ກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນກຳມະບານທົ່ວປະເທດ ໄຂຂຶ້ນວັນທີ 3-4 ທັນວາ 2020 ທີ່ສະໂມສອນຫ້ອງວ່າການສູນກາງພັກ ເປັນປະທານຂອງທ່ານ ປ້ານ ນ້ອຍມະນີ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນໂທ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍການນຳພັກ-ລັດ ອົງການຈັດຕັ້ງມະຫາຊົນ ພະນັກງານອາວຸໂສ ຄະນະບໍລິຫານງານສະຫະພັນກຳມະບານລາວ ແລະ ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກກຳມະບານ ກຳມະກອນ ແລະ ຜູ້ອອກແຮງງານທົ່ວປະເທດ.


ກອງປະຊຸມຜູ້ແທນກອງປະຊຸມໃຫຍ່ ຈະພ້ອມກັນສັງເກດຕີລາຄາ ແລະ ຮັບຮອງເອົາບົດລາຍງານການເມືອງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນກຳມະບານລາວທົ່ວປະເທດ ຕະຫຼອດໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ (2021-2025) ພ້ອມນັ້ນຈະໄດ້ພິຈາລະນາ ແລະ ຮັບຮອງເອົາກົດລະບຽບສະຫະພັນກຳມະບານລາວສະໄໝທີ VIII ພິຈາລະນາ ແລະ ຮັບຮອງເອົາຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວສະໄໝທີ VII ພ້ອມນັ້ນ ຈະໄດ້ດຳເນີນການປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານສູນກາງສະຫະພັນກຳມະບານ ສະໄໝທີ VIII ເພື່ອຊີ້ນຳພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ VIII ນອກນັ້ນຍັງໄດ້ຮັບຟັງການໂອ້ລົມຈາກຂັ້ນເທິງຕື່ມອີກ.



# ຂ່າວ & ພາບ: ຂັນທະວີ