ຄັ້ງທໍາອິດທີ່ ສປປ ລາວ ສົ່ງອອກຜະລິດຕະພັນເຫຼັກເສັ້ນສູ່ຕ່າງປະເທດ

    ວັນທີ 20 ພະຈິກຜ່ານມາ ທີ່ດ່ານສາກົນໜອງນົກຂຽນ ແຂວງຈໍາປາສັກ (ຊາຍແດນລາວ-ກໍາປູເຈຍ) ໄດ້ມີການສົ່ງອອກຜະລິດຕະພັນເຫຼັກເສັ້ນຂອງ ສປປ ລາວ ເປັນຄັ້ງທໍາອິດ ຈຸດໝາຍປາຍທາງຢູ່ນະຄອນ ຫຼວງພະນົມເປັນແຫ່ງລາຊະອານາຈັກກໍາປູເຈຍ ເຊິ່ງເປັນຜະລິດຕະພັນເຫຼັກເສັ້ນປ້ອງອ້ອຍ 25 ມີນລີແມັດ ຈໍານວນ 300 ໂຕນ ທີ່ຜະລິດພາຍໃຕ້ການຮ່ວມມືລະຫວ່າງບໍລິສັດເຫຼັກເສັ້ນຄຸນເຜິງ-ວຽງຈັນ ຈໍາກັດ ແລະ ບໍລິສັດ ຄູນຄໍາ ອຸດສາຫະກໍາເຫຼັກ ຈໍາກັດ ໂດຍທັງສອງບໍລິສັດໄດ້ຮ່ວມມືກັນຮອບດ້ານມາແຕ່ປີ 2018 ເປັນຕົ້ນມາ ນັບຕັ້ງແຕ່ການຜະລິດ ການຂາຍຜະລິດຕະພັນເຫຼັກ ແລະ ການບໍລິການຄົບວົງຈອນທີ່ໃຫຍ່ທີ່ສຸດໃນ ສປປ ລາວ ພ້ອມນັ້ນຜະລິດຕະພັນເຫຼັກເສັ້ນດັ່ງກ່າວຍັງໄດ້ຮັບການຢັ້ງຢືນຄຸນນະພາບມາດຕະຖານ SR24 SD30 SD40 ຈາກກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບການຢັ້ງຢືນມາດຕະຖານ ISO 9001:2015 ແລະ ເປັນໂຮງງານແຫ່ງທໍາອິດທີ່ສາມາດຜະລິດເຫຼັກເສັ້ນກົມກົມກ້ຽງຂະໜາດ 6 ມິນລີແມັດ ແລະ ເຫຼັກເສັ້ນປ້ອງອ້ອຍຂະໜາດ 6,5 ມິນລີແມັດທີ່ໄດ້ຄຸນນະພາບ ປັດຈຸບັນທາງໂຮງງານມີກໍາລັງການຜະລິດ 300.000 ໂຕນຕໍ່ປີ ແລະ ມີຕົວແທນຈໍາໜ່າຍທົ່ວປະເທດ.

    ທ່ານ JI YONG QUAN ຕາງໜ້າບໍລິສັດເຫຼັກເສັ້ນຄຸນເຜິງ-ວຽງຈັນ ຈໍາກັດ ແລະ ບໍລິສັດ ຄູນຄໍາ ອຸດສາຫະກໍາເຫຼັກ ຈໍາກັດ ກ່າວວ່າ: ການສົ່ງອອກຜະລິດຕະພັນຂອງ ສປປ ລາວ ຈໍາເປັນຕ້ອງມີໃບຢັ້ງຢືນແຫຼ່ງການຜະລິດ ແລະ ການຮ່ວມມືຂອງສອງບໍລິສັດ ເພື່ອເປັນການຊຸກຍູ້ ແລະ ຮັບປະກັນທາງດ້ານຄຸນນະພາບມາດຕະຖານໃນການສົ່ງອອກຜະລິດຕະພັນເຫຼັກເສັ້ນ. ທ່ານ ສູນທອນ ຈັນທະເດດ ຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ກໍໄດ້ລົງມາໂຮງງານເພື່ອກວດກາ ແລະ ເກັບຕົວຢ່າງຜະລິດຕະພັນເຫຼັກເສັ້ນ ຫຼັງຈາກຜ່ານການກວດສອບ ວັດແທກ ແລະ ທົດລອງທີ່ບໍລິສັດລັດວິສາຫະກິດສຳຫຼວດອອກແບບ ແລະ ວິໄຈວັດສະດຸກໍ່ສ້າງ SDMT ກໍໄດ້ອອກໃບຢັ້ງຢືນຄຸນນະພາບໃຫ້ ນອກນັ້ນ ຜະລິດຕະພັນເຫຼັກເສັ້ນ KPS ແມ່ນອີງໃສ່ຄຸນນະພາບມາດຕະຖານ ຊື່ສຽງ ແລະ ຄວາມໝັ້ນໃຈ ຈຶ່ງສາມາດມີໃບສັ່ງຊື້ຈາກຕ່າງປະເທດໄດ້ ຫຼັງຈາກຮັບໃບສັ່ງຊື້ນີ້ແລ້ວ ບໍລິສັດຮ່ວມມືຂອງພວກເຮົາກໍເຫັນຄວາມສຳຄັນ ແລະ ທຸກໆໜ່ວຍງານກໍໄດ້ເອົາໃຈໃສ່ຄຸນນະພາບໃນທຸກໆຂັ້ນຕອນຢ່າງລະອຽດ ເຮັດຕາມລູກຄ້າຕ້ອງການ ຫຼັງຈາກນັ້ນກໍອອກມາສົມບູນ ແລ້ວມອບຜະລິດຕະພັນທີ່ມີຄຸນນະພາບໃຫ້ແກ່ລູກຄ້າ.

    ສປປ ລາວ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແລະ ຖືເອົາການກະເສດເປັນຫຼັກ ພື້ນຖານດ້ານອຸດສາຫະກໍາຍັງອ່ອນນ້ອຍ ຫຼັງຈາກລັດຖະບານໄດ້ມີການປະຕິຮູບ ແລະ ເປີດກວ້າງສູ່ພາຍນອກ ຈຶ່ງເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງວ່ອງໄວ ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໃນການພັດທະນາພື້ນຖານໂຄງລ່າງແມ່ນບໍ່ສາມາດປາສະຈາກເຫຼັກເສັ້ນໄດ້ ແຕ່ອຸດສາຫະກໍາເຫຼັກເສັ້ນຂອງປະເທດລາວໄດ້ກໍາເນີດຂຶ້ນຍັງບໍ່ທັນຮອດສາມສິບປີ ແລະ ຍັງເພິ່ງພາການນໍາເຂົ້າຈາກຕ່າງປະເທດເປັນສ່ວນຫຼາຍ ແຕ່ເຫດການນີ້ ໄດ້ຢັ້ງຢືນວ່າອຸດສາຫະກໍາເຫຼັກເສັ້ນຂອງ ສປປ ລາວ ມີຄຸນນະພາບ ມາດຕະຖານ ແລະ ສາມາດແຂ່ງຂັນກັບສາກົນໄດ້.

# ຂ່າວ & ພາບ : ຂັນທະວີ

error: Content is protected !!