ເຊີນຊວນທ່ຽວບຸນປະເພນີ ນໍເປ້ເຈົ້າ ທີ່ສວນພຶກສາ

        ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໃຫ້ສຳພາດວັນທີ 8 ທັນວາ 2020 ວ່າ: ໃນໂອກາດສະເຫຼີມສະຫຼອງບຸນປະເພນີປີໃໝ່ຂອງຊົນເຜົ່າມົ້ງ (ນໍເປ້ເຈົ້າ) ທາງສວນພຶກສາຂອງພວກເຮົາຈະໄດ້ຈັດຫຼາຍກິດຈະກຳເຊັ່ນ: ກິດຈະກຳແກວ່ງຫຍ້າຄາ ແກວ່ງໄກ່ ໂຍນໝາກຄອນ ກິນເຂົ້າປ່ຽງ ບາສີສູຂວັນ (ເຜົ່າມົ້ງ) ສະແດງເປົ່າແຄນ ເປົ່າໃບໄມ້ ເປົ່າປີ່  ແຂ່ງຂັນນາງສາວເຜົ່າມົ້ງ ແລະ ກິດຈະກຳອື່ນໆ ນັ້ນກໍ່ເພື່ອອະນຸຮັກວັດທະນະທຳ ຮີດຄອງປະເພນີຂອງຊົນເຜົ່າມົ້ງ ແລະ ເປັນການສົ່ງເສີມໂຄງການລາວທ່ຽວລາວ ງານດັ່ງກ່າວຈະຈັດຂຶ້ນລະຫວ່າງວັນທີ 11-13 ທັນວາ ທີ່ສວນພຶກສາ ຕັ້ງຢູ່ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ດັ່ງນັ້ນຈຶ່ງຂໍເຊີນຊວນທຸກທ່ານເດີນທາງມາສຳຜັດ ແລະ ທ່ານໃດທີ່ມີຄວາມສະດວກກໍ່ສາມາດນຸ່ງຊຸດເຜົ່າມົ້ງ ຫຼື ມາເຊົ່າຢູ່ໃນງານໄດ້.

ເຊີນຊວນທ່ຽວບຸນປະເພນີ ນໍເປ້ເຈົ້າ ທີ່ສວນພຶກສາ
ເຊີນຊວນທ່ຽວບຸນປະເພນີ ນໍເປ້ເຈົ້າ ທີ່ສວນພຶກສາ

error: Content is protected !!