ກອງປະຊຸມສຸດຍອດ CLMV ຄັ້ງທີ 10

    ໃນວັນທີ 9 ທັນວາ 2020 ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10 ຢູ່ຫໍປະຊຸມແຫ່ງຊາດ ພາຍໃຕ້ຄໍາຂວັນ “ ຍົກສູງປະສິດທິພາບການເຊື່ອມຈອດ ເພື່ອການເຊື່ອມໂຍງພາກພື້ນ” ຜ່ານຮູບແບບທາງໄກ ເຊິ່ງໄດ້ມີປະມຸກລັດ ແລະ ຫົວໜ້າລັດຖະບານ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກ (ກໍາປູເຈຍ-ສປປ ລາວ-ມຽນມາ ແລະ ຫວຽດນາມ) ແລະ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ຕີ​ລາ​ຄາຄືນໝາກ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຖະແຫຼງການຮ່ວມ ຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 9 ແລະ ແຜນປະຕິບັດງານ CLMV (2019-2020) ໂດຍ​ສະ​ເພາະ​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ຍົກ​ສູ​ງວຽກ​ງານ​ການ​ເຊື່ອມ​ຈອດ​ພາກ​ພື້ນ ການ​ປັບ​ປຸງ​ຍົກ​ລະ​ດັບ ແລະ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ກໍ່ຄື​ການ​ພັດ​ທະ​ນາ​ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ​-ຕາ​ເວັນ​ຕົກ ແລວ​ເສດ​ຖະ​ກິດ​ໃຕ້ ແລະ ເສັ້ນ​ທາງ​ດ່ວນ​ອາ​ຊຽນ ການ​ປັບ​ປຸງ​​ພື້ນ​ຖານໂຄງ​ບົນ ແລະ ການ​ສ້າງ​ຂີດ​ຄວາມ​ສາ​ມາດ​ຂອງ​ບຸກຄະ​ລາ​ກອນ ເພື່ອ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ມີ​ປະ​ສິດ​ທິ​ພາບ ແລະ ປະ​ສິດ​ທິ​ຜົນ.

    ພ້ອມດຽວກັນນັ້ນ ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ໂຄງການບູລິມະສິດຂອງ CLMV ເພື່ອເປັນເອກະສານພື້ນຖານໃນການກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ພ້ອມທັງໄດ້ຮັບຮອງເອົາຂອບວຽກເພື່ອການພັດທະນາປະເທດ CLMV ເພື່ອເປັນແຜນຍຸດທະສາດລວມ ໃນການຊຸກຍູ້ປະເທດ CLMV ໃຫ້ກາຍເປັນສູນກາງທາງດ້ານເສດຖະກິດທີ່ກ້າວໜ້າຂອງໂລກ ແລະ ສາມາດກາຍເປັນປະເທດທີ່ມີລາຍຮັບປານກາງສູງ ຮອດປີ 2030 ໃນໂອກາດນີ້ ບັນດາຜູ້ນຳໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຢ່າງຈົບງາມ ໃນການປະຕິບັດໜ້າທີ່ການເປັນປະທານ CLMV ຂອງ ສປປ ລາວ (2018-2020) ເຊິ່ງພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ ສະໜັບສະໜູນ ແລະ ການຮ່ວມມືທີ່ດີຈາກບັນດາປະເທດສະມາຊິກ ຕະຫຼອດໄລຍະ 2 ປີຜ່ານມາ ແລະ ໄດ້ມອບຕໍ່ ໜ້າທີ່ການເປັນປະທານ CLMV ໃຫ້ແກ່ມຽນມາ ເພື່ອສືບຕໍ່ປະຕິບັດໜ້າທີ່ອັນ​ມີ​ກຽດດັ່ງ​ກ່າວ ໃນໄລຍະ 2 ປີຂ້າງໜ້າ.

​   # ຂ່າວ & ພາບ: ບຸນມີ

error: Content is protected !!