ລາວໂທລະຄົມມະນາຄົມ ຮ່ວມມືກັບ 5 ສະຖາບັນ ເພື່ອພັດທະນາສັງຄົມ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ການຮ່ວມມື ລະຫວ່າງບໍລິສັດ ລາວ ໂທລະຄົມມະນາຄົມມະ ຫາຊົນ ກັບມະຫາວິທະຍາໄລແຫ່ງຊາດ (ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຄະນະວິທະຍາ ສາດທໍາມະຊາດ ຫໍສະໝຸດກາງ) ອົງການສະຫະປະສາຊາດ ເພື່ອການພັດທະນາ (UNDP) ແລະ ວິສາ ຫະກິດ ສະເຕວລ່າ (Stella) ຈັດຂຶ້ນວັນທີ 30 ພະຈິກ 2020 ທີ່ສໍານັກງານໃຫຍ່ບໍລິສັດ ລາວ ໂທລະຄົມ ມະນາຄົມ ມະຫາຊົນ ນະຄອນຫຼວງວຽງຈັນ.

     ເປັນກຽດຮ່ວມລົງນາມໃນເອກະສານສຳຄັນຄັ້ງນີ້ ມີທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ທ່ານ ພູເພັດ ກ້ຽວພິລາວົງ ຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ທ່ານ ບຸນຜັນ ຕົ້ນແພງ ຄະນະບໍດີ ຄະນະວິທະຍາສາດທໍາມະຊາດ ທ່ານ ນາງ  ສີພາ ພົງສະຫວັດ ຮອງຜູ້ອໍານວຍການຫໍສະໝຸດກາງ ທ່ານ ຈັນທະລາດ ປອງມາລາ ຫົວໜ້າພະແນກຫຼຸດຜ່ອນຄວາມທຸກຍາກ ອົງການ UNDP ແລະ ທ່ານ ຂວັນຟ້າ ສິຣິພອນ ຜູ້ອໍານວຍການວິສາຫະກິດ ສະເຕວລ່າ ເຊິ່ງມີຜູ້ຕາງໜ້າຈາກບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ 5 ສະຖາບັນ ເຂົ້າຮ່ວມ.

   ການລົງນາມ​ບົດບັນທຶກຄວາມເຂົ້າໃຈ ແລະ ການຮ່ວມມືກັນຄັ້ງນີ້ ເພື່ອເປັນການສົ່ງເສີມ ແລະ ເປີດກວ້າງການຮ່ວມມືທາງດ້ານການພັດທະນາບຸຄະລາກອນຮ່ວມກັນ ກໍຄືການພັດທະນາສັງຄົມ ແລະ ປະເທດຊາດຂອງພວກເຮົາໃຫ້ທັນກັບສະພາບການປ່ຽນແປງໃໝ່ຂອງໂລກໃນຍຸກປັດຈຸບັນ ການຮ່ວມມືທາງດ້ານການພັດທະນາບຸຄະລາກອນຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສຳຄັນ ໃນການພົບປະແລກປ່ຽນບົດຮຽນ ຄວາມຮູ້ ຄວາມສາມາດ ປະສົບການ ແລະ ທັງເປັນການແບ່ງປັນຂໍ້ມູນຂ່າວສານ ການສະໜັບສະໜູນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຮັດແໜ້ນສາຍພົວພັນການຮ່ວມມື ໃນການສ້າງ ແລະ ຂະຫຍາຍເຄືອຂ່າຍ Network ການຮ່ວມມືນໍາກັນ ແລະ ເພື່ອກ້າວໄປທາງໜ້າພ້ອມກັນຢ່າງບໍ່ຢຸດຢັ້ງ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!