ການໂດຍສານຕ້ອງມີຄວາມປອດໄພໄວ້ກ່ອນ

ອຸ­ບັດ­ເຫດ​ທີ່​ເກີດ​ຂຶ້ນ​ກັບ​ການ​ໂດຍ­ສານ ບໍ່​ວ່າ​ຈະ​ເປັນ​ທາງ​ອາ­ກາດ ທາງ­ບົກ ຫຼື ທາງ­ນ້ຳ​ນັ້ນ ກໍ​ລ້ວນ​ແຕ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຊີ­ວິດ ກໍ​ຄື ເສດ­ຖະ­ກິດ ດັ່ງ­ນັ້ນ ແຕ່​ລະ​ປະ­ເທດ​ຈຶ່ງ​ໃຫ້​ຄວາມ​ສຳ­ຄັນ​ເປັນ​ພິ­ເສດ​ຕໍ່​ຄວາມ​ປອດ​ໄພ​ຂອງ​ຜູ້­ໂດຍ­ສານ ເຊັ່ນ:

ທີ່ ສປ ຈີນ: ໃນ​ເດືອນ​ສິງ­ຫາ ປີ 2018 ທາງ​ການ ສປ ຈີນ ໄດ້​ເລີ່ມ​ມາດ​ຕະ­ການ​ປັບ­ປຸງ​ມາດ­ຕະ­ຖານ ການ​ໃຫ້​ບໍ­ລິ­ການ​ໃນ​ຂະ­ແໜງ­ການ​ຂົນ­ສົ່ງ ແນ­ໃສ່​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ຂອງ​ຜູ້​ໃຊ້​ບໍ­ລິ­ການ (ຜູ້­ໂດຍ­ສານ) ພາຍ­ຫຼັງ​ເກີດ​ມີ​ຄະ­ດີ​ຜູ້­ໂດຍ­ສານ​ຍິງ​ຄົນ​ໜຶ່ງ​ຖືກ​ຂົ່ມ­ຂືນ ແລະ ຂ້າ​ຖິ້ມ​ໃນ​ເວ­ລາ​ນຳ​ໃຊ້​ລົດ​ແທັກ​ຊີ (Taxi) ຂອງ​ບໍ­ລິ­ສັດ ຄາ​ພູນ​ຕີ​ຕີ​ຊູ​ສິງ ອັນ​ເປັນ​ເຫດ​ໃຫ້​ທາງ​ບໍ­ລິ­ສັດ​ຕ້ອງ​ໄດ້​ຢຸດ​ການ​ໃຫ້​ບໍ­ລິ­ການ ຈາກ​ເຫດ­ການ​ດັ່ງ­ກ່າວ ທາງ​ກະ­ຊວງ​ຂົນ­ສົ່ງ​ຂອງ​ຈີນ​ໄດ້​ທວງ​ໃຫ້​ທາງ​ບໍ­ລິ­ສັດ​ຕ້ອງ​ຮັບ­ຜິດ­ຊອບ​ຕໍ່​ເຫດ­ການ​ທີ່​ເກີດ​ຂຶ້ນ​ກັບ​ຜູ້­ໂດຍ­ສານ​ໃນ​ທຸກ​ກໍ­ລະ­ນີ ພາຍ­ຫຼັງ​ນັບ​ແຕ່​ເວ­ລາ​ຜູ້­ໂດຍ­ສານ​ຍ່າງ​ຂຶ້ນ​ລົດ ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ ໃນ​ເດືອນ​ພຶດ­ສະ­ພາ​ປີ​ດຽວ​ກັນ​ນັ້ນ (2018) ຜູ້­ໂດຍ­ສານ​ຂອງ ຄາ​ພູນ ອີກ​ຄົນ​ໜຶ່ງ ກໍ​ຖືກ​ຄາ­ຕະ­ກຳ ອັນ​ໄດ້​ສ້າງ​ກະ­ແສ​ຄວາມ​ຄຽດ​ແຄ້ນ​ໃນ​ທົ່ວ​ສັງ­ຄົມ ຕໍ່​ການ​ໃຫ້​ບໍ­ລິ­ການ​ຂອງ​ທາງ​ບໍ­ລິ­ສັດ ນອກ­ຈາກ​ຢຸດ​ການ​ໃຫ້​ບໍ­ລິ­ການ​ນັບ​ແຕ່​ວັນ​ທີ 27 ເດືອນ​ສິງ­ຫາ 2018 ເປັນ­ຕົ້ນ​ມາ ທາງ​ບໍ­ລິ­ສັດ ຍັງ​ໄດ້​ປົດ​ຜູ້​ບໍ­ລິ­ຫານ 2 ຄົນ ອອກ​ຈາກ​ຕຳ­ແໜ່ງ ແລ້ວ​ເລີ່ມ​ເຮັດ​ການ​ປະ​ເມີນ​ຮູບ​ແບບ​ທຸ­ລະ​ກິດ​ໃໝ່ ເພື່ອ​ປ່ຽນ​ແທນ​ບໍ­ລິ­ສັດ ຄາ​ພູນ ທີ່​ໄດ້​ທຳ­ລາຍ​ຄວາມ​ເຊື່ອ​ໝັ້ນ​ຂອງ​ສັງ­ຄົມ​ລົງ​ຢ່າງ​ສິ້ນ​ເຊີງ.

