ຄາເຟ່ ອາເມຊອນ ຈັດກິດຈະກຳສົ່ງເສີມການຂາຍ “ລຸ້ນໂຊກໃຫຍ່ ສຸກໃຈໄປກັບບິນຄາເຟ່ອາເມຊອນ” ໂດຍຈັບລາງວັນ ແລະ ປະກາດຜົນຄັ້ງສຸດທ້າຍຂອງປີ 2020 ຂຶ້ນວັນທີ 30 ພະຈິກ 2020 ຢູ່ຄາເຟ່ ອາເມຊອນ ສາຂາໂພນຕ້ອງ ເພື່ອໃຫ້ລູກຄ້າທົ່ວປະເທດມີສິດໄດ້ຮັບລາງວັນໃຫຍ່ ເຊັ່ນ: ລົດຈັກ Honda PCX i150 ໂທລະສັບມີຖື ກະເປົາເດີນທາງ ບັດຂອງຂວັນ ແລະ ລາງວັນອື່ນໆອີກ.

ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ກ່າວວ່າ: ກິດຈະກຳແຈກໂຊກໃຫຍ່ສຸກໃຈໄປກັບໃບບິນຄາເຟ່ ອາເມຊອນ ຄັ້ງນີ້ ພວກເຮົາໄດ້ຮັບຜົນຕອບ-ຮັບເປັນຢ່າງດີຈາກລູກຄ້າທົ່ວປະເທດ ຕະຫຼອດໄລຍະເວລາກິດຈະກຳ ຈຶ່ງເຮັດໃຫ້ພວກເຮົາວາງແຜນປີ 2021 ທີ່ຈະມີການຈັດກິດຈະກຳທີ່ດີ ແລະ ຫຼວງຫຼາຍມາມອບໃຫ້ລູກຄ້າທົ່ວປະເທດ ເປັນຕົ້ນ ກິດຈະກຳເພື່ອສັງຄົມ ຫຼື ກິດຈະກຳແຈກໂຊກຕ່າງໆ ເຊິ່ງພວກເຮົາຕ້ອງຂໍຂອບໃຈລູກຄ້າທີ່ຍັງຮັກ ແລະ ໃຊ້ບໍລິການຂອງພວກເຮົາຢູ່ສະເໝີ ພ້ອມທັງຫວັງວ່າໃນປີໜ້າ ແລະ ປີຕໍ່ໆໄປ ລູກຄ້າຍັງຄົງສະໜັບສະໜູນເຮົາຄືເກົ່າ ປັດຈຸບັນ ຄາເຟ່ ອາເມຊອນ ມີ 67 ສາຂາທົ່ວປະເທດ ແລະ ປີ 2021 ມີແຜນຈະຂະຫຍາຍສາຂາເປັນ 75 ສາຂາທົ່ວປະເທດ.

ສຳລັບການຈັດໃບບິນມອບໂຊກຄັ້ງສຸດທ້າຍນີ້ ປະກອບມີລາງວັນທີ 1 ລົດຈັກ Honda PCX i150 ຈຳນວນ 1 ລາງວັນ ຜູ້ໂຊກດີໄດ້ແກ່ທ່ານ ແກ້ວອຸດອນ ສິງທອງ ຈາກນະຄອນຫຼວງວຽງຈັນ ເບີໂທ 020 55222217 ລາງວັນທີ 2 ໂທລະສັບມືຖື OPPO A92 ທ່ານນາງ ມີມີ່ ຈັນທະຜາສຸກ ຈາກນະຄອນຫຼວງວຽງຈັນ ເບີໂທ 020 57508604 ແລະ ທ່ານນາງ ອິນແສງ ອຸແປງວົງ ຈາກນະຄອນຫຼວງວຽງຈັນ ເບີໂທ 020 55686562 ນອກນີ້ ຍັງມີລາງວັນກະເປົາເດີນທາງອາເມຊອນ 5 ລາງວັນ ແລະ ບັດຂອງຂວັນຄາເຟ່ອາເມຊອນ 10 ລາງວັນ ເຊິ່ງລາຍຊື່ຜູ້ໂຊກດີຕິດຕາມໄດ້ທີ່ເຟສບຸກ Cafe Amazon Lao PDR.

# ຂ່າວ & ພາບ: ສະບາໄພ