ພິທີຖະແຫຼງຂ່າວກະກຽມຈັດການແຂ່ງຂັນກີລາດອກປີກໄກ່ ປະເພດທີມ ຄັ້ງທີ II ຊີງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຈັດຂຶ້ນວັນທີ 30 ພະຈິກ 2020 ຢູ່ຄະນະກຳມະການໂອແລມປິກແຫ່ງຊາດລາວ ໂດຍມີທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ມີບັນດາທ່ານຮອງປະທານສະຫະພັນດອກປີກໄດ່ແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຈາກຜູ້ສະໜັບສະໜູນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ກ່າວວ່າ: ການແຂ່ງຂັນໃນຄັ້ງນີ້ ຖືເປັນໃບໜ້າປະຫວັດສາດຂອງວົງການກີລາດອກປີກໄກ່ບ້ານເຮົາ ເພາະໄດ້ຮັບກຽດເປັນຢ່າງສູງຈາກທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ອະນຸຍາດໃຫ້ນຳໃຊ້ນາມມະຍົດ ຊີງຂັນທ່ານນາຍົກລັດຖະມົນຕີເປັນຄັ້ງທຳອິດ ເພື່ອສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ເປັນເວທີໃຫ້ນັກກີລາໄດ້ມີໂອກາດໃນການທົດສອບສີມືຂອງຕົນເອງ ແລະ ເລືອກເຟັ້ນໄດ້ນັກກີລາດີເດັ່ນ ປະກອບເຂົ້າເປັນນັກກີລາທີມຊາດໃນແຕ່ລະຮຸ່ນອາຍຸ ລວມເຖິງເປັນການສ້າງເງື່ອນໄຂກັບແຕ່ລະແຂວງ ໄດ້ມີການກະກຽມນັກກີລາທົ່ວປະເທດ ເພື່ອກຽມເຂົ້າຮ່ວມການແຂ່ງຂັນກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງໃນປີໜ້າອີກດ້ວຍ.
ຂະນະດຽວກັນ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄດ່ແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ຈະນຳໃຊ້ 5 ຂອດ ທີ່ເດີ່ນສະໂມສອນດອກປີກໄກ່ ເສດຖາ ບຶງຂະຫຍອງ ໂດຍຈະເລີ່ມແຂ່ງເວລາ 9 ໂມງເຊົ້າ ຈົນຮອດ 22 ໂມງໃນລະຫວ່າງວັນທີ 3-6 ທັນວາ 2020 ສ່ວນທີມໜຶ່ງສາມາດມີນັກກີລາ 6 ຄົນ (ທີມຊາດສົ່ງໄດ້ 2 ຄົນ) ແລະ ຄູເຝິກ 1 ຄົນ ໂດຍມີການຊີງໄຊທັງໝົດ 6 ລາຍການ ເປັນຮູບແບບທີມຄື: ທີມຊາຍທົ່ວໄປ 18 ທີມ ທີມຍິງທົ່ວໄປ 8 ທີມ ທີມປະສົມທົ່ວໄປ 9 ທີມ ທີມເຍົາວະຊົນຊາຍ 13 ທີມ ທີມເຍົາວະຊົນປະສົມ 5 ທີມ ແລະ ທີມອາວຸໂສຊາຍ 6 ທີມ.

ສຳລັບເງິນລາງວັນໃນການແຂ່ງຂັນໃນຄັ້ງນີ້ ລວມມູນຄ່າເປັນເງິນ 150 ລ້ານກີບ ລວມມູນຄ່າໃຊ້ຈ່າຍໃນການຈັດການແຂ່ງຂັນຄັ້ງນີ້ 300 ລ້ານກວ່າກີບ ໂດຍສະເພາະ ຊະນະເລີດປະເພດທີມຊາຍ ແລະ ທີມປະສົມ ແມ່ນຈະໄດ້ຮັບເຖິງ 12 ລ້ານກີບ ຫຼຽນລາງວັນ ແລະ ຂັນລາງວັນ ອັນດັບ 2 ໄດ້ 8 ລ້ານກີບ ແລະ ອັນດັບ 3 ໄດ້ 5 ລ້ານກີບ ສ່ວນປະເພດທີມຍິງ ທີມເຍົາວະຊົນຊາຍ ແລະ ທີມເຍົາວະຊົນປະສົມ ຊະນະເລີດໄດ້ 8 ລ້ານກີບ ພ້ອມຫຼຽນລາງວັນ ແລະ ຂັນລາງວັນ ຂະນະທີ່ ຊະນະເລີດທີມອາວຸໂສ ໄດ້ 5 ລ້ານກີບ ນອກນັ້ນ ນັກກີລາທີ່ສາມາດເຂົ້າຮອບ 8 ທີມສຸດທ້າຍຂຶ້ນໄປ ກໍຈະໄດ້ຮັບຄະແນນສະສົມເຊັ່ນກັນ.

ໃນທ້າຍພິທີ ໄດ້ມີການມອບເງິນການສະໜັບສະໜູນ ປະກອບມີ: ບໍລິສັດ ການບິນລາວ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທະນາຄານ ບີໄອຊີ ລາວ ກຸ່ມບໍລິສັດ ພົງຊັບທະວີ ບໍລິສັດ ຈະເລີນເຊກອງ ພະລັງງານ ແລະ ບໍລິສັດ ເບຍລາວ ຈຳກັດ ມອບໃຫ້ພາກສ່ວນລະ 50 ລ້ານກີບ ບໍລິສັດ ພີເອັສແອລ ເຊີວິດ ຈຳກັດ ບໍລິສັດ ລາວໂທລະຄົມ ແລະ ຮ້ານອາຫານ ອາຊໍ້ຫູສະຫຼາມ ພາກສ່ວນລະ 30 ລ້ານກີບ ທະນາຄານ ລາວ-ຫວຽດ 15 ລ້ານກີບ ນອກຈາກນີ້ ຍັງມີບັນດາຜູ້ອຸປະຖຳຮ່ວມອື່ນອີກຫຼາຍໆພາກສ່ວນ.
# ຂ່າວ & ພາບ: ສີພອນ