ເປັນເວລາກວ່າ 2 ປີແລ້ວ ທີ່ປະຊາຊົນຫຼາຍບ້ານຂອງເມືອງສະໜາມໄຊ ແຂວງອັດຕະປື ພະຍາຍາມທີ່ຈະບໍ່ຄິດຫວນຄືນພາບແຫ່ງຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນຕ່າງໆ ຈາກເຫດການສັນອ່າງເກັບນ້ຳເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນວັນທີ 23 ກໍລະກົດ 2018 ປັດຈຸບັນ ປະຊາຊົນສ່ວນໃຫຍ່ໄດ້ຕັ້ງໜ້າທຳມາຫາກິນ ເຮັດການຜະລິດ ປູກຝັງ-ລ້ຽງສັດຢ່າງເປັນຂະບວນ ເພື່ອຟື້ນຟູຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກໍຄືອຳນາດການປົກຄອງທ້ອງຖິ່ນວາງອອກ.
ສະເພາະໂຄງການຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ ອົງການກາແດງລາວໄດ້ຊ່ວຍປັບປຸງຊີວິດການເປັນຢູ່ ຂອງຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃຫ້ດີຂຶ້ນ ໂດຍການມອບເງິນ ແລະ ອຸປະກອນໃຫ້ບ້ານເປົ້າໝາຍຂອງໂຄງການ 864 ຄອບຄົວ ໃນ 12 ບ້ານ ຄື: ທ່າອວນ ປິນດົງ ຕະມໍຢອດ ຫີນລາດ ດອນບົກ ດອນມ່ວງ ໂຄກກ່ອງ ຫາດອຸດົມໄຊ ສົ້ມປ່ອຍ ຫາດຍາວ ຕະເຫງົ້າ ແລະ ຫີນສົມບັດ ເພື່ອສ້ອມແປງເຮືອນ ເປັນທຶນໃນການລ້ຽງສັດ ຄ້າ-ຂາຍຍ່ອຍ ເຊິ່ງອົງການກາແດງລາວ ໄດ້ຮັບທຶນສະໜັບສະໜູນຈາກສະຫະພັນກາແດງສາກົນ ມູນຄ່າ 2,2 ຕື້ກວ່າກີບ.
ທ່ານ ຄຳບອນ ອ່ອນດາລິນ ນາຍບ້ານຕະມໍຢອດ ກ່າວວ່າ: ບ້ານຕະມໍຢອດ ເປັນບ້ານໜຶ່ງທີ່ໄດ້ຮັບຜົນກະທົບໜັກ ຈາກເຫດການສັນອ່າງເກັບນ້ຳເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເຊິ່ງໄລຍະນັ້ນ ພັກ ແລະ ລັດຖະບານ ໄດ້ສຸມໃສ່ການຊ່ວຍເຫຼືອຜູ້ປະສົບໄພເປັນແຕ່ລະໄລຍະ ເພື່ອເລັ່ງຟື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ ໂດຍສະເພາະອົງການກາແດງລາວ ນອກຈາກໄດ້ນຳເຄື່ອງຊ່ວຍເຫຼືອມາມອບເພື່ອຊ່ວຍເຫຼືອບັນເທົາທຸກ ໃນໄລຍະນ້ຳຖ້ວມແລ້ວ ຍັງມີໂຄງການສືບຕໍ່ຊ່ວຍເຫຼືອຜູ້ປະສົບໄພຕື່ມອີກ ສະເພາະບ້ານຕະມໍຢອດ ມີ 116 ຫຼັງຄາເຮືອນ 480 ກວ່າຄອບຄົວ ທີ່ໄດ້ຮັບການຊ່ວຍເຫຼືອສ້າງຫ້ອງນ້ຳ ທຶນລ້ຽງສັດ ແລະ ສ້ອມແປງເຮືອນ ເຊິ່ງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ຮັບປະກັນດ້ານສຸຂະອະນາໄມ ແລະ ຄວາມເຂັ້ມແຂງດ້ານສະບຽງອາຫານຫຼາຍຂຶ້ນ.