ຄະນະບໍລິຫານງານຊາວໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັດພິທີເປີດຂະບວນການແຂ່ງຂັນກີລາບານເຕະຊາຍ 8 ຄົນ ຊິງຂັນທ່ານເຈົ້າເມືອງໄຊເສດຖາ ປະຈຳປີ 2020 ຂຶ້ນວັນທີ 27 ພະຈິກ 2020 ທີ່ເດີ່ນກີລາທະນົງອາດ ໂດຍມີທ່ານ ໂພຄຳ ໄຊຍະສອນ ເຈົ້າເມືອງໄຊເສດຖາ ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານ ພຸດທະພອນ ໂຄດປັນຍາ ຮອງເລຂາພັກເມືອງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊຍະເດດ ທາດາວົງ ເລຂາຊາວໜຸ່ມເມືອງໄຊເສດຖາ ກ່າວວ່າ: ກິດຈະກຳແຂ່ງຂັນກີລາຄັ້ງນີ້ ເພື່ອສ້າງຂະບວນການຄຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ເປັນຕົ້ນ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 65 ປີ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນຊາວໜຸ່ມທົ່ວປະເທດທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ຕິດພັນກັບການປຸກລະດົມຂະບວນການຊາວໜຸ່ມຮາກຖານທົ່ວເມືອງໄຊເສດຖາ ສ້າງຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຮັດໃຫ້ຊາວໜຸ່ມ-ໄວໜຸ່ມ ບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດຫຍໍ້ທໍ້ຕ່າງໆ ພາຍໃຕ້ຄຳຂວັນ: ຊາວໜຸ່ມຍຸກໃໝ່ ຫ່າງໄກຈາກສິ່ງເສບຕິດ.

ຂະບວນການກີລາຄັ້ງນີ້ ເປັນການແຂ່ງຂັນສະເພາະສະມາຊິກຊາວໜຸ່ມພາຍໃນເມືອງ ໂດຍໄດ້ແຈ້ງເຊີນເອົາທີມຊາວໜຸ່ມນັກກີລາຈາກ 48 ຮາກຖານບ້ານ ແລະ 25 ຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມແຂ່ງຂັນທັງໝົດ 32 ທີມ ເຊິ່ງຈະເລີ່ມແຂ່ງຂັນແຕ່ວັນທີ 29 ພະຈິກ-19 ທັນວາ 2020 ຈຶ່ງສຳເລັດ ສ່ວນເດີ່ນທີ່ໃຊ້ໃນການແຂ່ງຂັນ ປະກອບມີ: ເດີ່ນສະໂມສອນບານເຕະທະນົງອາດ ເດີ່ນບານເຕະໄຊເສດຖາ ເດີ່ນອາໂລຮາ ແລະ ເດີ່ນເຟີລາຣີ.

ໂອກາດນີ້ ພິທີດັ່ງກ່າວຍັງໄດ້ມີການຍ້ອງຍໍບຸກຄົນ ບໍລິສັດ ຫ້າງຮ້ານ ແລະ ກົມກອງລວມໝູ່ ຈຳນວນ 8 ພາກສ່ວນ ທີ່ມີຜົນງານປະກອບສ່ວນຊ່ວຍເຫຼືອອຸປະຖຳວັດຖຸ ແລະ ເງິນສົດໃນງານແຂ່ງຂັນກີລາດັ່ງກ່າວຕື່ມອີກ.



# ຂ່າວ & ພາບ: ລັດເວລາ