ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ນຳໂດຍທ່ານປ້ານ ນ້ອຍມະນີ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ເຂົ້າວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ຢູ່ທີ່ອະນຸສອນ ປະທານ ໄກສອນ ພົມວິຫານ ວັນທີ 2 ທັນວາ 2020 ເນື່ອງໃນໂອກາດທີ່ຈະເປີດກອງປະຊຸມໃຫຍ່ຂອງຕົນຂຶ້ນ ໃນວັນທີ 3-4 ທັນວາ 2020.

ການວາງພວງມາລາຄັ້ງນີ້ ເປັນການສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງບັນພະບູລຸດລາວ ທີ່ໄດ້ອຸທິດຕົນເພື່ອປະເທດຊາດ ແລະ ການປະຕິວັດໃນໄນລະຍະຜ່ານມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 2020 ໃນທ່າມກາງທີ່ທົ່ວພັກ ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈ ໃນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ.



# ຂ່າວ & ພາບ: ຂັນທະວີ