ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສາທາລະນະສຸກ ຄັ້ງທີ IX ຈັດຂຶ້ນວັນທີ 3-4 ທັນວາ 2020 ຢູ່ຫໍປະຊຸມແຫ່ງຊາດ (ຫຼັກ 6) ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງສະຫາຍ ຄຳພອນ ພຸດທະວົງ ເລຂາຄະນະພັກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ສະຫາຍ ບຸນກອງ ສີຫາວົງ ຮອງເລຂາຄະນະພັກ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາສະຫາຍສະມາຊິກພັກອາວຸໂສບຳນານ ສະຫາຍຜູ້ແທນສົມບູນຈຳນວນ 184 ສະຫາຍ ຍິງ 73 ສະຫາຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ສະຫາຍ ຄຳພອນ ພຸດທະວົງ ໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກກະຊວງສາທາລະນະສຸກ (ແຕ່ປີ 2016-2020) ແລະ ທິດທາງແຜນການນຳພາໄລຍະ 5 ປີຕໍ່ໜ້າ (ແຕ່ປີ 2021-2025) ໄລຍະຜ່ານມາ ຄະນະພັກກະຊວງໄດ້ເອົາໃຈໃສ່ຄົ້ນຄວ້າປັບປຸງການຈັດຕັ້ງພັກ ແລະ ກົງຈັກລັດໃຫ້ສອດຄ່ອງກັບກົດລະບຽບພັກ ແລະ ກົດໝາຍຂອງລັດ ຕາມທິດກະທັດຮັດ ສົມເຫດສົມຜົນ ແລະ ມີປະສິດທິພາບ ອັນພົ້ນເດັ່ນ ແມ່ນໄດ້ປັບປຸງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໂຮງໝໍສູນກາງ ໄດ້ສ້າງຕັ້ງສະພາຄຸ້ມຄອງວິຊາຊີບປີ່ນປົວ ໄດ້ໂຮມຂະແໜງການຂອງພະແນກສາທາລະນະສຸກແຂວງ ນະຄອນຫຼວງ ຈາກ 15 ຂະແໜງການມາເປັນ 9 ຂະແໜງການ ແລະ ຍຸບໜ່ວຍງານທີ່ຂຶ້ນກັບຂະແໜງການ ໄດ້ປັບປຸງພາລະບົດບາດຂອງໂຮງໝໍຊຸມຊົນ ໂຮງໝໍນ້ອຍ ແລະ ກຳນົດມາດຕະຖານ ການບັນຈຸພະນັກງານໃສ່ໂຮງໝໍນ້ອຍປະເພດ ກ ຈາກ 7-10 ຄົນຕໍ່ແຫ່ງ ມາເປັນ 5-7 ຄົນຕໍ່ແຫ່ງ ປະເພດ ຂ ຈາກ 5-7 ຄົນຕໍ່ແຫ່ງ ມາເປັນ 3-5 ຄົນຕໍ່ແຫ່ງ.

ປັດຈຸບັນ ກະຊວງສາທາລະນະສຸກປະກອບມີ 9 ກົມ 2 ຫ້ອງການ 2 ສະຖາບັນ ແລະ 18 ສູນວິຊາການ ມີສູນປີ່ນປົວສະເພາະດ້ານ 3 ແຫ່ງ ໂຮງໝໍສູນກາງ 5 ແຫ່ງ ຂັ້ນທ້ອງຖິ່ນມີພະແນກສາທາລະນະສຸກແຂວງ-ນະຄອນຫຼວງ 18 ແຫ່ງ ໂຮງໝໍແຂວງ 17 ແຫ່ງ ຫ້ອງການສາທາລະນະສຸກເມືອງ 148 ເມືອງ ໂຮງໝໍຊຸມຊົນ 135 ແຫ່ງ ແລະ ໂຮງໝໍນ້ອຍ 1.056 ແຫ່ງ ມີສະຖານການສຶກສາສາທາລະນະສຸກທັງໝົດ 11 ແຫ່ງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ

# ຂ່າວ & ພາບ: ຊິລິການດາ