
ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຜູ້ຊີ້ນຳພາທັບນັກກີລາ ນວ ເຂົ້າຮ່ວມມະຫະກຳກີລາແຫ່ງຊາດ ຄັ້ງທີ Xl (ຊຽງຂວາງ ເກມ) ອອກແຈ້ງການເຖິງຄະນະຮັບຜິດຊອບນຳພານັກກີລາ ນວ 28 ປະເພດ ກໍຄືບັນດາເມືອງ ພະແນກການ ສະຫະພັນກີລາ ໃຫ້ສືບຕໍ່ຊີ້ນຳ-ນຳພາຄູເຝິກ ແລະ ນັກກີລາເຝິກຊ້ອມເປັນປົກກະຕິ ເພື່ອຮັກສາຄຸນນະພາບ ແລະ ສະມັດຖະພາບຂອງຮ່າງກາຍໃຫ້ມີຄວາມພ້ອມ ເພື່ອຍາດເອົາຫຼຽນໃນ ຊຽງຂວາງ ເກມ.
ທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ (ສສກ ນວ) ແຈ້ງໃຫ້ຊາບ ວັນທີ 4 ມີນາ 2020 ວ່າ: ພາຍຫຼັງໄດ້ຮັບແຈ້ງການຂອງລັດຖະບານ ກໍຄືກະຊວງ ສສກ ກ່ຽວກັບການເລື່ອນການແຂ່ງຂັນງານກີລາ ຊຽງຂວາງ ເກມ ແບບບໍ່ມີກຳນົດ ເພາະຫຼີກລ່ຽງການແຜ່ລະບາດຂອງພະຍາດ COVID-19 ເຊິ່ງມີການແຜ່ລະບາດຢ່າງໜັກ ແລະ ມີທ່າແຮງເພີ່ມຂຶ້ນໃນທົ່ວໂລກຢ່າງຕໍ່ເນື່ອງ ທ່ານຮອງເຈົ້າຄອງ ຜູ້ຊີ້ນຳນຳພາທັບນັກກີລາ ນວ ເຂົ້າຮ່ວມຊຽງຂວາງ ເກມ ຈຶ່ງອອກແຈ້ງການມາຍັງທຸກພາກສ່ວນ ກໍຄື ບັນດາເມືອງ ພະແນກການ ແລະ ສະຫະພັນກີລາ 28 ປະເພດ ເຊິ່ງເປັນຄະນະຮັບຜິດຊອບນຳພາທັບນັກກີລາ ນວ ເຂົ້າຮ່ວມຊຽງຂວາງ ເກມ ຮັບຊາບ ແລະ ພ້ອມກັນສືບຕໍ່ເປັນເຈົ້າການນຳພານັກກີລາເຝິກຊ້ອມ ຢູ່ກົມກອງຕົນເອງເປັນປົກກະຕິ ເພື່ອຮັກສາຄຸນນະພາບ ແລະ ສະມັດຖະພາບຂອງຮ່າງກາຍໃຫ້ແຂງແກ່ນ ແລະ ມີຄວາມພ້ອມຮອບດ້ານ ເພື່ອຍາດເອົາຫຼຽນ ຕາມເປົ້າໝາຍທີ່ວາງໄວ້.
ປັດຈຸບັນ ນັກກີລາສ່ວນຫຼາຍທີ່ເກັບຕົວເຝິກຊ້ອມ ຢູ່ສະໂມສອນກີລາໃນຮົ່ມ ພະແນກ ສສກ ນວ ໄດ້ກັບບ້ານເກືອບໝົດແລ້ວ ແລະ ລໍຖ້າຟັງແຈ້ງການຂອງລັດຖະບານກ່ຽວກັບການຈັດຊຽງຂວາງ ເກມ ອອກມາມື້ໃດ ກໍຈະໄດ້ຮຽກຕົວເຂົາເຈົ້າກັບເຂົ້ານອນສູນເຝິກຊ້ອມເປັນປົກກະຕິ ໂດຍຊຽງຂວາງ ເກມ ມີການຊີງໄຊ 28 ປະເພດ ຄາດວ່າຈະມີ 17 ແຂວງ 1 ນະຄອນຫຼວງ ແລະ 4 ກະຊວງ ເຂົ້າຮ່ວມ ສະເພາະທັບນັກກີລາ ນວ ຈະສົ່ງ 28 ປະເພດກີລາເຂົ້າຮ່ວມ ໃນນີ້ມີຄະນະນຳ 112 ຄົນ ຄູເຝິກ 88 ຄົນ ນັກກີລາ 469 ຄົນ ລວມ 669 ຄົນ.