາງຕົວເມືອງ ນວ ດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານຈີນ ເຊິ່ງໂຄງການໄດ້ເລີ່ມປະຕິບັດວັນທີ 12 ກັນຍາ 2020 ແລະສຳເລັດໂດຍພື້ນຖານ ສາມາດເປີດນຳໃຊ້ຢ່າງເປັນທາງການວັນທີ 27 ພະຈິກ 2020 ເປັນຕົ້ນມາ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ການເປີດ ໄດ້ເປີດເປັນສອງເວລາຄື: 18-18:50 ໂມງ ແລະ 19:10-20:00ໂມງ ອັນໄດ້ສ້າງສີສັນໃຫ້ຕົວເມືອງວຽງຈັນ ແລະ ມີປະຊາຊົນໄປເບິ່ງໄປຊົມເປັນຈຳນວນຫຼາຍໃນຜ່ານມາ ແຕ່ເພື່ອໃຫ້ນໍ້າພຸມີຄວາມສວຍງາມຕື່ມ ທາງທີມງານຮັບຜິດຊອບຈະໄດ້ປິດບໍລິການເປີດນໍ້າພຸຊົ່ວຄາວນັບແຕ່ວັນທີ 19 ທັນວາຫາວັນທີ 10 ມັງກອນ 2021 ເພື່ອຍົກຍ້າຍຕູ້ຄວບຄຸມເຂົ້າໄປຢູ່ໃນຫ້ອງຄວບຄຸມ ດັ່ງນັ້ນ ຈຶ່ງແຈ້ງມາຍັງສັງຄົມເຂົ້າໃຈຕື່ມ ນອກນີ້ ກໍແຈ້ງຕື່ມວ່າ ໄປເບິ່ງໄປຊົມນໍ້າພຸຈະບໍ່ໄດ້ເສຍເງິນຄືດັ່ງທີ່ຫາງສຽງສັງຄົມ  ແລະ ສື່ອອນລາຍລົງໄປກ່ອນໜ້ານີ້ວ່າ ໄປເບິ່ງນໍ້າພຸຕ້ອງໄດ້ເສຍເງິນ ມີແຕ່ເສຍບໍລິການຝາກລົດ ເພາະການຝາກລົດກໍມີມາກ່ອນໜ້ານີ້ແລ້ວ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!