Honda-Yamaha-Kawasaki-Suzuki ຮ່ວມມືກັນ ທົດສອບເຕັກໂນໂລຊີສະຫຼັບແບດເຕີຣີລົດຈັກໄຟຟ້າ

ນອກ­ຈາກ​ລົດ­ໄຟ​ຟ້າ ກຳ­ລັງ​ເປັນ​ເຕັກ​ໂນ​ໂລ​ຊີ​ທີ່​ສັ່ນ​ສະ­ເທືອນ​ອຸດ­ສາ­ຫະ­ກຳ​ຍານ​ຍົນ ຝັ່ງ​ລົດ­ຈັກ​ໄຟ­ຟ້າ ກໍ​ເລີ່ມ​ຖືກ​ໃຫ້​ຄວາມ​ສຳ­ຄັນ​ຫຼາຍ​ຂຶ້ນ ແລະ ຫຼ້າ​ສຸດ Honda Yamaha Kawasaki ແລະ Suzuki ໄດ້​ຮ່ວມ​ມື​ກັນ​ທົດ​ສອບ​ເຕັກ​ໂນ​ໂລ​ຊີ​ນີ້​ແລ້ວ.

ຍົກ​ລະ­ດັບ​ເຕັກ​ໂນ​ໂລ​ຊີ​ໃຫ້​ໃຊ້​ວຽກ​ໄດ້

ເມື່ອ​ປີ 2019 ທາງ Honda Yamaha Kawasaki ແລະ Suzuki ໄດ້​ຕັ້ງ​ກິດ­ຈະ­ການ​ຄ້າ­ຂາຍ​ຮ່ວມ ຫຼື Consortium ເພື່ອ​ພັດ­ທະ­ນາ​ເຕັກ​ໂນ​ໂລ​ຊີ​ລົດ­ຈັກ​ໄຟ­ຟ້າ ໂດຍ​ສະ­ເພາະ ລະ­ບົບ​ສະ­ຫຼັບ​ແບດ​ເຕີ​ຣີ່ ໃຫ້​ໃຊ້​ວຽກ​ຮ່ວມ​ກັນ​ໄດ້​ທັງ 4 ຍີ່­ຫໍ້ ແຕ່​ທີ່​ສຸດ​ແລ້ວ​ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ອອກ​ມາ​ວ່າ​ເຕັກ​ໂນ​ໂລ​ຊີ​ດັ່ງ­ກ່າວ ມີ​ລາຍ​ລະ­ອຽດ​ເປັນ​ຢ່າງ­ໃດ​ແດ່.

ຫຼ້າ​ສຸດ ທັງ 4 ຍີ່­ຫໍ້ ໄດ້​ປະ­ກາດ​ຄວາມ​ຄືບ​ໜ້າ​ຂອງ​ການ​ພັດ­ທະ­ນາ​ເຕັກ​ໂນ​ໂລ​ຊີ​ລົດ­ຈັກ​ໄຟ­ຟ້າ ດ້ວຍ​ຮ່ວມ​ມື​ກັບ​ມະ­ຫາ­ວິ­ທະ­ຍາ­ໄລ​ໂອ­ຊາ​ກາ ຜ່ານ​ໂຄງ­ການ e-Yan OSAKA ທີ່​ນຳ​ລົດ­ຈັກ​ໄຟ­ຟ້າ​ໄປ​ໃຫ້​ນັກ​ສຶກ​ສາ ແລະ ເຈົ້າ​ໜ້າ­ທີ່​ໃນ​ມະ­ຫາ­ວິ­ທະ­ຍາ­ໄລ​ໄດ້​ຮ່ວມ​ທົດ​ສອບ ພ້ອມ​ກັບ​ຕັ້ງ​ຕູ້​ສະ­ຫຼັບ​ແບດ​ເຕີ​ຣີ່​ໃນ​ມະ­ຫາ­ວິ­ທະ­ຍາ­ໄລ ແລະ ຮ້ານ​ສະ­ດວກ​ຊື້​ເຂດ​ໃກ້​ຄຽງ.

