ກຽມຈັດບານສົ່ງໃນຮົ່ມ-ຫາດຊາຍ ທົ່ວປະເທດ ສະຫຼອງວັນຊາດ

     ພິທີຖະແຫຼງຂ່າວການຫ້າງຫາກະກຽມຄວາມພ້ອມ ຈັດການແຂ່ງຂັນບານສົ່ງຫາດຊາຍ-ບານສົ່ງໃນຮົ່ມ ທົ່ວປະເທດ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ (ສບສ) ປະຈໍາປີ 2020 ຈັດຂຶ້ນວັນທີ 4 ທັນວາ 2020 ຢູ່ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ມີທ່ານ ກະເສມ ອິນທະລາ ຮອງປະທານ ຄອລ ທ່ານ ສຸລິວັນ ເຊີນວິໄລ ຮອງຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານ ສບສ ພ້ອມດ້ວຍຄະນະບໍລິຫານງານ ສບສ ພາກສ່ວນທີ່ກ່ຽວຂ້ອງ ຄູເຝິກ ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມ.

    ໂອກາດດັ່ງກ່າວ ທ່ານ ຈັນສະໝອນ ຜ່ອງຈັນທາ ກ່າວວ່າ: ການຈັດການແຂ່ງຂັນຄັ້ງນີ້ ກໍເພື່ອແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ ໂດຍສະເພາະແມ່ນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ຍັງເປັນການສ້າງເງື່ອນໄຂໃຫ້ນັກກີລາແຕ່ລະພາກສ່ວນໄດ້ມີການເລືອກເຟັ້ນນັກກີລາ ເພື່ອກຽມເຂົ້າຮ່ວມການແຂ່ງຂັນງານມະຫະກຳກີລາແຫ່ງຊາດທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ອີກດ້ານໜຶ່ງ ກໍຍັງເປັນການຄັດເລືອກນັກກີລາຜູ້ທີ່ມີພອນສະຫວັນດີເດັ່ນ ບັນຈຸກຽມຮັບໃຊ້ທີມຊາດ ສົ່ງຮ່ວມການແຂ່ງຂັນໃນລະດັບອະນຸພາກພື້ນ ພາກພື້ນ ແລະ ສາກົນ ທີ່ມີຫຼາຍລາຍການໃນປີໜ້າ ຖ້າຫາກວ່າສະພາບການລະບາດຂອງໂຄວິດ-19 ສະຫງົບລົງ.

    ແນວໃດກໍດີ ປີນີ້ ເປັນປີທີ່ພິເສດທີ່ສຸດ ເຊິ່ງມີບັນດາພາກສ່ວນແຈ້ງເຈດຈຳນົງເຂົ້າຮ່ວມແຂ່ງຂັນຫຼາຍກວ່າທຸກໆປີທີ່ຜ່ານມາເຖິງ 54 ທີມ ໃນນັ້ນ ກີລາບານສົ່ງຫາດຊາຍ ປະເພດທີມຊາຍມີ 16 ທີມ ແລະ ທີມຍິງມີ 14 ທີມ ຈະໃຊ້ໄລຍະເວລາໃນການແຂ່ງຂັນ 4 ມື້ ລະຫວ່າງວັນທີ 10-13 ທັນວາ 2020 ສ່ວນການແຂ່ງຂັນກີລາບານສົ່ງໃນຮົ່ມ ປະເພດທີມຊາຍ ແມ່ນເປັນປະຫວັດສາດ ເພາະມີເຖິງ 16 ທີມເຂົ້າຮ່ວມແຂ່ງຂັນສູງທີ່ສຸດໃນລາຍການນີ້ ແລະ ທີມບານສົ່ງຍິງ ມີ 8 ທີມເຂົ້າຮ່ວມຊີງໄຊ ໂດຍຈະແຂ່ງຂັນລະຫວ່າງວັນທີ 16-26 ທັນວາ 2020 ທັງສອງລາຍການດັ່ງກ່າວ ແມ່ນນຳໃຊ້ສະຖານທີ່ແຂ່ງຂັນບ່ອນດຽວກັນ ຢູ່ສະໜາມກີລາກອງທັບ (ຫຼັກ 5).

    ການແຂ່ງຂັນລາຍການນີ້ ບໍລິສັດ ເບຍລາວ ຈຳກັດ ໃຫ້ການສະໜັບສະໜູນຫຼັກ 165 ລ້ານກວ່າກີບ ນອກນັ້ນ ກໍຍັງມີບໍລິສັດ ເອັສພີພີ ການພິມ ແລະ ປ້າຍຊູກຍູ້ຕື່ມອີກ ເຊິ່ງຮູບແບບການແຂ່ງຂັນກີລາບານສົ່ງໃນຮົ່ມ ແລະ ຫາດຊາຍທັງປະເພດທີມຍິງ ແລະ ທີມຊາຍ ແມ່ນແບ່ງອອກເປັນແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເລືອກເອົາທີມທີ່ມີຄະແນນດີທີ່ສຸດອັນດັບທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ເຊິ່ງບານສົ່ງຫາດຊາຍ (ຍິງ-ຊາຍ) ຊະນະເລີດຈະໄດ້ຮັບຂັນແຊັມ 1 ໜ່ວຍ ຫຼຽນຄໍາ ແລະ ເງິນລາງວັນ 2 ລ້ານກີບ ອັນດັບ 2 ໄດ້ຫຼຽນເງິນ ແລະ ເງິນລາງວັນ 1,2 ລ້ານກີບ ແລະ ອັນດັບ 3 ໄດ້ຫຼຽນທອງ ແລະ ເງິນລາງວັນ 8 ແສນກີບ ສ່ວນບານສົ່ງໃນຮົ່ມ (ຍິງ-ຊາຍ) ຊະນະເລີດຈະໄດ້ຮັບຂັນແຊັມ ຫຼຽນຄໍາ ແລະ ເງິນລ້ານ 12 ລ້ານກີບ ອັນດັບ 2 ໄດ້ຫຼຽນເງິນ ແລະ ເງິນລາງວັນ 8 ລ້ານກີບ ອັນດັບ 3 ໄດ້ຫຼຽນທອງ ແລະ ເງິນລາງວັນ 6 ລ້ານກີບ ແລະ ອັນດັບ 4 ໄດ້ເງິນລາງວັນ 3 ລ້ານກີບ.

error: Content is protected !!