ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຫົວໜ້າອະນຸກຳມະການອະນາໄມ ປະດັບປະດາ ຮັກສາສຸຂະພາບລະດັບຊາດ ພ້ອມຄະນະ ໄດ້ລົງເຄື່ອນໄຫວກວດກາບັນດາໜ້າວຽກທີ່ຕິດພັນກັບວຽກງານໃນຄວາມຮັບຜິດຊອບຂອງອະນຸກຳມະການຢູ່ສະຖານທີ່ສຳຄັນຕ່າງໆ ເປັນຕົ້ນ ອະນຸສາ ວະລີນັກຮົບນີລະນາມ (ສວນດາວແດງ) ຫໍປະຊຸມແຫ່ງຊາດ ແລະ ສູສານນັກຮົບນີລະນາມແຫ່ງຊາດ ວັນທີ 30 ພະຈິກ 2020 ເຊິ່ງຖືກຕ້ອນຮັບຈາກຂະແໜງການກ່ຽວຂ້ອງ.

ການລົງເຄື່ອນໄຫວກວດກາຄັ້ງນີ້ ເພື່ອເປັນການກະກຽມຄວາມພ້ອມໃນທຸກດ້ານ ໃນການຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ວັນສຳຄັນຕ່າງໆຂອງຊາດ-ຂອງພັກ ໃຫ້ເປັນຂະບວນການຟົດຟື້ນ ຮັບປະກັນໄດ້ຄວາມສະຫງົບ ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢ່າງຮອບດ້ານ ເຊິ່ງຜ່ານການລົງກວດກາ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ແນນະນຳໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງໃສ່ການປະດັບປະດາເອ້ຢ້ອງ ອະນາໄມເຮັດຄວາມສະອາດ ພ້ອມທັງໃຫ້ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມບັນດາສະຖານທີ່ສຳຄັນ ແລະ ຕາມເສັ້ນທາງສາຍຫຼັກຕ່າງໆ ໂດຍສະເພາະ ໃນສາມຈຸດທີ່ລົງກວດຄັ້ງນີ້ ໄດ້ຊີ້ນຳໃຫ້ເອົາໃຈໃສ່ຄືນ ໃນການປະດັບປະດາບັນດາຄຳຂວັນ ຕິດທຸງພັກ ທຸງຊາດ ແລະ ທຸງທິວ ປັບປຸງສວນດອກໄມ້ໃຫ້ສວຍງາມ ຕິດຕັ້ງດອກໄຟໃຫ້ມີຄວາມສະຫວ່າງສະໄຫວ ເອົາໃຈໃສ່ເຮັດອະນາໄມໃຫ້ມີຄວາມສະອາດຈົບງາມ ເປັນລະບຽບຮຽບຮ້ອຍ ແລະ ອື່ນໆ.


# ຂ່າວ & ພາບ: ຂັນທະວີ