ທີ່​ອົງ­ການ ການ­ບິນ​ພົນ​ລະ​ເຮືອນ​ສາ­ກົນ: (ICAO): ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ຂອງ​ສາຍ​ການ­ບິນ​ພົນ​ລະ​ເຮືອນ​ໃນ​ທົ່ວ​ໂລກ ທາງ​ອົງ­ການ ICAO ໄດ້​ເອົາ​ມາດ​ຕະ­ການ​ເຄັ່ງ​ຄັດ​ຮັດ­ກຸມ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ສຸ­ຂະ­ພາບ ແລະ ລະ­ບົບ​ການ​ບັນ­ຊາ​ເຄື່ອງ​ບິນ​ຂອງ​ບັນ­ດາ​ນັກ​ບິນ ຄື:

ໜຶ່ງ: ນັກ​ບິນ​ທຸກ​ຄົນ​ນອກ­ຈາກ​ການ​ກວດ​ເຊັກ​ຮ່າງ­ກາຍ ແລະ ສຸ­ຂະ­ພາບ​ຈິດ​ແລ້ວ ຍັງ​ຕ້ອງ​ໄດ້​ຜ່ານ​ການ​ກວດ​ລະ­ບົບ​ປະ­ສາດ​ຕື່ມ​ອີກ​ຈາກ​ຄະ­ນະ​ແພດ ແລະ ຜູ້​ຊ່ຽວ­ຊານ​ທີ່​ມີ​ຄວາມ​ຊຳ­ນານ​ງານ​ເປັນ​ພິ­ເສດ​ໃນ​ດ້ານ​ນີ້ ສອງ: ໃນ​ຫ້ອງ​ຂັບ​ຕ້ອງ​ມີ​ນັກ​ບິນ​ຢ່າງ​ໜ້ອຍ 2 ຄົນ ຢູ່​ເປັນ​ປະ­ຈຳ ໃນ​ກໍ­ລະ­ນີ​ນັກ​ບິນ​ຄົນ​ໃດ​ຄົນ​ໜຶ່ງ​ມີ​ວຽກ​ສ່ວນ​ຕົວ ຕ້ອງ​ໄດ້​ອອກ​ຈາກ​ຫ້ອງ​ຂັບ​ໄປ ຫ້າມ​ເດັດ­ຂາດ​ບໍ່​ໃຫ້​ມີ​ນັກ​ບິນ​ຢູ່​ໃນ​ຫ້ອງ​ຂັບ​ຄົນ​ດຽວ ນີ້​ເປັນ​ມາດ​ຕະ­ການ​ທີ່​ສາຍ​ການ­ບິນ​ພົນ​ລະ​ເຮືອນ​ຂອງ​ເຢຍ​ລະ​ມັນ​ໄດ້​ເລີ່ມ​ປະ­ຕິ­ບັດ​ກ່ອນ­ໝູ່ ມາດ​ຕະ­ການ​ເຄັ່ງ​ຄັດ​ຮັດ­ກຸມ​ດັ່ງ­ກ່າວ ມີ​ຂຶ້ນ​ພາຍ­ຫຼັງ​ມີ​ເຫດ​ເຄື່ອງ​ບິນ​ໂດຍ­ສານ​ເຢຍ​ລະ​ມັນ​ວິງ ບິນ​ຊົນ​ພູ­ເຂົາ​ແອນ ທີ່​ປະ­ເທດ​ຝຣັ່ງ ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີ­ວິດ​ພາບ​ດຽວ​ເຖິງ 150 ຄົນ ໃນ​ທ້າຍ​ເດືອນ​ເມ­ສາ 2015 ຜ່ານ​ການ​ກວດ​ສອບ​ຂອງ​ອົງ­ການ ການ­ບິນ​ພົນ​ລະ​ເຮືອນ​ສາ­ກົນ ກ່ຽວ​ກັບ​ອຸ­ບັດ­ເຫດ​ຄັ້ງ​ນັ້ນ ໄດ້​ມີ​ຜົນ​ວິ­ເຄາະ​ອອກ​ມາ​ວ່າ: ທ້າວ ອັງ​ເດຼ ອາດ​ລູ​ບິດ ອາ­ຍຸ 28 ປີ ເຊິ່ງ​ເປັນ​ນັກ​ບິນ​ສຳ­ຮອງ (ຜູ້​ຊ່ວຍ) ໄດ້​ຕັ້ງ­ໃຈ​ຂັບ​ເຄື່ອງ​ບິນ​ຕຳ​ພູ ເພາະ​ເຂົາ​ເຄີຍ​ມີ​ປະ­ຫວັດ​ຄວາມ​ບົກ​ຜ່ອງ​ທາງ​ປະ­ສາດ ແລະ ໃນ​ຂະ­ນະ​ນັ້ນ ເຂົາ​ກໍ​ຢູ່​ຫ້ອງ​ຂັບ​ພຽງ​ຄົນ​ດຽວ ເພາະ​ນັກ​ບິນ​ທີ່​ເປັນ​ຫົວ­ໜ້າ​ໃນ​ການ​ບັນ­ຊາ​ເຄື່ອງ​ບິນ​ໄດ້​ອອກ​ຫ້ອງ​ຂັບ​ໄປ​ທຸ­ລະ​ສ່ວນ​ຕົວ.

