ຄະນະກຳມະການເລືອກຕັ້ງຂັ້ນນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມຄັ້ງປະຖົມມະລືກຂອງຄະນະກຳມະການເລືອກຕັ້ງຂັ້ນ ນວ ຈັດຂຶ້ນວັນທີ 3 ທັນວາ 2019 ທີ່ອົງການປົກຄອງ ນວ ເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະກຳມະການເລືອກຕັ້ງຂັ້ນ ນວ ມີປະທານ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການເລືອກຕັ້ງຂັ້ນ ນວ ການລາຍງານກະກຽມວຽກງານເລືອກຕັ້ງສະຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ II ພ້ອມນັ້ນ ກໍໄດ້ປະກອບຄຳຄິດເຫັນໃສ່ບົດລາຍງານ ແລະ ຮັບຟັງການໂອ້ລົມຈາກປະທານອີກດ້ວຍ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