ການ​ທົດ​ສອບ​ນີ້ ຈະ​ກິນ​ໄລ­ຍະ​ເວ­ລາ​ປະ­ມານ 1 ປີ ເພື່ອ​ນຳ​ຂໍ້​ມູນ​ການ​ໃຊ້​ງານ ແລະ ປະ­ສິດ­ທິ­ພາບ​ຂອງ​ແບດ​ເຕີ​ຣີ​ໄປ​ວິ­ໄຈ ແລະ ພັດ­ທະ­ນາ​ເພື່ອ​ຕໍ່​ຍອດ​ສູ່​ການ​ຜະ­ລິດ​ຈິງ ຫຼັງ​ຈາກ​ນີ້ ໂດຍ​ຕົວ​ແທນ​ຈາກ Honda ລະ­ບຸ​ວ່າ ເຕັກ​ໂນ​ໂລ​ຊີ​ການ​ສະ­ຫຼັບ​ແບດ​ເຕີ​ຣີ ສາ­ມາດ​ສ້າງ​ການ​ເຕີບ​ໂຕ​ໃຫ້​ກັບ​ຕະ­ຫຼາດ​ລົດ­ຈັກ​ໄຟ­ຟ້າ​ໄດ້ ແລະ ກິດ­ຈະ­ການ​ຄ້າ­ຂາຍ​ຮ່ວມ​ນີ້ ຈະ​ຊ່ວຍ​ຍູ້​ດັນ​ຢ່າງ​ເຕັມ­ທີ່.

ຢ່າງ­ໃດ​ກໍ​ຕາມ ຍັງ​ບໍ່​ມີ​ລາຍ​ລະ­ອຽດ​ກ່ຽວ​ກັບ​ຄວາມ​ຈຸ ແລະ ປະ­ສິດ­ທິ­ພາບ​ໃນ​ການ​ສົ່ງ​ກຳ­ລັງ​ຂອງ​ແບດ​ເຕີ​ຣີ ແຕ່​ມີ​ການ​ຄາດ​ການ​ກັນ​ວ່າ ແບດ​ເຕີ​ຣີ​ທີ່​ໃຊ້​ທົດ​ສອບ ມີ​ຄວາມ​ສາ­ມາດ​ໃກ້​ຄຽງ​ກັບ​ທີ່ Honda ເຄີຍ​ໃຊ້​ທົດ​ສອບ​ກັບ​ຮຸ່ນ PCX ສ່ວນ​ໃນ​ປະ­ເທດ​ໄທ ພາບ​ລວມ​ຕະ­ຫຼາດ​ລົດ­ຈັກ​ໄຟ­ຟ້າ ເໝືອນ​ຈະ​ກໍ່​ຕົວ​ຕິດ ແຕ່​ສຸດ​ທ້າຍ​ທຸກ​ຢ່າງ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ.

ສະ­ຫຼຸບ

ຕອນ​ນີ້ ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ວ່າ ເຕັກ​ໂນ​ໂລ​ຊີ​ສະ­ຫຼັບ​ແບດ​ເຕີ​ຣີ ຫຼື ການ​ສຽບ​ປລັ໊ກ​ສາກ ຄື​ເຕັກ​ໂນ​ໂລ​ຊີ​ທີ່​ເໝາະ​ສົມ​ກັບ​ການ​ໃຊ້​ງານ​ລົດ­ຈັກ​ໄຟ­ຟ້າ​ຫຼາຍ​ທີ່​ສຸດ ແຕ່​ຈາກ​ການ​ຮ່ວມ​ມື​ຂອງ Honda Yamaha Kawasaki ແລະ Suzuki ກໍ​ໜ້າ​ຈະ​ຊີ້​ໃຫ້​ເຫັນ​ວ່າ ອະ­ນາ­ຄົດ​ຂອງ​ລົດ­ຈັກ​ໄຟ­ຟ້າ​ຈະ​ເປັນ​ຢ່າງ­ໃດ.

error: Content is protected !!