ທີ່ ສ ເກົາ­ຫຼີ: ນີ້​ເປັນ​ເລື່ອງ​ມາດ​ຕະ­ການ​ປ້ອງ​ກັນ​ອຸ­ບັດ­ເຫດ​ຕາມ​ຖະ­ໜົນ ເຊິ່ງ​ຜູ້​ສ່ຽງ​ຕົກ​ເປັນ​ເຫຍື່ອ​ສ່ວນ​ໃຫຍ່​ແມ່ນ​ກຸ່ມ​ຄົນ​ໃນ​ສັງ­ຄົມ​ກົ້ມ​ໜ້າ ຂ່າວ​ກ່ຽວ​ກັບ​ມາດ​ຕະ­ການ​ດັ່ງ­ກ່າວ ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ກັນ­ຍາ 2016 ທີ່​ນະ­ຄອນ­ຫຼວງ​ເຊ​ອູນ ໂດຍ​ໄດ້​ບອກ​ວ່າ ທາງ​ການ​ໄດ້​ຕິດ​ຕັ້ງ​ປ້າຍ​ເຕືອນ​ສະ­ຕິ​ກຸ່ມ​ຄົນ​ທີ່​ກົ້ມ​ໜ້າ​ເບິ່ງ​ຈໍ​ໂທລະ­ສັບ​ມື​ຖື ກ່ຽວ​ກັບ​ຄວາມ​ສ່ຽງ​ທີ່​ພວກ​ເຂົາ​ຈະ​ຖືກ​ລົດ​ຕຳ​ບາດ­ເຈັບ​ລົ້ມ​ຕາຍ ເວ­ລາ​ຍ່າງ​ຂວ້າມ​ທາງ ແຜ່ນ​ປ້າຍ​ຊຸດ​ທຳ​ອິດ​ໄດ້​ເອົາ​ໄປ​ຕິດ​ໄວ້​ຕາມ​ເສົາ​ໄຟ­ຟ້າ​ໃນ 5 ຈຸດ ບ່ອນ​ທີ່​ມີ​ສະ­ພາບ​ການ​ຈະ­ລາ­ຈອນ​ແໜ້ນ­ໜາ ສັບ­ສົນ​ທີ່​ສຸດ​ຂອງ​ນະ­ຄອນ­ຫຼວງ ໂດຍ​ຫວັງ​ວ່າ ເມື່ອ​ມາບ​ເຫັນ​ປ້າຍ​ແລ້ວ​ຜູ້​ໃຊ້​ໂທລະ­ສັບ​ມື​ຖື​ຈະ​ໄດ້​ຕັ້ງ​ສະ​ຕິ­ແຕ່​ເລື່ອງ​ນີ້​ກໍ​ມີ​ຫຼາຍ​ຄົນ ຕັ້ງ​ຂໍ້​ສົງ­ໄສ​ວ່າ ອາດ​ບໍ່​ໄດ້­ຜົນ ເພາະ​ພວກ​ບ້າ​ໜ້າ​ຈໍ​ນັ້ນ​ຄົງ​ບໍ່​ມີ​ເວ­ລາ​ເວ​ສາຍ­ຕາ​ອອກ​ໄປ​ທາງ​ອື່ນ ມາດ​ຕະ­ການ​ຕິດ​ປ້າຍ​ເຕືອນ​ຄົນ​ຍ່າງ​ທີ່​ໃຊ້​ສະ­ມາດ​ໂຟນ​ຄັ້ງ​ນີ້ ມີ​ຂຶ້ນ​ພາຍ ຫຼັງ​ມີ​ສະ­ຖິ­ຕິ​ກ່ຽວ​ກັບ​ອຸ­ບັດ­ເຫດ​ທີ່​ເກີດ​ຂຶ້ນ​ກັບ​ພວກ​ໃຊ້​ມື​ຖື​ເວ­ລາ​ຍ່າງ ຄື ໃນ​ປີ 2000 ທີ່​ກົ້ມ​ເບິ່ງ​ໜ້າ​ຈໍ​ມື​ຖື​ເວ­ລາ​ຍ່າງ ອຸ­ບັດ­ເຫດ​ໄດ້​ເກີດ​ຂຶ້ນ​ກັບ 437 ຄົນ ແລະ ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 1.000 ຄົນ ໃນ​ປີ 2014.

error: Content is protected !!