ໂຮມຊຸມນຸມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ແລະ ວັນ​ຄ້າຍວັນເກີດປະທານໄກສອນພົມວິຫານ

    ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ (13/12/1920-13/12/2020) ໄດ້ຈັດຂຶ້ນວັນທີ 2 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ບັນດາການນໍາພັກ-ລັດຂັ້ນສູນກາງ ນະຄອນຫຼວງວຽງຈັນ ແລະ ນັກຮົບປະຕິວັດ ອາວຸໂສບໍານານເຂົ້າຮ່ວມ. 

    ໃນພິທີທ່ານ ບຸນຍັງ ວໍລະຈິດໄດ້ໃຫ້ກຽດຂຶ້ນກ່າວບົດສູນທອນພົດ ບາງຕອນວ່າ: ນັບແຕ່ການສະຖາປະນາ ສປປ ລາວ 1975 ເປັນຕົ້ນມາຈົນຮອດປັດຈຸບັນ ເຊິ່ງຕິດພັນກັບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພວກເຮົາໄດ້ກ້າວຜ່ານຫຼາຍໄລຍະສໍາຄັນ ແລະ ຕໍ່ເນື່ອງ ນັບແຕ່ໄລຍະການຮໍາບາດແຜສົງຄາມ ໄລຍະແຫ່ງການດໍາເນີນການປະຕິວັດ 3 ປະການໄປພ້ອມໆກັນ ໄລຍະດໍາເນີນປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກໃນແຕ່ໄລຍະແຫ່ງການກ້າວຜ່ານຂອງການປະຕິວັດປະເທດເຮົາ ລ້ວນແຕ່ຕິດພັນກັບບົດບາດການນໍາພາອັນພົ້ນເດັ່ນຂອງປະທານໄກສອນ ພົມວິຫານ ແລະ ສັນຍະລັກແຫ່ງການຄົ້ນຄິດປະດິດສ້າງ ບຸກເບີກ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນຂອງພວກເຮົາ ໃນນີ້ດ້ານການພັດທະນາ ສປປ ລາວ ໄດ້ຕັ້ງໜ້າສືບຕໍ່ຢຶດໝັ້ນແນວທາງການພັດທະນາທີ່ຖືເອົາເສດຖະກິດເປັນໃຈກາງ ສົມທົບແໜ້ນ ແລະ ກົມກຽວລະຫວ່າງການພັດທະນາເສດຖະກິດ ກັບການພັດທະນາວັດທະນະທໍາ-ສັງຄົມ ການປົກປັກຮັກສາສິ່ງແວດລ້ອມຕາມທິດພັດທະນາແບບຍືນຍົງ ສົ່ງເສີມກໍາລັງແຮງຂອງທຸກພາກສ່ວນເສດຖະກິດທັງພາຍໃນ ແລະ ຕ່າງປະເທດ ສ້າງເງື່ອນໄຂທີ່ຈໍາເປັນ ເພື່ອກະຕຸ້ນການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ ໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍ-ກາງ ແລະ ຂະໜາດໃຫຍ່ ພ້ອມທັງຍູ້ແຮງຂົງເຂດບໍລິການ ການເງິນ ການທະນາຄານ ການສ້າງເຂດເສດຖະກິດພິເສດ ຕະຫຼາດຫຼັກຊັບ ແລະ ອື່ນໆ ອັນໄດ້ປະກອບສ່ວນສໍາຄັນໃນການຂັບເຄື່ອນຈັງຫວະການເຕີບໂຕຂອງເສດຖະກິດແຫ່ງຊາດໃຫ້ຕໍ່ເນື່ອງ ແລະ ມີຄວາມໝັ້ນທ່ຽງ ສ້າງບັນດາອົງປະກອບປັດໄຈພື້ນຖານໃຫ້ແກ່ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ກໍຄືເສດຖະກິດພູມປັນຍາ. 

    ສັງລວມແລ້ວ ຕະຫຼອດໄລຍະ 45 ປີຜ່ານມາ ປະເທດເຮົາໄດ້ເຊື່ອມຈອດກັບປະເທດໃກ້ຄຽງ ແລະ ເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ ແລະ ສາກົນ ສາມາດປົດປ່ອຍປະເທດເຮົາທີ່ເປັນປະເທດບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດເຊື່ອມຈອດ-ເຊື່ອມໂຍງກັບປະເທດເພື່ອນບ້ານ ແລະ ສາກົນ ອັນພົ້ນເດັ່ນ ແມ່ນການເຊື່ອມຈອດເສັ້ນທາງລົດ ແລະ ເສັ້ນທາງລົດໄຟລະຫວ່າງ ສປປ ລາວ ແລະ ປະເທດໃກ້ຄຽງ ຕາມແລວທາງເສດຖະກິດເໜືອ-ໃຕ້ ຕາເວັນອອກ-ຕາເວັນຕົກ ເຊິ່ງຖືເປັນທ່າແຮງໃນການບໍລິການທາງຜ່ານຢູ່ປະເທດເຮົາ ພ້ອມດຽວກັບພື້ນຖານອຸດສາຫະກໍາຂະແໜງພະລັງງານ ບໍ່ແຮ່ ກະສິກໍາ-ປ່າໄມ້ ວິທະຍາສາດ ເຕັກນິກ ເຕັກໂນໂລຊີ ຮັບໃຊ້ການຜະລິດ-ການບໍລິການ ແລະ ບໍລິຫານຄຸ້ມຄອງລັດຕິດພັນກັບການຫັນເປັນທັນສະໄໝ.

                # ຂ່າວ & ພາບ: ຂັນທະວີ

error: Content is protected !!