ໂຄງການສ້າງຄວາມເຊື່ອມໂຍງເພື່ອຂະຫຍາຍເຄືອຂ່າຍກະສິກໍາ (ໂຄງການຄຣີນ) ໄດ້ຈັດກິດຈະກໍາປຸກລະດົມເພີ່ມຄວາມສົນໃຈໃຫ້ແກ່ຜູ້ບໍລິໂພກກ່ຽວກັບຜະລິດຕະພັນກະສິກໍາສະອາດ ວັນທີ 28 ພະຈິກ 2020 ທີ່ຕະຫຼາດກະສິກໍາອິນຊີ ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ບໍລິໂພກ ແລະ ຜູ້ທີ່ມີຄວາມສົນໃຈກ່ຽວກັບການຜະລິດກະສິກໍາໄດ້ຮັບຮູ້ເຖິງຂັ້ນຕອນ ຄວາມສໍາຄັນຂອງຜະລິດຕະພັນກະສິກໍາສະອາດ ແລະ ຄວາມປອດໄພ ນອກນັ້ນຍັງໄດ້ແນະນໍາໃຫ້ຮູ້ເຖິງລະບຽບການ ຂັ້ນຕອນຂອງການຂໍໃບຢັ້ງຢືນການຜະລິດກະສິກໍາສະອາດ ແລະ ກະສິກໍາອິນຊີ ຈາກພະແນກມາດຕະຖານ ແລະ ສູນມາດຕະຖານກະສິກໍາສະອາດ ແລະ ຫົວໜ້າກຸ່ມຜະລິດກະສິກໍາອິນຊີ ເພື່ອເປັນການຢັ້ງຢືນຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ ນອກນັ້ນຍັງມີການຖາມຕອບຄວາມຮູ້ຮອບຕົວກ່ຽວກັບການຜະລິດກະສິກໍາ ພ້ອມນັ້ນຍັງໄດ້ມີການແຈກຢາຍປຶ້ມ ແລະ ຖົງຈໍານວນໜຶ່ງ.
ກິດຈະກຳຄັ້ງນີ້ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ທະວີສິດ ບຸນຍາສຸກ ຫົວໜ້າສູນ ມາດຕະຖານກະສິກຳສະອາດ ກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້ ທ່ານວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ຜູ້ໃຫ້ການສະໜັບສະໜູນ ແລະ ມວນຊົນເຂົ້າຮ່ວມ.

# ຂ່າວ & ພາບ : ຂັນທະວີ