ກະຊວງປ້ອງກັນປະເທດ ສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ

     ກະຊວງປ້ອງກັນປະເທດ ຈັດພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ  ຄົບຮອບ 45 ປີ (2/12/1975-2/12/2020) ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ (13/12/1920-13/12/2020) ຂຶ້ນວັນທີ 4 ທັນວາ 2020 ຢູ່ສະໂມສອນກະຊວງປ້ອງກັນປະເທດ ໂດຍເປັນປະທານຂອງທ່ານ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມີບັນດາຄະນະນໍາກະຊວງ ພະນັກງານນັກຮົບປະຕິວັດ ອາວຸໂສບໍານານ ນາຍ ແລະ ພົນທະຫານອ້ອມຂ້າງກະຊວງເຂົ້າຮ່ວມ.

    ໃນພິທີ ທ່ານພົນໂທ ທອງລອຍ ສີລິວົງ ໄດ້ຂຶ້ນກ່າວບົດປາໄສເລົ່າຄືນມູນເຊື້ອປະຫວັດຄວາມເປັນມາແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ ເຊິ່ງມີບາງຕອນວ່າ: ນັບແຕ່ການສະຖາປະນາ ສປປ ລາວ 1975 ເປັນຕົ້ນມາຈົນຮອດປັດຈຸບັນ ຕິດພັນກັບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກອງທັບປະຊາຊົນລາວ ພາຍໃຕ້ການນຳພາຂອງພັກອັນເດັດຂາດໂດຍກົງ ແລະ ຮອບດ້ານ ໄດ້ວາງແນວທາງປ້ອງກັນຊາດ ທົ່ວປວງຊົນຮອບດ້ານ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ເຫັນວ່າວຽກງານປ້ອງກັນຊາດ ໄດ້ສ້າງຜົນງານອັນໃຫຍ່ຫຼວງ ແລະ ວິລະກຳທີ່ເອກອ້າງທະນົງໃຈຫຼາຍປະການ.

    ໂດຍຢືດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ກອງທັບປະຊາຊົນລາວ ສາມາດປະກອບສ່ວນຮັບປະກັນໃຫ້ປະເທດຊາດມີຄວາມສະຖຽນລະພາບ ທາງດ້ານການເມືອງອັນໜັກແໜ້ນ ເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເດັດດ່ຽວເດີນຕາມແນວທາງປ່ຽນແປງໃໝ່ ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ ມູນເຊື້ອອັນດີງາມຂອງຊາດ ຂອງກອງທັບປະຊາຊົນລາວ  ເຝີກຝົນຫຼໍ່ຫຼອມທັດສະນະຄຸນສົມບັັດ ສິນທຳປະຕິວັດ ຕັ້ງໜ້າປັບປຸງກໍ່ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ ຮູ້ຈັກອີງໃສ່ກຳລັງແຮງສັງລວມຂອງທົ່ວປວງຊົນ ຫັນກຳລັງສູ່ຮາກຖານຢ່າງແຂງແຮງ ເຮັດໃຫ້ສະພາບຢູ່ຮາກຖານມີຄວາມສະຫງົບໂດຍພື້ນຖານ ແລະ ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເຊື້ອໝັ້ນຕໍ່ກອງທັບປະຊາຊົນລາວ ພ້ອມກັນເປັນກຳລັງແຮງທັບມ້າງທຸກກົນອຸບາຍຫັນປ່ຽນໂດຍສັນຕິ ການກໍ່ຄວາມບໍ່ສະຫງົບ ການແຊກຊືມ ແລະ ເຄື່ອນໄຫວເກາະຜິດ ບຽດຢືດຕາມຊາຍແດນຂອງອິດທິກຳລັງປະຕິການໄດ້ຢ່າງທັນການ ຮັກສາໄດ້ຄວາມສະຫງົບ ດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

    ຜົນສຳເລັດທີ່ກອງທັບປະຊາຊົນລາວຍາດມາໄດ້ຕະຫຼອດ 45 ປີຜ່ານມາ ໄດ້ຢືນຢັ້ນວ່າ ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກທີ່ຖືກທິດ  ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກອງທັບປະຊາຊົນລາວ ແມ່ນໝາກຜົນຂອງຄວາມບາກບັ່ນ ບຸກບືນສູ້ຊົນ ດ້ວຍຄວາມມະນະອົດທົນ ເດັດດ່ຽວໜຽວແໜ້ນ ແລະ ຄວາມສາມັກຄືເປັນປືກແຜ່ນຂອງສະມາຊິກພັກ ພະນັກງານ ແລະ ນັກຮົບໃນທົ່ວກອງທັບ ທີ່ໄດ້ຕັ້ງໜ້າທຸ່ມເທເຫື່ອແຮງ ສະຕິປັນຍາ ແລະ ເສຍສະຫຼະ ປະກອບສ່ວນເຂົ້າຮ່ວມການຈັດຕັ້ງປະຕິບັດ ດ້ວຍຄວາມເປັນເຈົ້າການ ອັນໄດ້ສະແດງໃຫ້້ເຫັນວ່າ ພາຍໃຕ້ການນຳພາຂອງພັກ ກອງປະທັບປະຊາຊົນລາວໄດ້ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ຍາມໃດກໍຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ປະຊາຊົນລາວ ດ້ວຍຄວາມຈົງຮັກພັກດີ ຊື່ສັດບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ ແລະ ກ້າວຂຶ້ນຕາມອຸດົມການສັງຄົມນິຍົມເທື່ອລະກ້າວ.

error: Content is protected !!