
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກີລາ ຈັດຕັ້ງປະຕິບັດຜະລິດສື່ການຮຽນການສອນອອນລາຍໄລຍະພັກຮຽນ ເພື່ອປ້ອງກັນ ສະກັດກັ້ນການແຜ່ລະບາດພະຍາດ COVID-19 ເຊິ່ງເລີ່ມຖ່າຍທຳແຕ່ວັນທີ 23 ມີນາ-21 ເມສາ 2020 (ພັກ 12-20 ເມສາ 2020). ສຳລັບສື່ການຮຽນການສອນຊັ້ນປະຖົມສຶກສາທີ່ຜະລິດໃນຄັ້ງນີ້ ປະກອບມີ ວິຊາຄະນິດສາດ ພາສາລາວ ຊັ້ນ ປ 1 ແລະ ຜະລິດສື່ວິຊາພາສາລາວ ຄະນິດສາດ ພາສາອັງກິດ ຊັ້ນ ປ 3 ປ 4 ແລະ ປ 5 ໂດຍໄດ້ອອກອາກາດຜ່ານລາຍການໂທລະພາບສຶກສາກິລາ ລາຍການສຶກສາໃໝ່ ທາງສະຖານີໂທລະພາບລາວຊ່ອງ 1 ລາຍການວິທະຍຸສຶກສາ ທາງວິທະຍຸກະຈາຍສຽງແຫ່ງຊາດ ແລະ ຈະອັບໂຫຼດລົງສື່ອອນລາຍ ເຊັ່ນ: ເຟດບຸກ ແຟນເພຈ “Edu-sport TV online” ແລະ “ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ”.

