ທົບທວນຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 8

    ວັນທີ 9 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9 ພາຍໃຕ້ຄໍາຂວັນ “ຄູ່ຮ່ວມມືເພື່ອການເຊື່ອມຈອດ ແລະ ຄວາມແຂງແກ່ນ” ຜ່ານຮູບແບບວີດີໂອທາງໄກ ເປັນປະທານຂອງທ່ານ ສົມເດັດ ເຕໂຊ ຮຸນ ເຊັນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກໍາປູເຈຍ ມີປະມຸກລັດ ແລະ ຫົວໜ້າລັດຖະບານ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກ (ກໍາປູເຈຍ ລາວ ມຽນມາ ໄທ ແລະ ຫວຽດນາມ) ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມຢ່າງພ້ອມພຽງ. 

    ກອງປະຊຸມສຸດຍອດ ACMECS ຄັ້ງນີ້ ໄດ້ທົບທວນຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ຜ່ານມາ ກໍຄືການຈັດຕັ້ງປະຕິບັດຖະແຫຼງການບາງກອກ ແລະ ແຜນແມ່ບົດ ACMECS (2019-2023) ໂດຍສະເພາະ ການກະກຽມສ້າງຕັ້ງກອງທຶນພັດທະນາ ACMECS ການກະກຽມສ້າງຕັ້ງຄະນະກໍາມະການປະສານງານໃນ 3 ເສົາຄໍ້າ ພາຍໃຕ້ແຜນແມ່ບົດ ACMECS ແລະ ການລະດົມທຶນຈາກບັນດາຄູ່ຮ່ວມພັດທະນາຊຸດທີໜຶ່ງ ລວມມີ ຍີ່ປຸ່ນ ສ ເກົາຫຼີ ສປ ຈີນ ອາເມຣິກາ ອິນເດຍ ແລະ ອົດສະຕຣາລີ ເຂົ້າໃນການຮ່ວມມື ACMECS ທີ່ກໍາລັງສຸມທຸກກໍາລັງແຮງ ເພື່ອການພັດທະນາເສດຖະກິດ-ສັງຄົມ ການເຊື່ອມຈອດທາງດ້ານຄົມມະນາຄົມຂົນສົ່ງ ການພັດທະນາສີຂຽວ ແລະ ຍືນຍົງ ນອກນັ້ນກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືເພື່ອຟື້ນຟູເສດຖະກິດ-ສັງຄົມຂອງພາກພື້ນໃນໄລຍະແຜ່ລະບາດຂອງພະຍາດໂຄວິດ-19  ໂດຍສະເພາະ ໃນຂະແໜງການຄ້າ ການທ່ອງທ່ຽວ ການໄປມາຫາສູ່ກັນ ແລະ ອື່ນໆ ພ້ອມດຽວກັນນີ້ ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການພະນົມເປັນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ພາລະບົດບາດຂອງກອງທຶນພັດທະນາ ACMECS ກົນໄກການປະຕິບັດວຽກງານຂອງຄະນະກໍາມະການປະສານງານ ACMECS ແລະ ບັນດາໂຄງການບູລິມະສິດ ເພື່ອເປັນເອກະສານພື້ນຖານໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ACMECS ໃຫ້ເປັນຮູບປະທໍາຂຶ້ນເທື່ອລະກ້າວ. 

    ຕອນທ້າຍກອງປະຊຸມ ບັນດາຜູ້ນໍາໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຢ່າງຈົບງາມ ໃນການປະຕິບັດໜ້າທີ່ເປັນປະທານ ACMECS ຂອງລາຊະອານາຈັກກໍາປູເຈຍ (2018-2020) ແລະ ໄດ້ມອບໜ້າທີ່ໃຫ້ແກ່ ສປປ ລາວ ໃນໄລຍະ 2 ປີຕໍ່ໜ້າ ເຊິ່ງທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ແລະ ໃຫ້ຄວາມໝາຍໝັ້ນທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບບັນດາປະເທດສະມາຊິກ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອຈັດຕັ້ງຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ນີ້ ໃຫ້ປາກົດຜົນເປັນຈິງ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!